Uncle Roger ຖືກແຈ້ງເຕືອນຈາກ Toei Animation ສັ່ງລຶບວິດີໂອທີ່ນຳເນື້ອຫາອະນິເມະ One Piece ມາໃຊ້


Nigel Ng ນັກສະແດງຕະຫຼົກຊາວມາເລເຊຍ ຫຼື ຫຼາຍຄົນຮູ້ຈັກວ່າເປັນນັກ YouTuber ໃນນາມຂອງ Uncle Roger ທີ່ນຳສະເໜີຄອນເທັນວິຈານການເຮັດອາຫານຕ່າງໆ. ແຕ່ຫຼັງຈາກມີປະເດັນຫຼ້າສຸດ ກໍມີປະເດັນໃໝ່ມາ ກໍຄືການເອົາອາຫານໃນອະນິເມະ One Piece ມາວິຈານ ຈົນຖືກສັ່ງແບນເນື່ອງຈາກຕິດບັນຫາເລື່ອງລິຂະສິດ.

ວິດີໂອການວິຈານນີ້ມີຍອດຄົນເຂົ້າຊົມຫຼາຍກວ່າ 2 ລ້ານຄັ້ງ ໂດຍເຮົາຈະໄດ້ເຫັນ Uncle Roger ອອກມາວິຈານອາຫານໃນຕອນ A Recipe Handed Down! Sanji, the Iron Man of Curry! ເຊິ່ງໃນຕອນນີ້ເປັນຕອນຂອງ Taijo ພໍໍ່ຄົວເຝິກຫັດທີ່ເຮັດວຽກໃຫ້ກັບທະຫານເຮືອ ແລະ ພະຍາຍາມເຮັດແກງກະຫຼີ່ໃຫ້ກັບຕັນເຮືອດ້ວຍການຊ່ວຍເຫຼືອຈາກຊັນຈິ.

ປະເດັນຢູ່ທີ່ການວິຈານຂອງ Uncle Roger ທີ່ເປັນໄປຕາມສະຕາຍຂອງລາວ (ເຊິ່ງຄົນຕິດຕາມຈະຮູ້ດີ) ແນ່ນອນວ່າມີການນຳສະເໜີ ເນື້ອຫາຂອງອະນິເມະພ້ອມ ເຮັດໃຫ້ທາງ Toei Animation ເຈົ້າຂອງລິຂະສິດອະນິເມະ One Piece ຈຶ່ງໄດ້ສົ່ງປະກາດແຈ້ງເຕືອນມາໃຫ້ Uncle Roger ໃນທັນທີ ແລະ ສັ່ງໃຫ້ລຶບວິດີໂອດັ່ງກ່າວພາຍໃນ 5​ ມື້ ຫຼັງຈາກການແຈ້ງເຕືອນ ແຕ່ Uncle Roger ໄດ້ອຸທອນກັບທາງ YouTube ແຕ່ກໍຖືກປະຕິເສດ.

ຄຳຊີ້ແຈ້ງການລະເມີດລິຂະສິດດັ່ງກ່າວໄດ້ຮັບຄຳວິຈານແຟນໆຂອງ Uncle Roger ເຊິ່ງໄດ້ອອກມາໂຕ້ແຍ້ງວ່າການໃຊ້ວິດີໂອດັ່ງກ່າວເຂົ້າຂ່າຍ Fairy Use ເນື່ອງຈາກວິດີໂອນີ້ບໍ່ໄດ້     ເປີດລາຍໄດ້ ເຮັດໃຫ້ພວກເຂົາບໍ່ຄ່ອຍພໍໃຈ ແຕ່ທາງ Toei Animation ຍັງບໍ່ອອກມາສະແດງຄວາມຄິດເຫັນໃດໆກ່ຽວກັບປະເດັນນີ້.

ແນ່ນອນວ່ານີ້ບໍ່ແມ່ນເທື່ອທຳອິດທີ່ Toei Animation ແຈ້ງເຕືອນກັບການນຳເນື້ອຫາທີ່ຕິດລິດຂະສິດມາໃຊ້ ກ່ອນໜ້ານີ້ກໍແມ່ນ YouTuber ທີ່ໃຊ້ຊື່ວ່າ Totally Not Mark ທີ່ມີຄອນເທັນຫຼັກກ່ຽວກັບ Dragon Ball ເຄຍຖືກແຈ້ງວ່າວິດີໂອຕິດບັນຫາລິຂະສິດຫຼາຍກວ່າ 150 ຄັ້ງຖືກແຈ້ງເຕືອນໃນປາຍປີ 2021.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/