Mindset ໃນໂລກຂອງການລົງທຶນ


ຫຼາຍຄົນໃຫ້ຄວາມສຳຄັນກັບຄວາມຮູ້ ແລະ ກົນລະຍຸດໃນການລົງທຶນຫຼາຍກວ່າ Mindset, ເພາະພວກເຂົາມີຄວາມຄິດທີ່ວ່າ Mindset ບໍ່ໄດ້ຊ່ວຍໃຫ້ພວກເຂົາເຮັດກຳໄລໄດ້ຈາກການລົງທຶນ ແລະ ຍັງເປັນການເສຍເວລາ. ການທີ່ເຮົາມີຄວາມຮູ້ທີ່ພຽງພໍໃນການລົງທຶນກໍເປັນສິ່ງທີ່ດີ ແຕ່ກໍຕ້ອງຄວບຄູ່ໄປກັບການມີ Mindset ທີ່ດີໃນການລົງທຶນນຳ.

Mindset ໃນການລົງທຶນແມ່ນຫຍັງ?

Mindset ໃນການລົງທຶນແມ່ນການກັ່ນຕອງຄວາມຄິດໃນຫົວເພື່ອໃຊ້ວາງແຜນທຸກຢ່າງກ່ອນທີ່ເຮົາຈະລົງທຶນ, ເຊິ່ງໃນຄວາມຄິດທີ່ກັ່ນຕອງມາແລ້ວນັ້ນກໍຄວນຈະສອດຄ່ອງກັບເປົ້າໝາຍໃນການລົງທຶນຂອງເຮົາເຊັ່ນ:

  • ຖ້າການເປົ້າໝາຍການລົງທຶນຂອງເຮົາຄື ການລົງທຶນໃນໄລຍະຍາວ ເຮົາກໍຕ້ອງຊອກຫາຮຸ້ນທີ່ມີພື້ນຖານທີ່ດີ ແລະ ຮຸ້ນຍັງມີມູນຄ່າຕໍ່າກວ່າມູນຄ່າດັ້ງເດີມຂອງມັນ, ເຖິງແມ່ນວ່າຮຸ້ນຈະຫຼຸດລົງມາບາງຄັ້ງຄາວ ເຮົາກໍບໍ່ຄວນຕົກໃຈ ຢ່າລືມວ່າເປົ້າໝາຍຂອງເຮົາຄືການລົງທຶນໄລຍະຍາວ.
  • ຖ້າເປົ້າໝາຍຂອງເຮົາຄືການເກັງກຳໄລໄລຍະສັ້ນ ເຮົາກໍອາດຈະຕ້ອງຫາຮຸ້ນທີ່ມີກຣາຟດີ ແລະ ມີສັນຍານການແຈ້ງເຕືອນໃນການຊື້ ຫຼື ມີກະແສຕອບຮັບທີ່ດີໃນເວລານັ້ນ.

Mindset ສຳລັບການລົງທຶນທີ່ນັກລົງທຶນທຸກຄົນຕ້ອງມີ.

ບໍ່ວ່າຈະເປັນສິນຊັບປະເພດໃດ, Mindset ໃນການລົງທຶນແມ່ນມີຄວາມສໍາຄັນຫຼາຍ. ຖ້າພວກເຮົາຕ້ອງການລົງທຶນຢ່າງມີກໍາໄລ ແລະ ມີປະສິດທິພາບ ມື້​ນີ້​ເຮົາ​ມາ​ເບິ່ງ​ວ່າ​ແນວ​ຄິດ​ການ​ລົງ​ທຶນ​ແນວ​ໃດ​ທີ່​ຖືກ​ຕ້ອງ. ອີງຕາມປຶ້ມຂອງ Mark Minervini ນັກລົງທຶນທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ, ເຊິ່ງຄໍາແນະຈາກປຶ້ມເຫຼົ້ມນີ້ຈະຊ່ວຍເປັນແນວທາງສຳລັບການລົງທຶນໃຫ້ທ່ານໄດ້.

  1. ເລີ່ມລົງທຶນຈາກຈຳນວນນ້ອຍກ່ອນ (You Can Start Small)

ຫຼາຍຄົນຮູ້ສຶກຢ້ານໃນການລົງທຶນ, ຍ້ອນມີຄວາມຄິດທີ່ວ່າ ການລົງທຶນຈຳເປັນຕ້ອງມີເງິນຫຼາຍ ຈຶ່ງຈະ​ສາ​ມາດ​ເລີ່ມ​​ລົງ​ທຶນໄດ້. ເຮັດໃຫ້ຫຼາຍໆຄົນໃຊ້ເວລາເພື່ອເກັບເລັກເກັບນ້ອຍໄປເລື້ອຍໆຈົນກວ່າຈະມີເງິນກ້ອນໃຫຍ່ ເລີຍເຮັດໃຫ້ບໍ່ໄດ້ລົງທຶນຈັກເທື່ອ, ເຖິງແມ່ນວ່ານັກລົງທຶນທີ່ມີເງິນທຶນຫຼາຍ ຈະມີທາງເລືອກໃນການລົງທຶນຫຼາຍຂຶ້ນ ແລະ ການກະຈາຍຄວາມສ່ຽງໃນສິນຊັບທີ່ຫຼາຍກວ່າ ແຕ່ເຮົາສາມາດລົງທຶນເງິນນ້ອຍໆກ່ອນ ຫຼື ຄ່ອຍໆລົງທຶນເທື່ອລະໜ້ອຍ ການລົງທຶນປະເພດນີ້ຍັງມີປະໂຫຍດໃນການຈໍາກັດຄວາມສ່ຽງຕໍ່ການລົງທຶນ. ເມື່ອຕະຫຼາດມີການປ່ຽນແປງໂດຍບໍ່ຄາດຄິດ ຄວາມເສຍຫາຍແມ່ນຍັງຢູ່ພາຍໃຕ້ການຄວບຄຸມ ແລະ ບໍ່ມີຜົນກະທົບຕໍ່ຊີວິດທັງໝົດ. ເມື່ອໃດທີ່ພວກເຮົາມີປະສົບການຫຼາຍໃນການລົງທຶນ ກໍຄ່ອຍໆເພີ່ມເງິນລົງທຶນໃຫ້ຫຼາຍຂື້ນຕາມຄວາມໝັ້ນໃຈຂອງເຮົາເອງກໍຍັງບໍ່ສວາຍ.

  1. ເດົາຖືກ ຫຼື ເຮັດກຳໄລ (Do You Want to Be Right or Make Money?)

ໜຶ່ງໃນ Mindset ຂອງນັກລົງທຶນທີ່ມັກໄດ້ຍິນຢູ່ເລື້ອຍໆກໍຄືການຄາດເດົາສະຖານະການຕະຫຼາດໃນອະນາຄົດ, ການທີ່ເຮົາລົງທຶນຫຍັງກໍຫວັງວ່າໃນອະນາຄົດມູນຄ່າມັນຈະເພີ່ມຂຶ້ນ ແລະ ສ້າງຜົນຕອບແທນໃຫ້ເຮົາໄດ້.

ດັ່ງນັ້ນ, ນັກລົງທຶນໜ້າໃໝ່ຈຶ່ງຄາດຫວັງທີ່ອ່ານອະນາຄົດໃຫ້ອອກ, ການຄາດການເກັ່ງໆຈຶ່ງຈະສາມາດໄດ້ຮັບຜົນຕອບແທນໃນການລົງທຶນ.

ແຕ່ໃນຄວາມເປັນຈິງແລ້ວ ການລົງທຶນທີ່ມີປະສິດທິພາບກໍຄືການທີ່ເຮົາພະຍາຍາມເຮັດກຳໄລໃຫ້ໄດ້ຫຼາຍທີ່ສຸດ ເມື່ອເຮົາຄາດການຖືກຕ້ອງ ແລະ ຈຳກັດຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ, ເມື່ອເຮົາຄາດການຜິດ ບໍ່ຕ້ອງເດົາໃຫ້ຖືກກໍໄດ້ ແຕ່ຕ້ອງຮູ້ຈັກບໍລິຫານເງິນໃຫ້ເປັນ.

  1. ບໍ່ມີໃຜສາມາດເຮັດແທນເຮົາໄດ້ (No One Is Going to Do It for You)

ບໍ່ວ່າພວກເຮົາຮຽນຮູ້ຈາກຜູ້ຊ່ຽວຊານຫຼາຍປານໃດ, ປະຕິບັດຕາມທິດສະດີຫຼາຍປານໃດ, ອ່ານປຶ້ມຫຼາຍປານໃດ ເຮົາກໍບໍ່ສາມາດເປັນນັກລົງທຶນໄດ້. ການລົງທຶນແມ່ນເລື່ອງສ່ວນບຸກຄົນ, ລວມທັງຄວາມມັກ, ກົນລະຍຸດ, ຄວາມຖະໜັດ ແລະ ເວລາທີ່ມີໃຫ້ໃນການໃຊ້ລົງທຶນ. ດັ່ງນັ້ນ, ຜົນການລົງທຶນຂອງແຕ່ລະຄົນຈຶ່ງບໍ່ຄືກັນ. ຕົວເຮົາເອງຈຶ່ງແມ່ນຕົວແປທີ່ສໍາຄັນທີ່ສຸດໃນການລົງທຶນ.

  1. ຈະເປັນນັກເທຣດ ຫຼື ນັກລົງທຶນ (Trader or Investor)

ເຖິງແມ່ນວ່າປຶ້ມຕ່າງໆຈະແນະນໍາໃຫ້ພວກເຮົາຕັດສິນໃຈເລືອກແນວທາງກ່ອນທີ່ຈະລົງທຶນ. ແຕ່ຄວາມຈິງແລ້ວ, ນັກລົງທຶນໜ້າໃໝ່ສາມາດສຶກສາການລົງທຶນທຸກປະເພດ, ທຸກຮູບແບບ, ບໍ່ວ່າຈະເປັນການເກັງກໍາໄລໄລຍະສັ້ນ ຫຼື ການລົງທຶນໄລຍະຍາວ. ການລອງຜິດລອງຖືກໃນຕະຫຼາດດ້ວຍເງິນຈໍານວນໜ້ອຍ ແລະ ເມື່ອໃດທີ່ເຮົາມີປະສົບການຫຼາຍຂຶ້ນ, ເຮົາຈະເຂົ້າໃຈຕົນເອງຫຼາຍຂຶ້ນວ່າເຮົາເໝາະສົມກັບການລົງທຶນປະເພດໃດ. ແລ້ວຈຶ່ງຄ່ອຍມາສຸມໃສ່ໃນແນວທາງນັ້ນ, ເພາະເສັ້ນທາງການລົງທຶນກວ້າງເກີນໄປທີ່ໃຜໆຈະກໍານົດເສັ້ນທາງໃຫ້ເຮົາໄດ້ຕັ້ງແຕ່ທຳອິດ.

  1. ການລົງທຶນແມ່ນການເຮັດທຸລະກິດ (Trading Is a Business)

ການລົງທຶນບໍ່ແຕກຕ່າງຫຍັງຈາກການເຮັດທຸລະກິດ ​ບໍ່​ແມ່ນ​ວ່າ​ພຽງ​ແຕ່​ມີ​ເງິນເອົາ​ຊື້​ໆຂາຍໆກໍ​ຈະ​ໄດ້ຮັບ​ຄວາມ​ສໍາ​ເລັດໄດ້. ແຕ່ພວກເຮົາຕ້ອງອີງໃສ່ການວາງແຜນ, ການກຽມພ້ອມທັງຕົວ ແລະ ຈິດໃຈ, ການກະກຽມທຶນ, ການບໍລິຫານຄວາມສ່ຽງ, ມີແຜນສໍາຮອງຢູ່ສະເໝີ ແລະ ມີກົນລະຍຸດຄືກັນກັບການເຮັດທຸລະກິດເລີຍ. ຖ້າທ່ານຕ້ອງການເປັນນັກລົງທຶນເຕັມຮູບແບບ ຈະຕ້ອງມີຫ້ອງເຮັດວຽກ, ຄອມພິວເຕີ, ອິນເຕີເນັດ ແລະອື່ນໆ ທີ່ໃຊ້ໃນການລົງທຶນ.

ດັ່ງນັ້ນ ເວລາທີ່ຈະເລີ່ມຕົ້ນການລົງທຶນ ໃຫ້ພວກເຮົາມີແນວຄວາມຄິດຄືກັບການເປີດບໍລິສັດ. ໃຜຢາກມີຍອດຂາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ໄດ້ແບບໝັ້ນຄົງໃນໄລຍະຍາວ, ບໍ່ແມ່ນເປີດມາແລ້ວຈະປະສົບຜົນສໍາເລັດ ແລະ ລວຍໄວໃນໄລຍະສັ້ນແລ້ວປິດບໍລິສັດໄປ.

ທີ່ມາ:

zipmex

moneybuffalo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/