ແມ່ຍິງເຄນຍາຣີໄຊເຄິນດິນບລັອກທີ່ແຂງແຮງຈົນໄດ້ຮັບຮາງວັນ UN ດ້ານສິ່ງແວດລ້ອມ!


ບັນຫາພລາສຕິກລົ້ນໂລກ ກໍຍັງມາແຮງເປັນອັນດັບໜຶ່ງ ເນື່ອງຈາກຂີ້ເຫຍື້ອດັ່ງກ່າວມີຫຼາຍເກີນໄປ ຈຶ່ງເຮັດໃຫ້ມີຄົນໆໜຶ່ງເກີດແນວຄວາມຄິດທີ່ຈະເອົາມັນມາໃຊ້ໃຫ້ເປັນປະໂຫຍດ ນັ້ນແມ່ນ Nzambi Matee ແມ່ຍິງຊາວເຄນຍາ ອາຍຸ 29 ປີ ໄດ້ກໍ່ຕັ້ງບໍລິສັດ Gjenge Maker ແລະ ຜະລິດກ້ອນດິນຈີ່ທີ່ໃຊ້ປູທາງໃນໂຮງຮຽນຈາກພລາສຕິກ ທີ່ລາວຮັບມາຣີໄຊເຄິນທີ່ເມືອງ Nairobi ປະເທດເຄນຍາ.

ຄວາມຄິດຂອງ Matee ເລີ່ມມາຈາກການທີ່ລາວເຫັນຖົງຂີ້ເຫຍື້ອຖືກຖິ້ມຢູ່ຕາມຫົນທາງໃນ Nairobi ເປັນປະຈຳ ແລະ ລາວເບື່ອທີ່ຈະຖ້າລັດຖະບານອອກມາຈັດການ. ຕັ້ງແຕ່ປີ 2017 ທີ່ລາວໄດ້ກໍ່ຕັ້ງບໍລິສັດຂຶ້ນມາ ລາວເລົ່າວ່າ ພວກເຂົາໄດ້ຣີໄຊເຄິນຂີ້ເຫຍື້ອພລາສຕິກໄດ້ຫຼາຍກວ່າ 20 ໂຕນ ແລະ ຕັ້ງໃຈຈະໃຫ້ໄດ້ 50 ໂຕນພາຍໃນທ້າຍປີໜ້າ.

ກ້ອນດິນຈີ່ທີ່ Nzambi Matee ຄິດຄົ້ນຂຶ້ນມານັ້ນບໍ່ທຳມະດາ ຈົນໄດ້ຮັບຮາງວັນ Young Champion of the Earth ປະຈຳປີ 2020 ຂອງ UNEP ນັ້ນຍ້ອນວ່າ ລາວໄດ້ໃຊ້ນະວັດຕະກຳອັດແຂງພລາສຕິກຈົນແຂງກວ່າພລາສຕິກທຳມະດາເຖິງ 5-7 ເທົ່າ ແຖມຍັງມີລາຄາຖືກກວ່າອີກດ້ວຍ.

ວັດສະດຸທີ່ຈະເອົາມາເຮັດເປັນດິນຈີ່ຂອງລາວແມ່ນ ພລາສຕິກຈຳພວກ HDPE ຈາກຕຸກນ້ຳ, ຂວດຢາສະຜົມ, LDPE ຈາກຖົງຫໍ່ຊີຣຽວ ແລະ ແຊນວິສ, ທໍ່ດູດພລາສຄິກ ແລະ PP ທີ່ໃຊ້ເຮັດເຊືອກ,​ ໄຖ່ ລວມເຖິງຈອກໝີ່ສຳເລັດຮູບແບບແຂງອີກດ້ວຍ.

ຂັ້ນຕອນການຜະລິດແມ່ນຈະເອົາໄປລ້າງໃຫ້ສະອາດ ແລ້ວເອົາມາຕັດເປັນອັນນ້ອຍໆ ປະສົມກັບຊາຍ ແລ້ວຈຶ່ງນຳໄປເຜົາທີ່ຄວາມຮ້ອນ 350 ອົງສາ ຫຼັງຈາກນັ້ນເອົາມາອັດເປັນກ້ອນ ແລະ ຕົກແຕ່ງໃຫ້ສວຍງາມ.

ຂອບໃຈຂໍ້ມູນຈາກ:

https://www.reuters.com/article/us-kenya-environment-recycling/kenyan-recycles-plastic-waste-into-bricks-stronger-than-concrete-idUSKBN2A211N?fbclid=IwAR24A5nAfo23lGIthHrZC-DOBdFWSFgT-VwtiPvHOSjANxNJpYZHiBWemBI

https://www.unenvironment.org/youngchampions/news/story/building-blocks-greener-nairobi?fbclid=IwAR1zthprS20nenUtI5P_XLciFrv1XkR0ciL-_Ro0deJN1gjpwFN_Zd4W_pg