ຍີ່ປຸ່ນສະເໜີ 4 ຂໍ້ສະເໜີສຳຄັນໃນກອງປະຊຸມພາກລັດ-ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19 ແນໃສ່ແກ້ໄຂບັນຫາພາສີ, ເງິນຕາ, ພະລັງງານສະອາດ ແລະ ການລົງທຶນ. ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວໃຫ້ມີຄວາມຄ່ອງຕົວ ຊຶ່ງຈະສົ່ງຜົນກະທົບເຊີງບວກໃນການສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນຕ່າງຊາດ ແລະ ດຶງດູດເມັດເງິນເຂົ້າສູ່ລະບົບເສດຖະກິດລາວຢ່າງຍືນຍົງ.
ໃນກອງປະຊຸມພົບປະໂອ້ລົມລະຫວ່າງພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19 ເຊິ່ງເປັນປະທານຮ່ວມໂດຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ແລະ ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ. ໜັງສືພີມວຽງຈັນໃໝ່ລາຍງານ.
ທາງຝ່າຍຍີ່ປຸ່ນໄດ້ຍົກເອົາ 4 ວາລະສຳຄັນຂຶ້ນມາປຶກສາຫາລື ເພື່ອແກ້ໄຂຂໍ້ຫຍຸ້ງຍາກຂອງພາກທຸລະກິດແບບກົງໄປກົງມາ.
ຂໍ້ສະເໜີດັ່ງກ່າວກວມເອົາການທົບທວນຄືນການຈັດຕັ້ງປະຕິບັດອາກອນມູນຄ່າເພີ່ມ (VAT) ຕໍ່ກັບວັດຖຸດິບນຳເຂົ້າ ໂດຍຮຽກຮ້ອງໃຫ້ມີການສົ່ງຄືນອາກອນທີ່ວ່ອງໄວຂຶ້ນ ແລະ ແກ້ໄຂບັນຫາການອອກໃບເກັບເງິນທີ່ຍັງຄ້າງຄາມາຈາກຊຸມປີກ່ອນ.
ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກເຖິງການປັບປຸງລະບຽບການຄຸ້ມຄອງນະໂຍບາຍເງິນຕາຕ່າງປະເທດ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຈັດຫາພະລັງງານທົດແທນໃຫ້ໄດ້ 100% ໂດຍສະເພາະການຊຸກຍູ້ການນຳໃຊ້ພະລັງງານແສງຕາເວັນໃຫ້ກວ້າງຂວາງກວ່າເກົ່າ.
ນອກຈາກນີ້, ຍີ່ປຸ່ນຍັງໄດ້ສະເໜີໃຫ້ພິຈາລະນາຜ່ອນຜັນຂໍ້ຈຳກັດບາງປະການສຳລັບການລົງທຶນຂອງຕ່າງຊາດ, ການໃຫ້ເວລາໃນການກະກຽມຢ່າງພຽງພໍກ່ອນບັງຄັບໃຊ້ກົດໝາຍໃໝ່, ການແກ້ໄຂບັນຫານຳເຂົ້າລົດບໍ່ຖືກຕ້ອງ, ການສະໜັບສະໜູນການພັດທະນາສີມືແຮງງານ, ການຫຼຸດຜ່ອນຕົ້ນທຶນໄຟຟ້າ ແລະ ການຍົກລະດັບໂຄງລ່າງພື້ນຖານດ້ານການຂົນສົ່ງ.
ການພົບປະປະຈຳປີນີ້ ແມ່ນເວທີສຳຄັນທີ່ຊ່ວຍໃຫ້ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນ, ຍົກໃຫ້ເຫັນຜົນສຳເລັດ, ຄວາມຄືບໜ້າ ແລະ ຂໍ້ຫຍຸ້ງຍາກໃນການດຳເນີນທຸລະກິດ ເພື່ອຫາທາງອອກຮ່ວມກັນໃນການປັບປຸງບັນຍາກາດການລົງທຶນໃຫ້ດີຂຶ້ນ.
ໃນໂອກາດນີ້, ທ່ານ ນາງ ພອນວັນ ໄດ້ໃຫ້ຮູ້ວ່າ ໃນໄລຍະ 5 ປີຜ່ານມາ (2021-2026), ປະເທດທີ່ເຂົ້າມາລົງທຶນໃນລາວຫຼາຍທີ່ສຸດແມ່ນ ຈີນ, ສາທາລະນະລັດ ເກົາຫຼີ, ຫວຽດນາມ ແລະ ໄທ. ຂະນະທີ່ການລົງທຶນຂອງຍີ່ປຸ່ນແມ່ນຍັງຄົງຂະຫຍາຍຕົວຢ່າງຕໍ່ເນື່ອງໃນກິດຈະການຄວບຄຸມ ແລະ ສຳປະທານ ໂດຍມີເຖິງ 91 ໂຄງການ ລວມມູນຄ່າການລົງທຶນຫຼາຍກວ່າ 134 ລ້ານໂດລາສະຫະລັດ ເຊິ່ງກວມເອົາຂະແໜງກະສິກຳ, ບໍລິການ, ການສຶກສາ, ອຸດສາຫະກຳ ແລະ ຫັດຖະກຳ ເຮັດໃຫ້ຍີ່ປຸ່ນຈັດຢູ່ໃນອັນດັບທີ 14 ຂອງນັກລົງທຶນຕ່າງຊາດທັງໝົດໃນລາວ.
ການປຶກສາຫາລືຄັ້ງນີ້ຈຶ່ງຖືເປັນບາດກ້າວສຳຄັນທີ່ສະທ້ອນໃຫ້ເຫັນເຖິງການຮ່ວມມືຢ່າງຕໍ່ເນື່ອງໃນການຮັດແໜ້ນສາຍພົວພັນທາງເສດຖະກິດ ລາວ-ຍີ່ປຸ່ນ, ສົ່ງເສີມເງື່ອນໄຂການລົງທຶນທີ່ດີ ແລະ ຍູ້ແຮງການພັດທະນາແບບຍືນຍົງຮ່ວມກັນຢ່າງແທ້ຈິງ.
#LaoXperts #LaosJapanDialogue #InvestmentLaos #BusinessEnvironment #EconomicCooperation #SustainableDevelopment #ຂ່າວເສດຖະກິດ #ການລົງທຶນໃນລາວ #ລາວຍີ່ປຸ່ນ


