ຜ່ານວິກິດຊີວິດໄດ້ ດ້ວຍໝູ່ສະໜິດທີ່ເຂົ້າໃຈ ເປັນຫຍັງການແຊຣ໌ຄວາມເຈັບປວດກັບໝູ່ສະໜິດຈຶ່ງເຮັດໃຫ້ຈິດໃຈຂອງເຮົາດີຂຶ້ນ?


ໃນເວລາທີ່ເຈັບປວດກັບບັນຫາຊີວິດ ທັງຈາກເລື່ອງການເຮັດວຽກລວມໄປເຖິງບັນຫາຄວາມສຳພັນຕ່າງໆທີ່ຖົມເຂົ້າມາ ບາງເທື່ອການໄດ້ລະບາຍຄວາມເຈັບປວດນັ້ນໃຫ້ໃຜຈັກຄົນຟັງ ກໍຊ່ວຍໃຫ້ເຮົາຮູ້ສຶກຄືກັບໄດ້ຍົກພູກ້ອນໃຫຍ່ອອກຈາກເອິກໄດ້ສຳເລັດ.

ການທີ່ເຮົາມີໝູ່ຈັກຄົນໜຶ່ງທີ່ພ້ອມຈະຮັບຟັງເຮົາ ກໍຈະເຮັດໃຫ້ເຮົາຮູ້ສຶກສະບາຍໃຈ ແລະ ພ້ອມຮັບມືກັບບັນຫາເຫຼົ່ານັ້ນໄດ້ດີຂຶ້ນຕື່ມອີກດ້ວຍ.

ເປັນຫຍັງການທີ່ມີໝູ່ສະໜິດທີ່ພ້ອມຈະຮັບຟັງເຮົາ ຈຶ່ງຊ່ວຍໃຫ້ເຮົາກ້າວຜ່ານຈາກບັນຫາໄດ້? ຄຳອະທິບາຍທຳອິດຄື ໝູ່ສະໜິດອາດຈະເປັນຄົນທີ່ມອບ “ຄວາມກ້າຫານ” ໃຫ້ກັບເຮົາໄດ້ເປັນຢ່າງດີໃນຕອນທີ່ເຮົາອ່ອນແອ ແລະ ເຈັບປວດ ມັນອາດຈະເປັນຄວາມກ້າຫານທີ່ມາຈາກຄົນນອກ ແລະ ສະໜັບສະໜູນໃຫ້ເຮົາກ້າໄປຕໍ່ໄດ້.

ນອກຈາກນີ້ ຍັງມີງານວິໄຈທີ່ເຜີຍແຜ່ຜ່ານ Psychological Science ເຊິ່ງອະທິບາຍເຖິງຂໍ້ດີໃນການລະບາຍເລື່ອງລາວຕ່າງໆອອກໄປວ່າ ເລື່ອງລາວເຫຼົ່ານັ້ນ ບໍ່ພຽງແຕ່ຊ່ວຍໃຫ້ຄົນທີ່ເຈັບປວດຢູ່ຮູ້ສຶກດີຂຶ້ນກວ່າເດີມແລ້ວ ແຕ່ມັນຍັງຊ່ວຍເຊື່ອມຄວາມສໍາພັນລະຫວ່າງຄົນທີ່ລະບາຍ ກັບຄົນທີ່ຮັບຟັງໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າອີກດ້ວຍ.

ງານວິໄຈໂຕນີ້ໄດ້ທົດລອງແບ່ງກຸ່ມຕົວຢ່າງອອກເປັນສອງກຸ່ມ ກຸ່ມທໍາອິດຕ້ອງປະຕິບັດພາລະກິດທີ່ຍາກລຳບາກ ກັບອີກກຸ່ມໜຶ່ງແມ່ນໄດ້ຮັບພາລະກິດງ່າຍໆ ສະບາຍໆ ໂດຍຫຼັງຈາກທີ່ທັງສອງກຸ່ມໄດ້ປະຕິບັດພາລະກິດທີ່ຖືກມອບໝາຍສຳເລັດແລ້ວ ນັກວິໄຈໄດ້ເຂົ້າໄປສອບຖາມເຖິງຄວາມສຳພັນທີ່ເກີດຂຶ້ນໃນທັງສອງກຸ່ມ.

ສິ່ງທີ່ເຫັນຄື ກຸ່ມຕົວຢ່າງທີ່ຕ້ອງປະຕິບັດພາລະກິດທີ່ຍາກໆ ມີຄວາມສໍາພັນທີ່ແໜ້ນແຟ້ນຕໍ່ກັນຫຼາຍກວ່າກຸ່ມທີ່ໄດ້ຮັບພາລະກິດເບົາໆ ສະບາຍໆ ຂະນະດຽວກັນ ນັກວິໄຈຍັງພົບວ່າ ປະສົບການທີ່ຍາກລຳບາກ ແລະ ເຈັບປວດ ບໍ່ພຽງແຕ່ສ້າງຄວາມເປັນຈິດໜຶ່ງໃຈດຽວກັນ ແຕ່ຍັງລວມໄປເຖິງການສ້າງຄວາມຮ່ວມມືທີ່ດີລະຫວ່າງຄົນໃນກຸ່ມອີກດ້ວຍ.

Brock Bastian ນັກຈິດຕະວິທະຍາ University of New South Wales ຜູ້ເຮັດວຽກກັບງານວິໄຈໂຕນີ້ໄດ້ກ່າວໄວ້ວ່າ “ຄວາມເຈັບປວດມັນເປັນວັດຖຸດິບທີ່ມີພະລັງ ທີ່ສ້າງສາຍສຳພັນ ແລະ ການຊ່ວຍເຫຼືອກັນລະຫວ່າງຜູ້ທີ່ແບ່ງປັນປະສົບການເຫຼົ່ານັ້ນ”. ຄວາມເຈັບປວດໃນແງ່ໜຶ່ງມັນຄືກັບ “Social Glue” ຫຼືກາວທີ່ເຮັດໃຫ້ຄວາມສຳພັນລະຫວ່າງຜູ່ຄົນໜຽວແໜ້ນຫຼາຍກວ່າເກົ່າ, ຂະນະດຽວກັນ ກໍເຮັດໃຫ້ໂຕເຮົາຮູ້ສຶກບໍ່ໂດດດ່ຽວ ຫຼື ດຽວດາຍເກີນໄປ ແລະຮູ້ວ່າໃນຄວາມເຈັບປວດນີ້ ຍັງມີຄົນທີ່ພ້ອມຈະເຂົ້າໃຈ ແລະ ສະໜັບສະໜຸນເຮົາຢູ່ສະເໝີ.

ທີ່ມາ: https://web.facebook.com/1721313428084052/posts/2763083577240360/?extid=0&d=n&_rdc=1&_rdr