ປະເທດຫວຽດນາມ ຈະກຳນົດໃຫ້ຜູ້ໃຊ້ Social Media ພິສູດຕົວຕົນການເປັນເຈົ້າຂອງບັນຊີ


ປະເທດ ຫວຽດນາມກຽມກຳນົດໃຫ້ຜູ້ໃຊ້ Social Media ບໍ່ວ່າຈະເປັນແພລັດຟອມໃນປະເທດ ຫຼື ຕ່າງປະເທດ ຕ້ອງໄດ້ພິສູດຢືນຢັນຕົວຕົນ ເພື່ອການພະຍາຍາມຄວບຄຸມ ບໍ່ໃຫ້ມີການຫຼອກລວງໃນໂລກອອນລາຍ.

ເມື່ອວັນຈັນ ທີ 8 ພຶດສະພາ 2023 ໜັງສືພິມ Vioce Of Vietnam ໄດ້ລາຍງານວ່າ ປະເທດຫວຽດນາມກຳລັງທີ່ຈະແກ້ໄຂບັນຫາກົດໝາຍໂທລະຄົມມະນາຄົມ ທີ່ຈະມີຜົນບັງຄັບໃຫ້ຜູ້ໃຊ້ແພລັດຟອມ Social Media ຕ່າງໆທັງນອກ ແລະ ໃນປະເທດ ຕ້ອງໄດ້ມີການພິສູດຢືນຢັນຕົວຕົນ ເພື່ອຊ່ວຍໃຫ້ໜ່ວຍງານບັງຄັບໃຊ້ກົດໝາຍສາມາດຕິດຕາມຜູ້ໃຊ້ງານ Social Media ທີ່ກະທຳຄວາມຜິດທາງກົດໝາຍ ແລະ ຊ່ວຍໃນການຄວບຄມການສໍ້ໂກງອອນລາຍ.

ທ່ານ ຫວຽນ ທັນ ຫຼຳ ລັດຖະມົນຕີຊ່ວຍວ່າການກະຊວງສື່ສານຂອງປະເທດຫວຽດນາມ ໄດ້ລະບຸວ່າ ມີຫຼາຍເທື່ອທີ່ເຈົ້າໜ້າທີ່ສາມາດລະບຸເຈົ້າຂອງບັນຊີ Social Media ທີ່ລະເມີດກົດໝາຍ ແຕ່ບໍ່ສາມາດຕິດຕາມພວກເຂົາໄດ້ ເນື່ອງຈາກອາຊະຍາກອນເຫຼົ່ານີ້ໃຊ້ແອັບພິເຄຊັນຂ້າມແດນ ໂດຍທີ່ທ່ານໄດ້ກ່າວວ່າ “ບັນຊີທີ່ບໍ່ໄດ້ຮັບການຢືນຢັນ ບໍ່ວ່າຈະຢູ່ໃນແພລັດຟອມໃດໃນປະເທດ ຫຼື ຕ່າງປະເທດ ເຊັ່ນ: Facebook, TikTok ແລະ YouTube ຈະຖືກລວມໄປໃນການໃຊ້ມາດຕະການໃໝ່”

ກົດລະບຽບດັ່ງກ່າວຈະຢູ່ໃນກົດໝາຍໂທລະຄົມມະນາຄົມທີ່ກຳລັງແກ້ໄຂ ເຊິ່ງຕ້ອງນຳເຂົ້າສູ່ສະພາເພື່ອໃຫ້ຝ່າຍນິຕິບັນຍັດ ຫຼື ເຫຼົ່າ ສ.ສ ອະນຸມັດ ແຕ່ຕອນນີ້ຍັງບໍ່ມີລາຍລະອຽດວ່າຢູ່ໃນຂັ້ນຕອນໃດ ແລະ ຈະອອກມາຕອນໃດ ການເຄື່ອນໄຫວຂ້າງຕົ້ນ ມີຂຶ້ນຫຼັງເມື່ອປີ 2565 ລັດຖະບານຫວຽດນາມໄດ້ຜ່ານກົດໝາຍ ເຊິ່ງກຳນົດໃຫ້ບໍລິສັດເືັກໂນໂລຊີ ຕ້ອງຈັດເກັບຂໍ້ມູນຜູ້ໃຊ້ໄວ້ໃນປະເທດ.

ທາງດ້ານ ອົງກອນສິດທິມະນຸດ ໄດ້ບະບຸວ່າ ມາດຕະການດັ່ງກ່າວ ຈະເຮັດໃຫ້ລັດຖະບານຫວຽດນາມ ມີຄວາມສາມາດໃນການກົດດັນບໍລິສັດຕ່າງໆ ແລະ ມີທ່າອ່ຽງທີ່ຈະກໍ່ໃຫ້ເກີດການລະເມີດເສລີພາບໃນການສະແດງອອກ ແລະ ຄວາມເປັນສ່ວນຕົວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/