Bill Gates ເຈົ້າຂອງ Microsoft ແລະ Melinda Gates ແຍກທາງກັນແລ້ວ ຫຼັງຈາກແຕ່ງງານກັນມາໄດ້ 27 ປີ


Bill ແລະ Melinda Gates ໄດ້ປະກາດແຍກທາງກັນແລ້ວ ພາຍຫຼັງທັງສອງໄດ້ແຕ່ງງານກັນ 27 ປີ ເພາະພວກເຂົາບໍ່ເຊື່ອອີກຕໍ່ໄປວ່າ ພວກເຂົາຈະສາມາດໄປຕໍ່ນຳກັນໃນຖານະຜົວເມຍໄດ້. ທັງສອງໄດ້ໂພສທະວີດເຕີ້ວ່າ ພວກເຂົາຕັດສິນໃຈຢຸດຄວາມສຳພັນ ຫຼັງຈາກທີ່ມີການຄິດຢ່າງຖີ່ຖ້ວນ ແລະ ພະຍາຍາມມາຫຼາຍແລ້ວ.

Bill ແລະ Melinda Gates ພົບກັນທໍາອິດໃນປີ 1987 ຕອນທີ່ Melinda ໄດ້ເຂົ້າເຮັດວຽກໃໝ່ຢູ່ທີ່ບໍລິສັດ ໄມໂຄຣຊັອບ ໃນຕຳແໜ່ງ ຜູ້ຈັດການທົ່ວໄປ ສ່ວນ Bill Gates ມີຕໍາແໜ່ງເປັນ CEO. ພວກເຂົາແຕ່ງງານກັນໃນປີ 1994 ແລະ ມີລູກນໍາກັນ 3 ຄົນ.

ນອກຈາກນີ້ ທັງສອງ ຍັງໄດ້ກໍ່ຕັ້ງມູນນິທິຮ່ວມກັນໂດຍໃສ່ຊື່ວ່າ the Bill & Melinda Gates Foundation ແລະ ໄດ້ຮ່ວມກັບ Warren Buffet ຊຸກຍູ້ the Giving Pledge ທີ່ຮ້ອງຂໍໃຫ້ ມະຫາເສດຖີຫຼາຍໆທ່ານບໍລິຈາກ ເພື່ອເຮັດສິ່ງດີໆໃຫ້ສັງຄົມ.

ມູນນິທິ the Bill & Melinda Gates Foundation ສ້າງຕັ້ງຂຶ້ນໃນປີ 2000 ແລະ ມີຈຸດປະສົງ ເພື່ອຊ່ວຍເຫຼືອ ແລະ ແກ້ໄຂບັນຫາຄວາມທຸກຍາກ, ບັນຫາດ້ານສາທາລະນະສຸກ ແລະ ຄວາມບໍ່ເທົ່າທຽມກັນໃນສັງຄົມ ໃນຫຼາຍປະເທດທົ່ວໂລກ. ເຖິງແມ່ນວ່າພວກເຂົາຈະແຍກທາງກັນ ແຕ່ພວກເຂົາກໍຍັງຈະສືບຕໍ່ເຮັດວຽກຮ່ວມກັນເພື່ອຊ່ວຍເຫຼືອສັງຄົມຕໍ່ໄປ.

Bill And Melinda Gates Announce Divorce After 27 Years Of Marriage

ສຳລັບການແບ່ງປັນຊັບສິນຂອງທັງສອງ ແມ່ນຍັງບໍ່ທັນມີຂໍ້ມູນລະອຽດເທື່ອ.

ປັດຈຸບັນ Bill Gates ຖືກຈັດເປັນອັນດັບທີ 4 ຄົນທີ່ລວຍທີ່ສຸດໃນໂລກ ໂດຍມີມູນຄ່າຊັບສິນ 124 ຕື້ ໂດລາສະຫະລັດ. ລາຍໄດ້ແມ່ນມາຈາກບໍລິສັດທີ່ລາວໄດ້ຮ່ວມກໍ່ຕັ້ງໃນປີ 1970 ກໍຄື ໄມໂຄຣຊັອບ ເຊິ່ງແມ່ນບໍລິສັດຊັອບແວຣ໌ທີ່ໃຫຍ່ທີ່ສຸດໃນໂລກ.

ທີ່ມາ:
https://www.bbc.com/news/world-us-canada-56975466
https://twitter.com/BillGates/status/1389316412259270657
https://www.gatesfoundation.org/about.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/