ປົກເວັບ 76

ຈຳນວນນັກທ່ອງທ່ຽວທີ່ຫຼັ່ງໄຫຼເຂົ້າມາລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໄດ້ຍູ້ແຮງໃຫ້ລັດຖະບານເລັ່ງຍົກລະດັບລະບົບສະຖິຕິ ແລະ ບັນຊີການທ່ອງທ່ຽວໃຫ້ໄດ້ມາດຕະຖານສາກົນ. ເປົ້າໝາຍສຳຄັນແມ່ນເພື່ອຊີ້ວັດຜົນກະທົບຕົວຈິງຕໍ່ລະບົບເສດຖະກິດ ເຊິ່ງຈະກາຍເປັນເຂັມທິດນຳທາງໃຫ້ແກ່ການວາງແຜນນະໂຍບາຍ, ການລົງທຶນ ແລະ ການພັດທະນາປະເທດຢ່າງຍືນຍົງ.

ຕາມການລາຍງານຂອງ ວຽງຈັນທາມ, ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຫຼັງຈາກທີ່ຕົວເລກນັກທ່ອງທ່ຽວຕ່າງຊາດໃນໄຕມາດທຳອິດຂອງປີ 2026 ພຸ່ງສູງເຖິງ 1,31 ລ້ານເທື່ອຄົນ, ເຊິ່ງເພີ່ມຂຶ້ນຈາກ 1,26 ລ້ານເທື່ອຄົນໃນໄລຍະດຽວກັນຂອງປີ 2025. 

ຕົວເລກນີ້ຍັງເປັນການສືບຕໍ່ຄວາມສຳເລັດຈາກປີ 2025 ທີ່ ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າ 4,5 ລ້ານຄົນ, ລື່ນຄາດໝາຍລະດັບຊາດຮອດ 5 ສ່ວນຮ້ອຍ.

ດ້ວຍເຫດນີ້, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງດ້ານການທ່ອງທ່ຽວຈາກທົ່ວປະເທດ ຈຶ່ງໄດ້ຮ່ວມກັນຈັດກອງປະຊຸມສຳມະນາບັນຊີການທ່ອງທ່ຽວແຫ່ງຊາດຂຶ້ນທີ່ແຂວງຄຳມ່ວນ ໃນລະຫວ່າງວັນທີ 19-21 ພຶດສະພາ ທີ່ຜ່ານມາ ເພື່ອປຶກສາຫາລືການພັດທະນາໂຄງຮ່າງບັນຊີການທ່ອງທ່ຽວໃຫ້ສອດຄ່ອງກັບມາດຕະຖານຂອງອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism).

ທ່ານນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເນັ້ນໜັກໃນກອງປະຊຸມວ່າ ການທ່ອງທ່ຽວຍັງຄົງເປັນໜຶ່ງໃນຂະແໜງເສດຖະກິດຫຼັກ ທີ່ມີບົດບາດສຳຄັນໃນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

 ລະບົບບັນຊີການທ່ອງທ່ຽວແຫ່ງຊາດນີ້ ຈະເປັນເຄື່ອງມືອັນສຳຄັນໃນການວັດແທກການປະກອບສ່ວນທາງດ້ານເສດຖະກິດຢ່າງແທ້ຈິງຂອງອຸດສາຫະກຳດັ່ງກ່າວ ທີ່ມີຕໍ່ຂະແໜງການຕ່າງໆ ເຊັ່ນ: ການຂົນສົ່ງ, ການຄ້າ, ທີ່ພັກອາໄສ, ການບໍລິການອາຫານ ແລະ ການສ້າງວຽກເຮັດງານທຳ. 

ພ້ອມນັ້ນ, ລະບົບດັ່ງກ່າວຍັງຈະສະໜອງຂໍ້ມູນສະຖິຕິທີ່ຊັດເຈນໃຫ້ແກ່ທັງພາກລັດ ແລະ ເອກະຊົນ ເພື່ອສະໜັບສະໜູນການວາງນະໂຍບາຍ, ການຕັດສິນໃຈລົງທຶນ ແລະ ການຄຸ້ມຄອງການທ່ອງທ່ຽວ ໂດຍມຸ່ງໜ້າສູ່ການຫັນເປັນທັນສະໄໝ ຜ່ານການເຊື່ອມໂຍງຂໍ້ມູນດິຈິຕອນກັບບັນດາປະເທດອາຊຽນ ແລະ ສາກົນ.

ນອກຈາກການແລກປ່ຽນບົດຮຽນຈາກປະເທດທີ່ປະສົບຄວາມສຳເລັດໃນການນຳໃຊ້ລະບົບນີ້ແລ້ວ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ລົງພື້ນທີ່ເກັບກຳຂໍ້ມູນຕົວຈິງຢູ່ສະຖານທີ່ສຳຄັນຕ່າງໆໃນແຂວງຄຳມ່ວນ ລວມເຖິງດ່ານຊາຍແດນສາກົນຂົວມິດຕະພາບ ແລະ ແຫຼ່ງທ່ອງທ່ຽວຫຼັກ ເພື່ອສ້າງຄວາມເຂົ້າໃຈພາກປະຕິບັດ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ເປັນມາດຕະຖານດຽວກັນທົ່ວປະເທດ. 

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມນຳເອົາຄວາມຮູ້ທີ່ໄດ້ໄປໝູນໃຊ້ເຂົ້າໃນຍຸດທະສາດການທ່ອງທ່ຽວອາຊຽນ ປີ 2026-2030 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍໄດ້ຝາກຂໍ້ຄິດທີ່ໜ້າສົນໃຈໄວ້ວ່າ “ຂໍ້ມູນສະຖິຕິທີ່ຊັດເຈນ ແມ່ນເຂັມທິດທີ່ນຳພາໄປສູ່ການພັດທະນາຢ່າງຍືນຍົງ.”

#LaoX #LaosTourism #TourismData #ASEANTourism #EconomicDevelopment #Laos2026 #ສະຖິຕິການທ່ອງທ່ຽວ #ທ່ອງທ່ຽວລາວ

Comments are disabled