ສານຈີນຮອງຮັບການຄຸ້ມຄອງສິນຊັບດິຈິຕອລຢ່າງເປັນທາງການແລ້ວຫຼັງຈາກທີ່ຖືກແບນມາຕັ້ງແຕ່ປີ 2021


ສານປະຊາຊົນໃນປະເທດຈີນໄດ້ມີການເຜີຍແຜ່ລາຍງານກ່ຽວກັບການວິເຄາະຄວາມຖືກຕ້ອງຕາມກົດໝາຍຂອງສິນຊັບດິຈິຕອລ ເຊິ່ງໄດ້ວິເຄາະເຖິງຄຸນລັກສະນະກົດໝາຍອາຍາຂອງສິນຊັບດິຈິຕອລ ໂດຍສານໄດ້ຕັ້ງຂໍ້ສັງເກດວ່າ Crypto ນັ້ນຍັງຄົງເປັນສິນຊັບຕາມກົດໝາຍທີ່ຢູ່ພາຍໃຕ້ກອບນະໂຍບາຍທາງກົດໝາຍໃນປັດຈຸບັນ ແລະ ຈຳເປັນຕ້ອງໄດ້ຮັບການຄຸ້ມຄອງຕາມກົດໝາຍທີ່ວາງໄວ້.

ສານ​ປະຊາຊົນ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ນັ້ນສາມາດໃຊ້​ອຳນາດ​ຕຸລາການ​ໄດ້ຢ່າງອິດສະຫຼະ ແລະ ​ບໍ່​ໄດ້​ຮັບ​ການ​ແຊກ​ແຊງ​ຈາກ​ອົງ​ການ​ປົກ​ຄອງ​ ຫຼື​ ອົງ​ການ​ສາ​ທາ​ລະ​ນະ​ໃດໆ. ໂດຍສານເຫຼົ່ານີ້ຈະພິຈາລະນາຄະດີອາຍາ, ຄະດີແພ່ງ ແລະ ຄະດີການຄຸ້ມຄອງ ລວມທັງການຂັດແຍ້ງທາງເສດຖະກິດ.

ເຖິງແມ່ນວ່າຈີນຈະຖືວ່າສິນຊັບດິຈິຕອລຈາກຕ່າງປະເທດທັງໝົດນັ້ນແມ່ນຜິດກົດໝາຍ ໂດຍໃຊ້ຂໍ້ບັງຄັບຫ້າມແບບຄອບຄຸມ. ແຕ່ໃນລາຍງານໄດ້ລະບຸວ່າ “ສິນຊັບດິຈິຕອລທີ່ຖືຄອງໂດຍບຸກຄົນທົ່ວໄປຄວນຈະຮັບການພິຈາລະນາວ່າຖືກກົດໝາຍ ແລະ ໄດ້ຮັບການຄຸ້ມຄອງ. ທັງນີ້ ການຈັດການກັບຄະດີອາຍາທີ່ກ່ຽວຂ້ອງກັບຊັບສິນດິຈິຕອລນັ້ນ ຄວນຈະ ອີງໃສ່ກົດພື້ນຖານຂອງໝາຍອາຍາ ແລະ ກົດໝາຍແພ່ງ. ແລະຕ້ອງໄດ້ຮັບການປະຕິບັດແຍກຕ່າງຫາກເພື່ອໃຫ້ບັນລຸການປົກປ້ອງສິດທິໃນຊັບສ່ວນບຸກຄົນ ແລະ ຜົນປະໂຫຍດທາງສັງຄົມ ແລະ ສາທາລະນະອີກດ້ວຍ”.

ແລະເຖິງແມ່ນວ່າຈີນນັ້ນອາດຈະບໍ່ຄ່ອຍຖືກກັບ Bitcoin ແລະ ສະກຸນເງິນດິຈິຕອລອື່ນໆເທົ່າໃດ ແລະ ມັນກໍໄດ້ມີການຍືດເຍື້ອມາເປັນເວລາຍາວນານ. ແຕ່ໃນທີ່ສຸດໃນເວລາພຽງ 2–3 ປີທີ່ຜ່ານມາ ເບິ່ງຄືວ່າລັດຖະບານຈີນນັ້ນຈະຜ່ອນຜັນເລື່ອງຈຸດຢືນລົງ ນີ້ແມ່ນເຫັນໄດ້ຈາກການເພິ່ມຂຶ້ນຂອງສ່ວນແບ່ງໃນການຂຸດ Bitcoin ຂອງຈີນ ເຊິ່ງຫຼຸດລົງຈົນເຫຼືອສູນຫຼັງຈາກສັ່ງຫ້າມ ແຕ່ກັບມາເພີ່ມຂຶ້ນຈົນເປັນອັນດັບ 2 ຂອງໂລກພາຍໃນໜຶ່ງປີເທົ່ານັ້ນ

ທີ່ມາ:

cointelegraph

cointelegraph2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/