ພົບສິມນ້ຳບາດ ຄາດວ່າມີອາຍຸ 200 ປີ ຢູ່ບ້ານໃໝ່ ເມືອງວິລະບູລີ ພ້ອມອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ


ໃນວັນທີ 30 ມັງກອນ 2021 ທີ່ຜ່ານມາ, ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ນາງດາວອນ ໄຊສຸລຽນ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ລົງສໍາຫຼວດເບິ່ງຮ່ອງຮອຍສິມນ້ຳບາດ ເປັນສິມທີ່ເກົ່າແກ່ຫຼາຍ ຄາດວ່າມີອາຍຸປະມານ 200 ປີ, ປັດຈຸບັນແມ່ນຢູ່ບ້ານ ໃໝ່ ເມືອງວິລະບູລີ ແຂວງສະຫວັນນະເຂດ.

ສິມນ້ຳບາດນີ້ ມີຄວາມເກົ່າແກ່, ຊຸດໂຊມ, ເຊາະເຈື່ອນ ໄປຕາມການເວລາ ປະສົມກັບປະຊາຊົນໃນເຂດນັ້ນໄດ້ເບີກເນື້ອທີ່ ເຂົ້າມາໃກ້ຫຼາຍພໍສົມຄວນ; ເມື່ອເປັນເຊັ່ນນັ້ນແລ້ວ ທາງພາກສ່ວນທີ່ກ່ຽວຂ້ອງ ຈຶ່ງພາກັນຕົກລົງເຫັນດີກັນ ປັບປຸງສ້ອມແປງສິມໃຫ້ມີຄວາມສວຍສົດງົດງາມຂຶ້ນກວ່າເກົ່າ, ເພາະທາງຄະນະບໍລິຫານ ລວມທັງປະທານສະພາປະຊາຊົນແຂວງ ຕະຫຼອດຈົນເຖິງຫົວໜ້າພະແນກ ຖວທ ມີແຜນຈະພັດທະນາຂົງເຂດນີ້ ໃຫ້ເປັນທີ່ໜ້າສົນໃຈໃຫ້ຫຼາຍຂຶ້ນ.

ສະໜັບສະໜູນໃຫ້ກາຍເປັນແຫຼ່ງທ່ອງທ່ຽວຂອງແຂວງ ລວມເຖິງເປັນການອະນຸລັກປົກປັກຮັກສາສະຖານທີ່ສໍາຄັນນີ້ໄວ້, ໃຫ້ຜູ້ຄົນໄດ້ເຄົາລົບບູຊາ, ໃຫ້ຄົນຮຸ່ນຫຼັງໄດ້ສືບທອດຫາຄວາມຮູ້, ໃຫ້ໄດ້ເຫັນ, ໄດ້ສໍາຜັດ ແລະ ໃຊ້ໃນທາງທີ່ເປັນປະໂຫຍດຕໍ່ໄປ.

ໃນໂອກາດນີ້ ກໍໄດ້ທຶນທີ່ໄດ້ຈາກການບໍລິຈາກຂອງຄະນະທີມງານທີ່ໄປຮ່ວມ ແລະ ອອກຕົນຍາດໂຍມທາງແຂວງສະຫວັນນະເຂດ ເປັນມູນຄ່າ 5 ລ້ານກວ່າກີບ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/permalink.php?story_fbid=3603047473142078&id=834786276634892