ເມນູໃໝ່ຈາກຈີນ ຊານົມໝູສາມຊັ້ນ ເອົາໃຈທັງສາຍຊານົມ ແລະ ໝູສາມຊັ້ນ


ໃຜຢາກລອງໃຫ້ຍົກມືຂຶ້ນ! ເມນູໃໝ່ທີ່ມີຂາຍແຕ່ຢູ່ເມືອງຊານຕົງ ປະເທດຈີນ ໂດຍຮ້ານຂາຍຊານົມແຫ່ງນີ້ໄດ້ຄິດຄົ້ນເມນູສຸດແປກນີ້ອອກມານັ້ນກໍຄື “ຊານົມໄຂ່ມຸກທັອບປິ້ງດ້ວຍໝູສາມຊັ້ນ” ແຕ່ຊາວເນັດບອກວ່ານີ້ແມ່ນການກໍ່ການຮ້າຍທາງອາຫານຢ່າງຮ້າຍແຮງ.

ກະແສໃນໂລກອອນລາຍຂອງປະເທດຈີນກຳລັງຮືຮາ ຫຼັງຈາກຮ້ານຂາຍຊານົມຊື່ດັງ Ice Snow Time ທີ່ມີແຟຣນໄຊຊານົມ ແລະ ກະແລັມທົ່ວປະເທດ ໄດ້ປະກາດເມນູໃໝ່ທີ່ມີການປະສົມປະສານລະຫວ່າງຂອງຄາວ ແລະ ຂອງຫວານ ຄົບຈົບໃນຈອກດຽວ ນັ້ນກໍຄື “ຊານົມໄຂ່ມຸກທັອບປິ້ງດ້ວຍໝູສາມຊັ້ນ”.

ໂດຍທາງຮ້ານຍັງໄດ້ໂພສລົງໃນ TikTok (ຈີນ) ໄດ້ລະບຸວ່າ “ຕຸ້ຍແຕ່ບໍເຍີ້ມ ຊານົມໝູສາມຊັ້ນແທ້ໆ ພ້ອມລະເບີດຄວາມແຊບ ແລະ ຄວາມນຸ້ມ ມີສະເພາະສາຂາມົນທົນຊານຕົງເທົ່ານັ້ນ” ຫຼັງຈາກໂພສລົງກະແສໂລກກໍລະເບີດທັນທີ ມີການແຊຣ໌ຕໍ່ໄປອີກຫຼາຍແພລັດຟອມ ພ້ອມກັບມີຊາວເນັດຈຳນວນຫຼາຍເຂົ້າມາສະແດງຄວາມຄິດເຫັນ.

ໂດຍມີຊາວເນັດແບ່ງອອກເປັນ 2 ຝ່າຍມີທັງເຫັນດີ ແລະ ບໍ່ເຫັນດີ ຝັ່ງເຫັນດີບອກວ່າ “ພຽງແຕ່ຟັງການບັນຍາຍຂ້ອຍກໍຢາກບິນໄປກິນແລ້ວ” “ໄປລອງເບິ່ງໄດ້ ຣົດຊາດດີເກີນທີ່ຄິດ” ຫຼື “ເລື່ອງແທ້ບໍ່! ຫາກແມ່ນເລື່ອງແທ້ຂ້ອຍຊິໄປກິນດຽວນີ້ເລີຍ!”.

ທາງຝັ່ງບໍ່ເຫັນດີກໍໄດ້ສະແດງຄວາມເຫັນວ່າ “ຂ້ອຍຈະແຈ້ງຕຳຫຼວດແທ້ໆເດີ້ ມັນເປັນການກໍ່ການຮ້າຍທາງອາຫານອີ່ຫຼີ”, “ມັນກາຍເປັນສົງຄາມທຸລະກິດອາຫານແລ້ວ”, “ອາຫານສອງຢ່າງນີ້ມັນຢູ່ໃນທ້ອງຂ້ອຍໄດ້ ແຕ່ມັນຈະບໍ່ຢູ່ໃນປາກຂ້ອຍພ້ອມກັນ” ຫຼື “ຂ້ອຍຄິດບໍ່ອອກເລີຍວ່າພວກເຮົາຄົນຊານຕົງຊິກິນສິ່ງນີ້”.

ເຖິງຢ່າງໃດກໍຕາມ ມີທັງຄົນມັກ ແລະ ບໍ່ມັກເປັນເລື່ອງທຳມະດາ ຫຼືຫາກໃຜຢາກໄປລອງກໍສາມາດໄປໄດ້ທີ່ມີເມືອງຊານຕົງເດີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/