ຜູ້ນຳອິນໂດເນເຊຍ ຂູ່ສັງປິດໂຮງງານທີ່ປ່ອຍມົນລະພິດທາງອາກາດ


ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳປະເທດອິນໂດເນເຊຍ ໄດ້ອອກມາຂູ່ລົງໂທດໂຮງງານທີ່ປະຕິເສດການຕິດຕັ້ງລະບົບຄວບຄຸມມົນລະພິດທາງກາດ ເພື່ອຮັບມືກັບຄຸນະພາບອາກາດທີ່ຮ້າຍແຮງໃນເມືອງຫຼວງ ຈາກາຕາ ຂອງປະເທດອິນໂດເນເຊຍ.

ເມື່ອວັນທີ 2 ກັນຍາ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຜູ້ນຳອິນໂດເນເຊຍໄດ້ຢືນຢັນວ່າຈະລົງໂທດ ແລະ ສັ່ງປິດໂຮງງານອຸດສາຫະກຳແນ່ນອນ ຫາກວ່າໂຮງງານເຫຼົ່ານັ້ນປະຕິເສດການຕິດຕັ້ງລະບົບບຳບັດອາກາດ ເພາະປະຊາຊົນຕ້ອງເສຍຄ່າໃຊ້ຈ່າຍສູງເພື່ອປົ່ນປົວສຸຂະພາບ.

ທາງການອິນໂດເນເຊຍຍັງໄດ້ອອກນະໂຍບາຍເຮັດວຽກຢູ່ເຮືອນ ກຳນົດໃຫ້ຜູ້ຂັບຂີ່ລົດທົດສອບການປ່ອຍມົນລະພິດ ລວມໄປຮອດການກະຕຸ້ນປະຊາຊົນໃຫ້ຫັນມາໃຊ້ລະບົບຂົນສົ່ງສາທາລະນະ ແລະ ລົດໄຟຟ້າເພີ່ມຂຶ້ນ ເພື່ອຫຼຸດມົນລະພິດທາງອາກາດ ໂດຍສະເພາະໃນເມືອງຫຼວງຢ່າງຈາກາຕາ.

ຢ່າງໃດກໍຕາມທາງ ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳປະເທດອິນໂດເນເຊຍ ໄດ້ເລືອກເອົາ ປັນໄຈຕັນ ລັດຖະມົນຕີອາວຸໂສຂອງອິນໂດເນເຊຍເປັນຜູ້ນຳການຕໍ່ສູ້ມົນລະພິດທາງອາກາດ ເຊິ່ງລວມໄປຮອດການປູກຕົ້ນໄມ້ ເພື່ອ:ປັບປ່ຽນສະພາບອາກາດ ແລະ ການບັງຄັບໃຊ້ກົດໝາຍ.

ໂດຍໃນປັດຈຸບັນທາງການຂອງປະເທດອິນໂດເນເຊຍ ໄດ້ອອກຄຳສັ່ງລົງໂທດທາງບໍລິສັດທີ່ສ້າງມົນລະພິດທາງອາກາດໄປແລ້ວທັງໝົດ 11 ແຫ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/