Reon Pocket 2 ແອຕິດເສື້ອຈາກ SONY ເໝາະສໍາລັບອາກາດຮ້ອນແບບບ້ານເຮົາ


Sony Reon Pocket 2 ແມ່ນເຄື່ອງປັບອາກາດຂະໜາດນ້ອຍແບບພົກພາໄວ້ສຳລັບໃສ່ໄວ້ໃນເສື້ອ ສາມາດປັບອຸນຫະພູມໄດ້ທັງເຢັນ ແລະ ຮ້ອນ ດ້ວຍການຄວບຄຸມຜ່ານແອບພິເຄຊັນໃນສະມາດໂຟນ Android ຫຼື iOS ໂດຍຜ່ານລະບົບ Bluetooth 5.0.

ເໝາະຫຼາຍສຳລັບສະພາບອາກາດຮ້ອນອົບເອົ້າແບບປະເທດເຮົາ, ໂດຍ Reon Pocket 2 ສາມາດປັບອຸນຫະພູມໄດ້ເຖິງ 4 ລະດັບບໍ່ວ່າຈະເປັນທັງຄວາມຮ້ອນສາມາດເພີ່ມອຸນຫະພູມຂຶ້ນໄດ້ 8ໍc ແລະຄວາມເຢັນສາມາດລົດລົງໄດ້ 13ໍc ຈາກອາກາດພາຍນອກ ໂດຍການປັບອຸນຫະພູມຜ່ານແຜ່ນອາລູມີນຽມ (SUS316L) ທີ່ສຳຜັດກັບຜິວໜັງຂອງເຮົາທີ່ເປັນວັດສະດຸດຽວກັນກັບໂມງ ເຊິ່ງສາມາດນຳຄວາມເຢັນໄດ້ດີ ແລະ ຍັງແຂງແຮງທົນທານ.

ອາຍຸການໃຊ້ງານຂອງ Reon Pocket 2 ແມ່ນຈະຂຶ້ນກັບລະດັບອຸນຫະພູມທີ່ເຮົາໄດ້ປັບ ຫາກແບັດເຕີຣີ່ເຕັມ 100% ຈາກລະດັບ 1 ແມ່ນໄດ້ດົນສຸດ 4 ຊົ່ວໂມງ ຈົນຮອດລະດັບ 4 ແມ່ນ 2 ຊົ່ວໂມງ, ສາມາດສາກແບັດໄດ້ດ້ວຍສາຍສາກແບບ USB Type-C ແບບດຽວກັບສະມາດໂຟນທົ່ວໄປ.

ນອກຈາກຜະລິດຕະພັນນີ້ທາງ Sony ຍັງໄດ້ທໍາການຮ່ວມມືກັບແບຣນຜູ້ຜະລິດເສື້ອຜ້າຊັ້ນນໍາຫຼາຍແບຣນເພື່ອເປັນສ່ວນຮ່ວມໃນການອອກແບບເສື້ອຜ້າທີ່ເໝາະກັບຜະລິດຕະພັນ Reon Pocket ແລະ ຍັງຈະຜະລິດອຸປະກອນເສີມອື່ນໆຕໍ່ໄປອີກ.

Roen Pocket 2 ມີລາຄາເປີດຕົວຢູ່ທີ່ 14,850 JPY ຫຼື ປະມານ 135USD ໂດຍສາມາດສັ່ງຊື້ໄດ້ໃນຮ້ານຄ້າຍີ່ປຸ່ນ.

ຂອບໃຈຂໍ້ມູນຈາກ:
https://bit.ly/3xHSiQb
-​ https://reonpocket.sony.co.jp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/