ອອສເຕເລຍຜະລິດພະລັງງານສະອາດ ຈາກ “ຄື້ນທະເລ”


ຜ່ານມາເຮົາອາດຈະເຄີຍເຫັນບັນດາພະລັງງານສະອາດມາຫຼາຍແລ້ວ ບໍ່ວ່າຈະເປັນພະລັງງານນ້ຳ, ພະລັງງານລົມ,​ ພະລັງງານແສງຕາເວັນ ຫຼື ພະລັງງານເມັດຝົນ ແຕ່ຮູ້ບໍ່ວ່າ ທີ່ປະເທດອອສເຕເລຍໄດ້ຄິດຄົ້ນພະລັງງານຈາກ “ຄື້ນທະເລ” ເທັກໂນໂລຢີຂອງພະລັງງານຈາກການຮຽນແບບການເຮັດວຽກຂອງພະລັງງານລົມ ຈາກບໍລິສັດ Wave Swell Energy.

ເຄື່ອງທີ່ຈະຜະລິດເປັນພະລັງງານຄື້ນຈະມີລັກສະນະຄ້າຍກັບເຮືອທີ່ມີຫ້ອງ ແລະ ປະຕູບານກວ້າງໃຕ້ນ້ຳທະເລ ເພື່ອໃຫ້ນ້ຳທະເລໄຫຼເຂົ້າໄປ ເຊິ່ງນ້ຳທີ່ໄຫຼເຂົ້າໄປນີ້ຈະເປັນການດັນລົມໃນຫ້ອງໃຫ້ໝຸນວຽນ ແລ້ວເກີດເປັນພະລັງງານ.

ພະລັງງານຄື້ນທະເລ ຈະເລີ່ມນຳໃຊ້ທີ່ເກາະ King Island, Tasmania ທາງພາກໃຕ້ຂອງອອສເຕເລຍ, ເຊິ່ງເປັນເກາະທີ່ມີລົມແຮງ ເຮັດໃຫ້ມີການກໍ່ຄື້ນສູງ ຈຶ່ງເໝາະກັບການໃຊ້ພະລັງງານໃໝ່ນີ້ຫຼາຍ, ຄາດວ່າພະລັງງານຄື້ນທະເລ ຈະສາມາດສ້າງພະລັງງານໃຫ້ປະເທດໄດ້ເຖິງ 11% ພາຍໃນປີ 2050 ຫຼື ເທົ່າກັບພະລັງງານທັງໝົດທີ່ໃຊ້ໃນເມືອງ Melbourne ເລີຍ.

ຂອບໃຈຂໍ້ມູນຈາກ:

https://www.theguardian.com/australia-news/2021/feb/02/remote-tasmanian-island-to-be-powered-by-blowhole-energy-that-harnesses-waves?CMP=twt_a-environment_b-gdneco&fbclid=IwAR3Yr5Z6FHG9kqN8iqQpVz6VBJdxFUygxzmtAELcsrlqN5URXUib3GbtEAs

https://thewest.com.au/technology/blowhole-energy-to-power-tassie-island-ng-s-2047726?fbclid=IwAR0zZLaBA8KEFxA8uStUM_RK83iO_DDcq8fD8MbLoo6TTjVgMXm9Hb_kUKM