Warner Bros. ຢືນຢັນ Jenna Ortega ຈະຮ່ວມສະແດງໃນຮູບເງົາ Beetlejuice 2 ປະກາດກຳນົດສາຍໃນປີ 2024


Variety ໄດ້ອອກມາລາຍງານວ່າທາງ Warner Bros. Pictures ກຳລັງເດີນໜ້າສ້າງຮູບເງົາເລື່ອງ Beetlejuice 2 ເຊິ່ງເປັນພາກຕໍ່ຂອງຮູບເງົາໃນຕຳນານຂອງຜູ້ກຳກັບສີມືດີ Tim Burton ເມື່ອປີ 1988 ໂດຍພາກຕໍ່ນີ້ໄດ້ຮັບການຢືນຢັນແລ້ວວ່າຈະໄດ້ນັກສະແດງໄຟແຮງຈາກຊີຣີ້ຊື່ດັງ Wednesday ຢ່າງ Jenna Ortega ຈະມາຮັບບົດລູກສາວຂອງ Lydia Deetz ນາງເອກຈາກພາກກ່ອນ.

ໂດຍໃນພາກນີ້ກໍຍັງໄດ້ນັກສະແດງຄົນເກົ່າຢ່າງ Michael Keaton ກັບມາຮັບບົດຜີສຸດກວນ ພ້ອມກັບຂົນທັບນັກສະແດງໃນພາກເກົ່າກັບມາບໍ່ວ່າຈະເປັນ Winona Ryder ທີ່ຈະຮັບມາບົດ Lydia Deetsz ແລະ Catherine O’Hara ທີ່ຈະມາຮັບບົດເປັນ Delia Deetz ອີກດ້ວຍ.

ນີ້ອາດຈະຖືວ່າເປັນການກັບມາຮ່ວມງານກັນອີກຄັ້ງຂອງນັກສະແດງສາວ Jenna Ortega ແລະ ຜູ້ກຳກັບສີມືດີ Tim Burton ໂດຍທີ່ນັກສະແດງສາວ Jenna Ortega ທີ່ໄດ້ແຈ້ງເກີດກັບ ‘Wednesday’ ຂອງ Netflix ທີ່ມີ Tim Burton ເປັນຜູ້ກຳກັບ ແລະ ເປັນຜູ້ສ້າງ ແລະ ຢູ່ໃນຂັ້ນຕອນກຳລັງພັດທະນາ. ສຳລັບຮູບເງົາເລື່ອງ Beetlejuice 2 ທີ່ໄດ້ທັງນັກສະແດງໜ້າເກົ່າ ແລະ ໜ້າໃໝ່ສົບທົບກັນ ທາງ Warner Bros. ກໍໄດ້ອອກມາເປີດເຜີຍເຖິງກຳນົດການສາຍຂອງ Beetlejuice 2 ຢ່າງເປັນທາງການ ໂດຍລະບຸເປັນວັນທີ່ 6​ ກັນຍາ 2024 ທີ່ຈະມາເຖິງນີ້.

ແຕ່ກໍມີປະເດັນທີ່ຮູບເງົາເລື່ອງ ‘Blade’ ເວີຊັນຣີບູດໃນຈັກກະວານ Marvel Cinematic Universe ຂອງ Marvel Studio ເຂົ້າສາຍໃນມື້ດຽວກັນພໍດີປານຈັບວາງ ແຕ່ກໍຖືວ່າເປັນຄູ່ແຂ່ງທີ່ສົມນ້ຳສົມເນື້ອ ເນື່ອງຈາກຮູບເງົາທັງສອງກໍມີແຟນໆຕິດຕາມຢູ່ເປັນຈຳນວນຫຼວງຫຼາຍ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/