DonAlt ນັກວິເຄາະນາມແຝງໄດ້ອອກມາເປີດເຜີຍເຖິງມຸມມອງ ແລະ ການຄາດເດົາຂອງເຂົາທີ່ມີຕໍ່ Bitcoin ກັບຜູ້ຕິດຕາມກວ່າ 53,000 ຄົນໃນແພລັດຟອມ YouTube ຂອງຕົນເອງວ່າ “Bitcoin ອາດຈະປັບຕົວຂຶ້ນໄດ້ຖ້າຫາກ Bitcoin ETF ໄດ້ຮັບການອະນຸມັດໃຫ້ເປີດຕົວໃນສະຫະລັດ”.
DonAlt ກ່າວເສີມອີກວ່າ “ຫາກ Bitcoin ETF ໄດ້ຮັບການອະນຸມັດ, ຂ້ອຍຄິດວ່າພວກເຮົາໜ້າຈະໄດ້ເຫັນແທ່ງທຽນໃນຮູບແບບທີ່ເພີ່ມສູງຂຶ້ນຢ່າງຮຸນແຮງ, ໂດຍອາດຈະເພີ່ມຂຶ້ນປະມານ 10% ຫຼື 20% ແລະ ຜົນທີ່ຕາມມາຫຼັງຈາກນັ້ນກໍເປັນສິ່ງທີ່ໜ້າສົນໃຈ.
ແຕ່ໂດຍພື້ນຖານແລ້ວເຈົ້າຈະໄດ້ເຫັນໃນສິ່ງດຽວກັນກັບທີີ່ເຮົາກຳລັງປະສົບໃນຕອນນີ້… ດັ່ງນັ້ນຫາກເຈົ້າເບິ່ງກຣາຟ 5 ນາທີ ເຈົ້າຈະເຫັນວ່າມີຂ່າວ Grayscale ເຂົ້າມາ ແລະ ນັ້ນຄືຜົນທີ່ໄດ້ (ລາຄາ Bitcoin ເພີ່ມຂຶ້ນຈາກປະມານ 26,000 ໂດລາ ຂຶ້ນສູງໄປກວ່າລະດັບ 27,600 ໃນເວລາບໍ່ເກີນ 30 ນາທີ)”
![](https://laox.la/wp-content/uploads/2023/09/image-10.png)
ໃນຕົ້ນອາທິດທີ່ຜ່ານມາ ສານສະຫະລັດໄດ້ຕັດສິນຢ່າງເປັນເອກະສັນວ່າ ໃຫ້ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດ (SEC) ຕ້ອງພິຈາລະນາຄືນຄໍາຮ້ອງຂໍ Bitcoin ETF ໂດຍ Grayscale ໃໝ່ອີກຄັ້ງ, ເຊິ່ງກໍເຮັດໃຫ້ Bitcoin ມີການຕອບສະໜອງຕໍ່ກັບຂ່າວດັ່ງກ່າວ ແລະ ໄດ້ປັບລາຄາຂອງຕົວມັນຂຶ້ນເກີນກວ່າ 5%.
DonAlt ກ່າວວ່າຫຼັງຈາກ Grayscale ໄດ້ຮັບໄຊຊະນະມາແລ້ວກໍມີໂອກາດທີ່ Bitcoin ETF ໄດ້ຮັບການອະນຸມັດເຊັ່ນກັນ ເຖິງແມ່ນວ່າຈະມີການຫຼີກເວັ້ນການເລື່ອນອະນຸມັດອອກໄປ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/