ທາງລົດໄຟ ລາວ-ຫວຽດນາມ ຈະກໍ່ສ້າງສຳເລັດ ແລະ ໃຫ້ບໍລິການໃນປີ 2028


ການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ຈາກເມືອງທ່າແຂກ ໄປ ທ່າເຮືອວົງອັງ ປະເທດຫວຽດນາມ ດ້ວຍຄວາມຍາວ 250 ກິໂລແມັດ ແລະ ມູນຄ່າການລົງທຶນກວ່າ 2 ຕື້ໂດລາ ຄາດວ່າຈະກໍ່ສ້າງສຳເລັດ ແລະ ໃຫ້ບໍລິການໃນປີ 2028.

ເມື່ອບໍ່ດົນມານີ້ ຫານ ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ໄດ້ຮ່ວມກັບ ບໍລິສັດ ຢູຊິງ ເອັນຈີເນຍຣິ້ງ ຄໍເປີເຣຊັ່ນ (Yooshin Engineering Corporation) ແລະ ລັດວິສາຫະກິດ ລົດໄຟ ສ. ເກົາຫຼີ ໄດ້ຈັດພິທີເຊັນສັນຍາ ການສໍາຫຼວດ ແລະ ອອກແບບລະອຽດ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ໂດຍມີບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍການກໍ່ສ້າງຂອງໂຄງການດັ່ງກ່າວ ຈະແບ່ງອອກເປັນ 2 ໄລຍະຄື ໄລຍະທີ 1​ ຈາກ ເມືອງທ່າແຂກ ແຂວງຄຳມ່ວນໄປຫາ ຊາຍແດນ ລາວ-ຫວຽດນາມ ແລະ ໄລຍະທີ 2 ຈາກ ຊາຍແດນ ລາວ-ຫວຽດນາມ ເຂົ້າໄປຫາ ທ່າເຮືອວົງອັງ ປະເທດຫວຽດນາມ ລວມຄວາມຍາວ ທັງໝົດ ທັງ 2 ໄລຍະ ແມ່ນປະມານ 250 ກິໂລແມັດ ເຊິ່ງຄາດວ່າ ຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2024 ແລະ ໃຫ້ສຳເລັດພ້ອມບໍລິການໃນປີ 2028.

ທ່ານ​ ຈັນທອນ  ສິດທິ​ໄຊ ປະທານສະພາບໍລິ​ຫານ ບໍ​ລິ​ສັດ​ປີ​ໂຕຣລ້ຽມ ​ເທຣດດິ້ງລາວ ມະຫາຊົນ ກ່າວວ່າ: “ໂຄງການດັ່ງກ່າວຖືເປັນອີກຄວາມຫວັງໜຶ່ງຂອງຄົນລາວ ໃນການສ້າງໂຄງຮ່າງພື້ນຖານທີ່ສຳຄັນ ນຳໃຊ້ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຍົກສູງຄວາມສຳເລັດຂອງທັງ 2 ​ພັກ 2 ລັດ 2​ ຊາດ ລາວ-ຫວຽດນາມ”.

ໂຄງການທາງລົດໄຟ ລາວ-ຫວຽດນາມ ແມ່ນໜຶ່ງໃນໂຄງການທີ່ນອນຢູ່ໃນຍຸດທະສາດຂອງລັດຖະບານ ວ່າດ້ວຍການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງ ເຊື່ອມຈອດ ການຂົນສົ່ງ ແລະ ການຄ້າ.

ທີ່ມາ:

https://www.facebook.com/laostartv/videos/6484917248259294

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/