ມູນຄ່າຕະຫຼາດ Stablecoin ຟື້ນຕົວຂຶ້ນກວ່າ 663.2 ລ້ານໂດລາ ຫຼັງຈາກທີ່ຫຼຸດລົງມາດົນກວ່າ 18 ເດືອນ


ເມື່ອບໍ່ດົນມານີ້, Santiment ແພລັດຟອມວິເຄາະຂໍ້ມູນຕະຫຼາດ crypto ໄດ້ມີລາຍງານວ່າ ມູນຄ່າຕະຫຼາດຂອງຫຼຽນ Stablecoin ຫົກອັນດັບທຳອິດໃນໂລກ crypto ໄດ້ມີມູນຄ່າເພີ່ມຂຶ້ນກວ່າ 663.2 ລ້ານໂດລານັບຕັ້ງແຕ່ວັນທີ 22 ສິງຫາເປັນຕົ້ມມາ, ເຊິ່ງນີ້ແມ່ນການສະແດງໃຫ້ເຫັນເຖິງກ້າວທຳອິດໃນການຟຶ້ນຕົວຂຶ້ນຫຼັງຈາກການລົ້ມລະລາຍຂອງ FTX ໃນເດືອນພະຈິກ ປີ 2022 ທີ່ຜ່ານມາ.

ສຳລັບຫຼຽນ Stablecoin ທີ່ມີມູນຄ່າເພີ່ມຂຶ້ນເປັນ 6 ອັນດັບທຳອິດນັ້ນກໍຈະໄດ້ແກ່: USDT, USDC, BUSD, DAI, TUSD ແລະ USDP. Santiment ໄດ້ເນັ້ນຢ້ຳວ່າ ມູນຄ່າຕະຫຼາດຂອງ Stablecoin ໄດ້ມີການເຕີບໂຕເພີ່ມຂຶ້ນນັ້ນແມ່ນມີຄວາມສຳຄັນເປັນຢ່າງຍິ່ງຕໍ່ອຸດສາຫະກຳ crypto , ເນື່ອງຈາກໃນປີ 2022 ໄດ້ມີວິກິດການຫຼາຍເຫດການທີ່ສົ່ງຜົນກະທົບເຮັດໃຫ້ມູນຄ່າຂອງຕະຫຼາດ Stablecoin ເຫຼົ່ານີ້ຫຼຸດລົງກວ່າ 25.9%.

ໂດຍໃນວິກິດການຄັ້ງທຳອິດກໍຄືຄວາມລົ້ມເຫຼວຂອງ Terra USD (UST) ທີ່ຫຼຸດ peg ຢູ່ກັບເງິນໂດລາ. ເຫດການດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ກັບໂທເຄັນ UST ແລະ Terra LUNA ພາຍໃນລະບົບນິເວດຂອງ Terra.

ຜົນກະທົບທີ່ຕາມມາຈາກຄວາມຜິດພາດຂອງ Terra ສົ່ງຜົນໃຫ້ Celcuis ເວັບເທຣດທີ່ມີຊື່ສຽງ ແລະ ເປັນໜຶ່ງໃນຜູ້ໃຫ້ກູ້ສິນຊັບດິຈິຕອນຊັ້ນນຳຈຳເປັນຕ້ອງໄດ້ປິດຕົວລົງ ເນື່ອງຈາກມີຫຼັກປະກັນບໍ່ພຽງພໍໃນການສະໜັບສະໜຸນສິນເຊື່ອ. ຕໍ່ມາໃນເວລາທີ່ໄລເລ່ຍກັນ, Three Arrows Capital ແລະ Voyager ກໍໄດ້ລົ້ມລະລາຍເຊັ່ນກັນ.

ໂດຍເຫດການທັງໝົດທີ່ກ່າວມາຂ້າງເທິງເກີດຂຶ້ນກ່ອນໜ້າທີ່ FTX ຈະລົ້ມລະລາຍ ແລະ ສົ່ງຜົນໃຫ້ອົງກອນທີ່ໄດ້ຮັບຜົນກະທົບທັງໝົດຕ້ອງໄດ້ຍື່ນຂໍລົ້ມລະລາຍໄປໃນທີ່ສຸດ. ເຊິ່ງເຫດການທີ່ເກີດຂຶ້ນທັງໝົດໄດ້ເພີ່ມຄວາມບໍ່ໜ້າເຊື່ອຖືໃຫ້ກັບອຸດສາຫະກຳ crypto ແລະ ສົ່ງຜົນກະທົບຕໍ່ສະກຸນ crypto ຕ່າງໆ, ໂດຍສະເພາະແມ່ນກຸ່ມຫຼຽນ Stablecoin.

ທັງນີ້ ການທີ່ມູນຄ່າຕະຫຼາດຂອງ Stablecoin ໄດ້ມີການເພີ່ມຂຶ້ນຫຼັງຈາກທີ່ຕະຫຼາດມີມູນຄ່າຫຼຸດລົງຫຼາຍໃນໄລຍະ 18 ເດືອນທີ່ຜ່ານມາ ສະແດງໃຫ້ເຫັນວ່າຜູ້ຄົນຈຳນວນຫຼາຍໄດ້ຫັນມາສົນໃຈໃນຫຼຽນ Stablecoin ຄືນ, ເຊິ່ງເປັນການສົ່ງຜົນດີໃຫ້ກັບຫຼຽນ crypto ສະກຸນອື່ນໆ.

ດັ່ງນັ້ນ, ການເຕີບໂຕຂຶ້ນຕົວມູນຄ່າຕະຫຼາດ Stablecoins ຈຶ່ງເປັນຕົວຊີ້ວັດທີ່ສໍາຄັນຂອງການຄວາມສົມບູນ ແລະ ສັກກະຍະພາບຊອງອຸດສາຫະກໍາ crypto. ເຫດການນີ້ໄດ້ສະແດງໃຫ້ເຫັນວ່າເຖິງແມ່ນວ່າອຸດສາຫະກໍາ crypto ຈະປະເຊີນກັບສິ່ງທ້າທາຍ ແລະ ຄວາມລົ້ມເຫຼວໃນປີ 2022, ແຕ່ໃນທີ່ສຸດກໍຍັງມີຄວາມຫວັງ ແລະ ໂອກາດທີ່ຈະຟື້ນຕົວ ແລະ ຈະເລີນເຕີບໂຕໃນປີ 2023 ແລະໃນປີຕໍ່ໆໄປ.

ທີ່ມາ:

tronweekly

santiment

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/