OPEC Plus ລົງມະຕິລົດການຜະລິດນ້ຳມັນ 7.2 ລ້ານ barrel ມີຜົນບັງຄັບໃຊ້ເດືອນມັງກອນປີໜ້າ


ກຸ່ມປະເທດຜູ່ສົ່ງອອກນ້ຳມັນ (ໂອເປກ) ແລະ ຊາດພັນທະມິດ ຫຼື ໂອເປກພລັສ ມີມະຕິປັບລົດກຳລັງການຜະລິດນ້ຳມັນ 7.2 ລ້ານບາເຣວ / ມື້, ຈາກປັດຈຸບັນທີ່ລະດັບ 7.7 ລ້ານບາເຣວ / ມື້ ໃນການປະຊຸມເຊິ່ງສຳເລັດເມື່ອວັນທີ 3 / 12 /2020 ທີ່ຜ່ານມາໂດຍຈະມີຜົນບັງຄັບໃຊ້ແຕ່ເດືອນ ມັງກອນ 2021 ນີ້.

ການຕັດສິນໃຈດັ່ງກ່າວບົ່ງຊີ້ວ່າ ຈະມີນ້ຳມັນດິບປະມານ 500,000 ບາເຣວ / ມື້ ຈາກກຸ່ມໂອເປກພລັສໄຫຼເຂົ້າສູ່ຕະຫຼາດນ້ຳມັນໂລກ. 

ໃນຂະນະທີ່ກອງປະຊຸມໂອເປກພລັສໄດ້ຕົກລົງທີ່ຈະຈັດການປະຊຸມລັດຖະມົນຕີພະລັງງານໃນທຸກໆເດືອນໂດຍຈະເລີ່ມຕັ້ງແຕ່ເດືອນ ມັງກອນ 2021 ນີ້ ເພື່ອຕັດສິນໃຈກ່ຽວກັບການປັບເພດານການຜະລິດສຳຫຼັບເດືອນຕໍ່ໆໄປ ໂດຍການປັບເພດານການຜະລິດໃນແຕ່ລະເດືອນນັ້ນຈະບໍ່ເກີນ 500,000 ບາເຣວ / ມື້. ນອກຈາກນີ້ ຢູ່ທີ່ກອງປະຊຸມໂອເປກພລັສຍັງໄດ້ຕັດສິນໃຈທີ່ຈະຂະຫຍາຍເວລາໃຫ້ສະມາຊິກລົດການຜະລິດນ້ຳມັນເພື່ອຊົດເຊີຍກັບການຜະລິດສ່ວນເກີນໄປຈົນເຖິງ ທ້າຍເດືອນ ມີນາ 2021 ເພື່ອສ້າງຄວາມເຊື່ອໝັ້ນວ່າ ປະເທດສະມາຊິກກຸ່ມໂອເປກພລັສຈະສາມາດລົດການຜະລິດເພື່ອຊົດເຊີຍກັບກຳລັງການຜະລິດສ່ວນເກີນໃນຊ່ວງຫຼາຍເດືອນທີ່ຜ່ານມາໄດ້ຢ່າງຄົບຖ້ວນ.

ກ່ອນໜ້ານີ້ ໂອເປກພລັສ ໄດ້ຕັດສິນໃຈປັບລົດກຳລັງການຜະລິດ 7.7 ລ້ານນບາເຣວ / ມື້ ໄປຈົນເຖິງທ້າຍປີ 2020 ແລະ ຫຼັງຈາກນັ້ນຈະລົດກໍາລັງການຜະລິດລົງພຽງ 5.8 ລ້ານບາເຣວ / ມື້ ຕັ້ງແຕ່ເດືອນ ມັງກອນ 2021 ເປັນຕົ້ນໄປ, ເຊິ່ງຈະເຮັດໃຫ້ມີປະລິມານນ້ຳມັນດິບເພິ່ມຂຶ້ນ 2 ລ້ານບາເຣວ / ມື້ ຈາກໂອເປກພລັສໄຫຼເຂົ້າສູ່ຕະຫຼາດນ້ຳມັນໂລກ.

ທີ່ມາ: https://www.infoquest.co.th/2020/51663