ລາວ-ໄທ ຈັບມືກັນສ້າງທາງດ່ວນ ສະຫວັນນະເຂດຮອດຊາຍແດນລາວບາວ ຫວຽດນາມ


ບັນດາໜ່ວຍງານຕ່າງໆຂອງ ສປປ ລາວ ແລະ ໄທ ໄດ້ຫາລືກ່ຽວກັບແຜນຄວາມເປັນໄປໄດ້ໃນການສ້າງທາງດ່ວນຈາກເມືອງເອກຂອງແຂວງສະຫວັນນະເຂດ ໄປຮອດຈຸດກວດກາດ່ານຊາຍແດນລາວບາວ ຕິດກັບປະເທດຫວຽດນາມ ລວມໄລຍະທາງ 160 ກິໂລແມັດ ເປັນການເຊື່ອມພາກຕາເວັນອອກສຽງເໜືອຂອງໄທກັບ ສປປ ລາວ.

ນອກຈາກທາງດ່ວນແລ້ວ ຮອງຜູ້ວ່າການຍັງເປີດເຜີຍວ່າການລົງທຶນສ້າງໂຮງແຮມລະດັບ 5 ດາວ, ສະໜາມກັອບຫຼາຍແຫ່ງ, ບໍລິການຂົນສົ່ງລະຫວ່າງປະເທດ ແລະ ອື່ນໆ ຈະສົ່ງເສີມໃຫ້ເກີດການພັດທະນາໃນແຂວງສະຫວັນນະເຂດຫຼາຍຂຶ້ນ ເຊິ່ງເຫັນໄດ້ຊັດເຈນໃນການລົງທຶນ ຈາກຫຼາຍປະເທດໃນພາກພະລັງງານໝຸນວຽນທີ່ເພີ່ມຂຶ້ນ.

ທາງດ່ວນແມ່ນຈະສົ່ງເສີມການຄ້າ ແລະ ເສດຖະກິດ ເນື່ອງຈາກແຂວງສະຫວັນນະເຂດ ຕັ້ງຢູ່ເທິງຂອງການຈັດລະບົບເສດຖະກິດຕາເວັນອອກ-ຕາເວັນຕົກ ລວມໄປເຖິງໃນບັນດາ 21 ປະເທດ ທີ່ເຂົ້າມາລົງທຶນໃນປີ 2023 ແລະ ປະເທດໄທ ກໍເປັນຜູ້ລົງທຶນຕ່າງຊາດລາຍໃຫຍ່ທີ່ສຸດເປັນອັນດັບ 2 ຮອງຈາກຈີນ.

ຫຼາຍປີຜ່ານມາ ລາວ ຍັງໄດ້ສຶກສາຄວາມເປັນໄປໄດ້ໃນການສ້າງທາງດ່ວນ ເພື່ອເຊື່ອມລະຫວ່າງນະຄອນຫຼວງວຽງຈັນ-ແຂວງຫົວພັນ ແລະ ທາງດ່ານຈາກຫົວພັນໄປຍັງຊາຍແດນຫວຽດນາມອີກດ້ວຍ. ແຕ່ເດືອນເມສາ 2023 ຜ່ານມາ ກະຊວງແຜນການ ແລະ ການລົງທຶນ ໄດ້ຍົກເລີກສັນຍາການກໍ່ສ້າງໂຄງການທາງດ່ວນທີ່ເຊື່ອມລະຫວ່າງວັງວຽງ-ຫຼວງພະບາງ ແລະ ຫຼວງພະບາງ-ແຂວງອຸດົມໄຊ ເນື່ອງຈາກການເຮັດວຽກມີຄວາມຊັກຊ້າບໍ່ໄດ້ຕາມທີ່ຄາດໝາຍໄວ້.

ຮູບພາບຕົວຢ່າງ: ທາງດ່ວນວັງວຽງ

ທີ່ມາ:

AEC Connect

The Laotian Time

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/