ກົນລະຍຸດໃນການລົງທຶນທີ່ໃຊ້ຢູ່ຍັງບໍ່ດີພໍ! Whale ສູນເງິນລົງທຶນກວ່າ 5 ລ້ານໂດລາ ຫຼັງຕະຫຼາດຢູ່ໃນພາວະຂາລົງ


Lookonchain ແພລັດຟອມຕິດຕາມການເຄື່ອນໄຫວໃນເຄືອຂ່າຍໄດ້ລາຍງານວ່າ Whale ລາຍໜຶ່ງໄດ້ເລົ່າເຖິງເຫດການທີ່ພິກຜັນຈົນໜ້າປະຫຼາດໃຈວ່າ ເຂົາກຳລັງປະເຊີນກັບບັນຫາການສູນເສຍຄັ້ງໃຫຍ່ຈາກການເປີດສະຖານະ Long Positions ໃນຕະຫຼາດ Future.

ໃນລາຍງານໄດ້ລະບຸວ່າ Whale ລາຍນີ້ໄດ້ເປີດຄຳສັ່ງ Long ຫຼຽນ Ethereum, ຫຼັງຈາກນັ້ນຕະຫຼາດກໍເຂົ້າສູ່ພາວະຕະຫຼາດຂາລົງເຮັດໃຫ້ມູນຄ່າຂອງຫຼຽນທີ່ເຂົາຖືຢູ່ຂາດດຸນ.

ເມື່ອລາຄາຫຼຽນ ETH ຫຼຸດລົງຕໍ່າກວ່າລາຄາຫຼຽນກ່ອນໜ້ານີ້ທີ່ຫຼາຍກວ່າ 1,860 ໂດລາ ໂດຍໄດ້ຫຼຸດລົງເຫຼືອໜ້ອຍກວ່າ 1,700 ໃນເດືອນກໍລະກົດທີ່ຜ່ານມາ ເຮັດໃຫ້ພັອດຂອງ Whale ລາຍນີ້ຖືກລ້າງ ໂດຍສູນເງິນໄປກວ່າ 3.8 ໂດລາໃນການເປີດຄໍາສັ່ງ Long ພຽງລາຍການດຽວ.

ນອກຈາກນີ້ Lookonchain ຍັງກວດເຫັນຄຳສັ່ງ Long ອີກໜຶ່ງລາຍການເມື່ອປະມານ 13 ມື້ທີ່ຜ່ານມາ, ເຊິ່ງໃນຕອນນັ້ນ Whale ລາຍນີ້ໄດ້ເຂົ້າຊື້ Ethereum ໃນໄລຍະທີ່ລາຄາກຳລັງເພີ່ມຂຶ້ນພໍດີ ແຕ່ໃນຕອນສຸດທ້າຍລາຄາຂອງຫຼຽນ ETH ກັບຫຼຸດລົງເຫຼືອປະມານ 1,620 ໂດລາ ເຮັດໃຫ້ເຂົາຕ້ອງຖືກລ້າງພັັອດໄປ ແລະ ສູນເງິນໄປປະມານ 1.289 ໂດລາ. ຫາກເຮົານຳເງິນທີ່ເສຍໄປກ່ອນໜ້ານີ້ກັບເງິນທີ່ເສຍໄປຫຼ້າສຸດມາລວມກັນກໍຈະເສຍຢູ່ປະມານ 5.1 ລ້ານໂດລາ.

ຢ່າງໃດກໍຕາມ ການສູນເສຍຄັ້ງໃຫຍ່ຂອງ Whale ລາຍນີ້ຍັງຄົງບໍ່ໄດ້ສ້າງບັນຫາໃດໆໃຫ້ແກ່ເຂົາ. ໂດຍໃນວັນທີ 29 ສິງຫາທີ່ຜ່ານມາ ລາຄາຂອງ Ethereum ໄດ້ເພີ່ມຂຶ້ນຫຼັງຈາກ Grayscale ເອົາຊະນະ SEC ໃນຊັ້ນສານ ເຮັດໃຫ້ນັກລົງທຶນທັງຫຼາຍກັບເຂົ້າສູ່ຕະຫຼາດໃໝ່ອີກຄັ້ງເມື່ອສະກຸນເງິນດິຈິຕອນທີ່ໃຫຍ່ເປັນອັນດັບສອງເຊິ່ງມີລາຄາຊື້ຂາຍຢູ່ທີ່ 1,717 ໂດລາ ຫຼັງຈາກນັ້ນລາຄາຂອງ ETH ກໍເພິ່ມຂຶ້ນສູງໄປອີກຢ່າງໄວວາ.

ທີ່ມາ:

cryptopotato

twitter

lookonchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/