ໃນຖານະທີ່ ສປປ ລາວ ເປັນປະເທດທີ່ມີທ່າແຮງດ້ານພະລັງງານຈົນໄດ້ຮັບສາຍາວ່າ ແບັດເຕີຣີແຫ່ງອາຊຽນດ້ວຍຈຳນວນເຂື່ອນໄຟຟ້າທີ່ກະຈາຍຢູ່ທົ່ວປະເທດ, ໜຶ່ງໃນຄຳຖາມຄລາສສິກທີ່ມັກຈະເກີດຂຶ້ນໃນສັງຄົມສະເໝີຄື: “ໃນເມື່ອປະເທດເຮົາມີເຂື່ອນຜະລິດໄຟຟ້າຫຼາຍຂະໜາດນີ້ ເປັນຫຍັງຄ່າໄຟຟ້າທີ່ປະຊາຊົນຊົມໃຊ້ຈຶ່ງຍັງຮູ້ສຶກວ່າແພງຢູ່?”
ຄຳຕອບຂອງບັນຫານີ້ ບໍ່ໄດ້ຢູ່ທີ່ວ່າເຮົາມີເຂື່ອນໜ້ອຍ ຫຼື ຫຼາຍ ແຕ່ມັນເຊື່ອງຢູ່ໃນ “ໂຄງສ້າງການບໍລິຫານຈັດການ” ແລະ ກົນໄກເສດຖະກິດມະຫາພາກ ທີ່ປະຊາຊົນຫຼາຍຄົນອາດຈະຍັງເຂົ້າໃຈຜິດ ຫຼື ສັບສົນ ລະຫວ່າງສອງອົງກອນຫຼັກຄື: EDL ແລະ EDL-Gen. ການຕີຄວາມໝາຍວ່າທັງສອງເປັນອັນດຽວກັນ ແມ່ນຈຸດເລີ່ມຕົ້ນຂອງຄວາມເຂົ້າໃຈຜິດຕໍ່ໂຄງສ້າງລາຄາໄຟຟ້າໃນປັດຈຸບັນ.
ເພື່ອໃຫ້ເຫັນພາບລວມທີ່ຊັດເຈນ, ເຮົາຕ້ອງແຍກສອງຫົວໜ່ວຍນີ້ອອກຈາກກັນທາງດ້ານທຸລະກິດກ່ອນ
1. EDL (ລັດວິສາຫະກິດໄຟຟ້າລາວ): “ຜູ້ຊື້ມາ ແລະ ຂາຍໄປ ພ້ອມແບກຮັບພາລະສາຍສົ່ງ”
EDL ຖືກສ້າງຕັ້ງຂຶ້ນມາຕັ້ງແຕ່ປີ 1961. ປັດຈຸບັນ, ໜ້າທີ່ຫຼັກຂອງ EDL ບໍ່ແມ່ນການຜະລິດກະແສໄຟຟ້າ, ແຕ່ເປັນຜູ້ “ຄຸ້ມຄອງສາຍສົ່ງ ແລະ ຈຳໜ່າຍໄຟຟ້າ” ໃນທົ່ວປະເທດ. ເວົ້າງ່າຍໆຄື EDL ເຮັດໜ້າທີ່ເປັນພໍ່ຄ້າຄົນກາງ ທີ່ຕ້ອງໄປຮັບຊື້ໄຟຟ້າຈາກຜູ້ຜະລິດ ແລ້ວນຳມາບໍລິຫານຜ່ານລະບົບສາຍສົ່ງ ເພື່ອຂາຍຕໍ່ໃຫ້ແກ່ລູກຄ້າໃນຂະແໜງອຸດສາຫະກຳ, ການຄ້າ ແລະ ທີ່ຢູ່ອາໄສຂອງປະຊາຊົນທົ່ວໄປ.
2. EDL-Gen (ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ): “ໂຮງງານຜູ້ຜະລິດພະລັງງານ”
EDL-Gen ຖືກແຍກຕົວອອກມາຈາກ EDL ໃນປີ 2010 ເພື່ອເຮັດໜ້າທີ່ໃນການ “ຜະລິດກະແສໄຟຟ້າ” ໂດຍສະເພາະ. EDL-Gen ເປັນບໍລິສັດມະຫາຊົນ (ເຊິ່ງ EDL ຍັງຖືຮຸ້ນໃຫຍ່ 51%) ທີ່ມີລາຍຮັບຫຼັກຈາກການຜະລິດໄຟຟ້າແລ້ວຂາຍສົ່ງໃຫ້ EDL ພ້ອມທັງຮັບເງິນປັນຜົນຈາກການເຂົ້າໄປຮ່ວມທຶນກັບບັນດາໂຄງການຜູ້ຜະລິດໄຟຟ້າເອກະລາດ (IPP). ນອກຈາກນີ້, ຍັງມີບົດບາດສຳຄັນໃນການພັດທະນາບຸກຄະລາກອນ ເພື່ອບຳລຸງຮັກສາໂຮງງານໄຟຟ້າທົ່ວປະເທດ.
ເມື່ອເຮົາເຂົ້າໃຈແລ້ວວ່າ EDL ບໍ່ໄດ້ຜະລິດໄຟຟ້າເອງ ແຕ່ຕ້ອງ “ຊື້” ມາຈາກ EDL-Gen ແລະ ຜູ້ຜະລິດເອກະລາດ (IPPs) ອື່ນໆ, ສາເຫດທີ່ເຮັດໃຫ້ຄ່າໄຟຟ້າສະທ້ອນອອກມາໃນລາຄາປັດຈຸບັນ ຈຶ່ງຕິດພັນກັບປັດໄຈທາງດ້ານເສດຖະກິດເຊັ່ນ:
ຕົ້ນທຶນການຮັບຊື້ໄຟຟ້າ, ເຖິງແມ່ນວ່າເຂື່ອນຈະຕັ້ງຢູ່ລາວ, ແຕ່ໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ຫຼາຍແຫ່ງເປັນການລົງທຶນຂອງເອກະລາດ (IPP) ເຊິ່ງມີຕົ້ນທຶນການກໍ່ສ້າງມະຫາສານ. EDL ຕ້ອງໄດ້ເຮັດສັນຍາຮັບຊື້ໄຟຟ້າໃນລາຄາທີ່ຮັບປະກັນຜົນຕອບແທນໃຫ້ນັກລົງທຶນ ເພື່ອດຶງດູດການພັດທະນາໂຄງລ່າງພື້ນຖານ. ດັ່ງນັ້ນ, ໄຟຟ້າທີ່ປ່ອຍອອກມາຈາກເຂື່ອນ ຈຶ່ງບໍ່ແມ່ນ “ຂອງຟຣີ” ແຕ່ມີຕົ້ນທຶນການຊື້ຂາຍທີ່ຊັດເຈນ.
ພາລະອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້, ນີ້ຄືຈຸດສຳຄັນທີ່ສຸດ. ສັນຍາຊື້ຂາຍໄຟຟ້າລະຫວ່າງ EDL ກັບ ຜູ້ຜະລິດໄຟຟ້າເອກະລາດ (ລວມເຖິງໜີ້ສິນຕ່າງປະເທດທີ່ກູ້ຢືມມາສ້າງໂຄງລ່າງພື້ນຖານ) ມັກຈະຖືກຜູກມັດດ້ວຍສະກຸນເງິນຕາຕ່າງປະເທດ (ໂດລາສະຫະລັດ ຫຼື ເງິນບາດ). ໃນຂະນະທີ່ EDL ເກັບລາຍຮັບຈາກການຂາຍໄຟຟ້າໃຫ້ປະຊາຊົນເປັນ “ເງິນກີບ”. ເມື່ອດັດຊະນີລາຄາຜູ້ບໍລິໂພກ (CPI) ພາຍໃນປະເທດປັບຕົວສູງຂຶ້ນ ແລະ ຄ່າເງິນກີບມີການເໜັງຕີງ, EDL ຕ້ອງແບກຮັບສ່ວນຕ່າງຂອງອັດຕາແລກປ່ຽນຢ່າງໜັກໜ່ວງ ເຊິ່ງເປັນແຮງກົດດັນທີ່ເຮັດໃຫ້ບໍ່ສາມາດລຸດຄ່າໄຟຟ້າລົງໄດ້ຕາມໃຈມັກ ເພາະຕ້ອງຮັກສາສະຖຽນລະພາບຂອງອົງກອນ.
ຕົ້ນທຶນການຂະຫຍາຍ ແລະ ບຳລຸງຮັກສາລະບົບສາຍສົ່ງ, ການທີ່ຈະດຶງໄຟຟ້າຈາກເຂື່ອນທີ່ຢູ່ຫ່າງໄກສອກຫຼີກ ເຂົ້າມາສູ່ຕົວເມືອງ ແລະ ເຂດອຸດສາຫະກຳ ຕ້ອງອາໄສການລົງທຶນໃນລະບົບສາຍສົ່ງຢ່າງມະຫາສານ. ພາລະການບຳລຸງຮັກສາສາຍສົ່ງ, ໝໍ້ແປງ ແລະ ການສູນເສຍພະລັງງານໃນລະບົບ ລ້ວນແລ້ວແຕ່ເປັນຕົ້ນທຶນທີ່ບວກເຂົ້າໃນການບໍລິຫານຈັດການຂອງ EDL.
ສະຫຼຸບແລ້ວ, ການທີ່ມີເຂື່ອນຈຳນວນຫຼາຍ ແມ່ນການສ້າງຄວາມໝັ້ນຄົງທາງດ້ານພະລັງງານ ແລະ ເປັນແຫຼ່ງລາຍຮັບເຂົ້າປະເທດຜ່ານການສົ່ງອອກ. ແຕ່ສຳລັບການຊົມໃຊ້ພາຍໃນ, EDL-Gen ຄືຜູ້ຜະລິດທີ່ຕ້ອງສ້າງກຳໄລໃຫ້ຜູ້ຖືຮຸ້ນ, ສ່ວນ EDL ຄືຜູ້ໃຫ້ບໍລິການທີ່ຕ້ອງແບກຮັບຕົ້ນທຶນການຊື້, ການລົງທຶນສາຍສົ່ງ ແລະ ຄວາມສ່ຽງທາງດ້ານເສດຖະກິດມະຫາພາກ.
ຢ່າງໃດກໍຕາມ, ເມື່ອນຳເອົາອັດຕາຄ່າໄຟຟ້າພາກທີ່ຢູ່ອາໄສ ຂອງ ສປປ ລາວ ມາຕີແຜ່ປຽບທຽບກັບປະເທດອ້ອມຂ້າງ ໂດຍອີງໃສ່ຖານຂໍ້ມູນພະລັງງານສາກົນ ເຊັ່ນ: ບົດລາຍງານຂອງ ASEAN Energy Database ແລະ GlobalPetrolPrices ສຳລັບປີ 2024-2025, ຜົນທີ່ອອກມາຈະສະທ້ອນໃຫ້ເຫັນຕົວເລກທີ່ໜ້າສົນໃຈຫຼາຍ ເຊິ່ງອາດຈະກົງກັນຂ້າມກັບຄວາມຮູ້ສຶກຂອງຜູ້ຊົມໃຊ້ຕົວຈິງ.
ຖ້າເບິ່ງພຽງແຕ່ “ຕົວເລກດິບ” ທີ່ແປງເປັນສະກຸນເງິນມາດຕະຖານສາກົນ (USD), ຈະເຫັນໄດ້ຊັດເຈນວ່າ ຄ່າໄຟຟ້າຂອງ ສປປ ລາວ ແມ່ນຖືກເກືອບທີ່ສຸດໃນພາກພື້ນອາຊຽນ.
ຢ່າງໃດກໍຕາມ, ການປະເມີນຄ່າຄອງຊີບໃນໂລກຄວາມເປັນຈິງ ບໍ່ສາມາດອ່ານຄ່າພຽງແຕ່ປ້າຍລາຄາໄດ້, ແຕ່ຕ້ອງນຳເອົາຕົວຊີ້ວັດທາງເສດຖະກິດມະຫາພາກ ມາປະກອບການວິເຄາະຮ່ວມດ້ວຍ
ເຖິງແມ່ນວ່າຄ່າໄຟຟ້າຈະຢູ່ທີ່ປະມານ 800ປາຍກີບ ກີບຕໍ່ໜ່ວຍ ເຊິ່ງເບິ່ງຄືວ່າຕໍ່າ ເມື່ອທຽບກັບ 2,000 ຫາ 3,000 ກວ່າ ຂອງໄທ ແລະ ສິງກະໂປ, ແຕ່ເມື່ອທຽບໃສ່ກັບຖານລາຍຮັບສະເລ່ຍ ຫຼື ເງິນເດືອນຂັ້ນຕໍ່າຂອງປະຊາຊົນແລ້ວ, ສັດສ່ວນເງິນທີ່ຕ້ອງຖືກຕັດອອກໄປຈ່າຍຄ່າສາທາລະນູປະໂພກໃນແຕ່ລະເດືອນ ແມ່ນກິນພື້ນທີ່ລາຍຮັບໄປຫຼາຍພໍສົມຄວນ. ຕົວຢ່າງ: ປະຊາຊົນໄທຈ່າຍຄ່າໄຟແພງກວ່າ 3 ເທົ່າໃນຮູບແບບ USD, ແຕ່ຖານລາຍຮັບຂັ້ນຕ່ຳຂອງເຂົາເຈົ້າກໍສູງກວ່າຫຼາຍເທົ່າຕົວເຊັ່ນກັນ ຈຶ່ງເຮັດໃຫ້ສັດສ່ວນພາລະຄ່າໃຊ້ຈ່າຍເບົາບາງກວ່າ.
#LaoXperts #EDL #EDLGen #ໄຟຟ້າລາວ #ຄ່າໄຟຟ້າ #ຄ່າໄຟແພງ #ເຂື່ອນໄຟຟ້າລາວ #ເສດຖະກິດລາວ #ພະລັງງານລາວ #ອັດຕາແລກປ່ຽນ #ເງິນເຟີ້ #LaoEconomy #EnergySecurity


