David Beckham ອະດີດນັກກິລາດັງ ອອກມາສົ່ງເສີມການສັກວັກຊີນໃນທົ່ວໂລກ


ອົງການ UNICEF ໄດ້ຮ່ວມມືກັບ David Beckham ອະດີດນັກເຕະບານຊື່ດັງ ເພື່ອສົ່ງເສີມໃຫ້ຄົນທົ່ວໂລກອອກມາສັກວັນຊີນ ໂດຍເດວິດກໍໄດ້ກ່າວວ່າ: ໂຄວິດ-19 ເຮັດໃຫ້ພວກເຮົາຮູ້ເຖິງ ສິ່ງທີ່ສຳຄັນທີ່ຖືກເບິ່ງຂ້າມເຊັ່ນ: ການໄດ້ອອກໄປນອກ, ໃຊ້ເວລາກັບຄອບຄົວ ແລະ ໝູ່ເພື່ອນ ພ້ອມໂອກາດທີ່ຈະໄດ້ກອດກັບຄົນທີ່ເຮົາຮັກ. ແຕ່ເຮົາສາມາດເຮັດໃຫ້ໂອກາດເຫຼົ່ານີ້ກັບຄືນມາໄດ້, ພວກເຮົາຈະກັບມາໃຊ້ຊີວິດທີ່ໃກ້ຊິດກັນອີກຄັ້ງ ແລະ ວັກຊີນຈະຊ່ວຍໃຫ້ເປັນຈິງ.

เดวิด เบ็คแฮม ในชุดเสื้อยืดคอกลมยูนิเซฟสีดำ

ວັກຊີນຈະປົກປ້ອງເດັກນ້ອຍ, ຜູ້ໃຫຍ່ ແລະ ຍັງຊ່ວຍຊີວິດອີກຫຼາຍລ້ານຄົນໃນທຸກໆປີ. ການສັກວັກຊີນແມ່ນເຫດຜົນທີ່ເຮັດໃຫ້ຄົນເກືອບທົ່ວໂລກ ບໍ່ຕ້ອງຢູ່ກັບພະຍາດທີ່ຮ້າຍແຮງກໍຄື: ໂປລີໂອ, ໄຂ້ຫວັດ ແລະ ໄຂ້ທໍລະພິດ. ແຕ່ວ່າຍັງມີເດັກອີກເກືອບ 20 ລ້ານຄົນໃນທົ່ວໂລກ ແມ່ນຍັງບໍ່ໄດ້ຮັບວັກຊີນກັນພະຍາດ ທີ່ພວກເຂົາຄວນໄດ້ຮັບໃນໄວເດັກ ເພື່ອໃຫ້ພວກເຂົາເຕີບໃຫຍ່ຢ່າງປອດໄພ.

ສະນັ້ນ, ບໍຕ້ອງລໍຖ້າ ສັກວັກຊີນໃຫ້ຕົນເອງ, ສັກວັກຊີນໃຫ້ລູກຫຼານຂອງທ່ານ ພວກເຮົາຈະຜ່ານວິກິດນີ້ໄປດ້ວຍກັນ ແລະ ວັກຊີນຈະຊ່ວຍພວກເຮົາໄດ້.

ຂອບໃຈຂໍ້ມູນຈາກ: https://www.facebook.com/watch/?ref=saved&v=151812026947073&_rdc=1&_rdr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/