ນະຄອນຫຼວງວຽງຈັນ ຈະມີເມືອງໃໝ່ເພີ່ມອີກ 1 ຕົວເມືອງໃນໄວໆນີ້


ໃນວັນທີ 5 ກຸມພາ 2021 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ, ໄດ້ພ້ອມພຽງກັນລົງຕິດຕາມຄວາມຄືບໜ້າ ໃນການຄົ້ນຄວ້າສ້າງຕັ້ງເມືອງໃໝ່ ເມືອງທີ 10 ຂອງແຂວງນະຄອນຫຼວງວຽງຈັນ, ຢູ່ຈຸດບ້ານນາງົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນ ພວງໄຊ.

ທາງພາກສ່ວນຕ່າງໆ ເປັນຕົ້ນແມ່ນ: ເຈົ້າເມືອງໄຊທານີ, ພ້ອມດ້ວຍຄະນະຄົ້ນຄວ້າສ້າງຕັ້ງເມືອງໃໝ່ ແລະ ອົງການປົກຄອງບ້ານ ຕະຫຼອດເຖິງປະຊາຊົນພາຍໃນບ້ານກໍໄດ້ເຂົ້າຮ່ວມຕິດຕາມ.

ທ່ານ ນາງດໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາຄະນະຮັບຜິດຊອບທຸກພາກສ່ວນ ໄດ້ຮ່ວມໃຈສຸມໃສ່ວຽກງານສໍາຫຼວດ ແລະ ເກັບກໍາຂໍ້ມູນ ເພື່ອກໍານົດເທສະບານ ພ້ອມຂອບເຂດເມືອງ ເຊິ່ງເລີ່ມປະຕິບັດຕັ້ງແຕ່ ເດືອນມິຖຸນາ ປີ 2018 ຈົນຮອດປັດຈຸບັນ.

ໃນການສໍາຫຼວດແມ່ນໄດ້ກວມເອົາ 24 ບ້ານ, ມີ 5 ບ້ານຂອງເມືອງປາກງື່ມ, ມີປະຊາກອນທັງ ໝົດ 37,532 ຄົນ.

ສໍາເລັດການກໍານົດຂອບເຂດພື້ນທີ່ເທສະບານໃໝ່ ກວມເອົາ 3 ບ້ານຄື: ບ້ານນາງົມເກົ່າ, ບ້ານນາງົມໃໝ່ ແລະ ບ້ານນາຕານ, ເນື້ອທີ່ທັງໝົດ 46,42 ກິໂລຕາແມັດ.

ສໍາເລັດການສ້າງແຜນທີ່ຂອບເຂດພື້ນທີ່ເມືອງໃໝ່ ແລະ ກໍານົດພື້ນທີ່ເທສະບານໃໝ່ ພ້ອມທັງສ້າງບົດບັນທຶກເຂດແດນຕິດຕໍ່ທັງສາມບ້ານ.

ສໍາເລັດການບົດວິພາກການພັດທະນາກຸ່ມບ້ານຊ້າງ ໃຫ້ກາຍເປັນຕົວເມືອງເປັນເທສະບານ  ເມືອງໃໝ່.

ຖືໄດ້ວ່າທຸກພາກສ່ວນໄດ້ເອົາໃຈໃສກັນຢ່າງເຕັມທີ່ ເພາະເປັນການສໍາເລັດໄປອີກຂັ້ນກໍວ່າໄດ້, ໃນການສ້າງເມືອງໃໝ່ນີ້ກໍເພາະວ່າ ເພື່ອຢາກຈະຂະຫຍາຍພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນໃຫ້ເຕີບໃຫຍ່ເຂັ້ມແຂງ, ນໍາພາປະຊາຊົນໃຫ້ມີຊີວິດທີ່ດີຂຶ້ນ.

ຂໍຂອບໃຈຂໍ້ມູນຈາກ:

https://www.facebook.com/watch/?v=817589042124660