ອິນເດຍ ກຽມເຂົ້າມາຊ່ວຍ ສປປ ລາວ ແກ້ໄຂບັນຫາໂລຈິສຕິກ ລວມທັງການຂາດແຄນໄຟຟ້າ ແລະ ເສັ້ນທາງເປ່ເພ


ປະເທດລາວ ມີຫຼາຍປະເທດທີ່ສົນໃຈຢາກຮ່ວມລົງທຶນໃນດ້ານເສດຖະກິດ ອີກໜຶ່ງປັດໄຈຫຼັກທີ່ເຮັດໃຫ້ຫຼາຍປະເທດຢາກຮ່ວມພັດທະນາ ກໍຄືປະເທດລາວບໍ່ມີທາງອອກສູ່ທະເລ ແຕ່ຕັ້ງຢູ່ໃຈກາງພູມີພາກອາຊີຕາເວັນອອກສຽງໃຕ້ ມີພົມແດນຕິດກັບຫວຽດນາມ, ກຳປູເຈຍ, ໄທ, ມຽນມາ ແລະ ຈີນ. ດ້ານການພັດທະນາ ຖືວ່າຍັງບໍ່ໄດ້ຕາມເປົ້າໝາຍທີ່ຄາດໄວ້.

ໃນຫຼາຍໆປະເທດທີ່ສົນໃຈຢາກຮ່ວມພັດທະນາກັບລາວນັ້ນ ອັນດັບໜຶ່ງແມ່ນປະເທດຈີນ ມາລົງທຶນຢູ່ລາວຫຼາຍທີ່ສຸດ ແລະ ຕາມດ້ວຍປະເທດອື່ນໆ. ໜຶ່ງໃນນັ້ນກໍມີປະເທດອິນເດຍ ເຊິ່ງສົນໃຈຢາກຊ່ວຍ ສປປ ລາວ ແກ້ໄຂບັນຫາດ້ານໂລຈິສຕິກເປັນຫຼັກ ແລະ ອີກຫຼາຍບັນຫາ. ອິນເດຍ ຄາດວ່າການຮ່ວມມືກັບລາວ ອາດເປັນເຊີງຍຸດທະສາດໄດ້ໃນຫຼາຍໆມິຕິ ທັງໃນດ້ານເສດຖະກິດ, ພູມມີພາກ, ສັງຄົມ ແລະ ອື່ນໆ.

ສປປ. ລາວ ອຸດົມໄປດ້ວຍຊັບພະຍາກອນທຳມະຊາດ ອຸດົມໄປດ້ວຍແຮ່ຕ່າງໆ ມີທັງຄຳ, ທອງແດງ, ຖ່ານຫີນ, ປ່າໄມ້ ແລະ ສາຍນ້ຳ. ສາມາດສ້າງລາຍໄດ້ໃຫ້ແກ່ນັກລົງທຶນບໍ່ໜ້ອຍກໍຫຼາຍ, ພ້ອມກັນນີ້ ຍັງມີທີ່ຕັ້ງຍຸດທະສາດ ເພາະມີສາຍນ້ຳຂອງ ເຊິ່ງເປັນເສັ້ນທາງການຄ້າທີ່ສຳຄັນ ໃນການເຊື່ອມອາຊຽນກັບຈີນ.

ອິນເດຍ ອາດໄດ້ຮັບຜົນປະໂຫຍດຈາກລາວ ໃນຈຸດຜ່ານການການລົງທຶນໂຄງສ້າງພື້ນຖານ ເຊັ່ນ: ເສັ້ນທາງທ່າເຮືອ, ທາງລົດໄຟ. ເພື່ອພັດທະນາການເຊື່ອມໂຍງ ແລະ ການຄ້າລະຫວ່າງ 2 ປະເທດ. ຜູ້ຊ່ຽວຊານຂອງອິນເດຍອາດເຂົ້າມາຊ່ວຍລາວດ້ານໂລຈິສຕິກ ແລະ ໂຄງສ້າງພື້ນຖານ ທີ່ ສປປ. ລາວ ບໍ່ວ່າຈະເປັນເສັ້ນທາງເປ່ເພ່ ຫຼື ໄຟຟ້າຂາດແຄນ.

ສະນັ້ນແລ້ວ, ອິນເດຍ ຈຶ່ງພະຍາຍາມຂະຫຍາຍອິດທິພົນເຂົ້າມາໃນພູມີພາກຜ່ານນະໂຍບາຍປະຕິບັດການຕາເວັນອອກ (Act east Policy). ເຊິ່ງເປັນຍຸດທະສາດຂອງອິນເດຍ ໃນການກະຕຸ້ນຄວາມສຳພັນກັບປະເທດໃນເອາຊີຕາເວັນອອກ ໂດຍວາງໃຫ້ອາຊຽນເປັນຈຸດສູນກາງຂອງນະໂຍບາຍ. ເຮັດໃຫ້ ສປປ. ລາວ ອາດເປັນປະຕູສຳລັບອິນເດຍໃຫ້ໄດ້ເຂົ້າມາປາກົດຕົວໃນພູມີພາກນີ້.

ອິນເດຍ ແລະ ລາວ ຈະເຮັດວຽກຮ່ວມກັນ ເພື່ອສ້າງຄວາມສະໜິດແໜ້ນ ມີສະຖຽນລະພາບໃນລະດັບພູມີພາກ ແລະ ຮ່ວມພັດທະນາເສດຖະກິດ ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມຍືືນຍົງດ້ານສິ່ງແວດລ້ອມ.

ທີ່ມາ:

AEC Connect

Hidden Gem of Asia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/