ສ. ເກົາຫລີ ປ່ຽນຮູບແບບການສອບເສັງເຂົ້າມະຫາວິທະຍາໄລ ເຖິງວ່າຈະຍັງຄົງປະເຊີນກັບ COVID-19 ຢູ່


ເປັນທີ່ໜ້າຈັບຕາເບິ່ງ ສຳລັບການສອບເສັງແຂ່ງຂັນກັນເຂົ້າມະຫາວິທະຍາໄລຂອງນ້ອງໆມັດທະຍົມປາຍໃນປະເທດ ສ.ເກົາຫຼີ ຫຼື ທີ່ເອີ້ນກັນວ່າ “ຊູນຶງ” ປະຈຳປີນີ້, ໃນຂະນະທີ່ຈຳນວນຕົວເລກຂອງຜູ່ຕິດເຊື້ອໂຄວິດ-19 ຍັງຄົງສູງຂຶ້ນເລື້ອຍໆ ແຕ່ການສອບເສັງກໍຍັງຕ້ອງດຳເນີນຕໍ່ໄປ ໂດຍປັບປ່ຽນຮູບແບບການສອນ, ມີແຜ່ນພລາສຕິກໃສກັ້ນໄວ້ທຸກໂຕະສອບເສັງເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອໄວຣັສ ແລະ  ນ້ອງນັກຮຽນບາງຄົນກໍຕ້ອງສອບເສັງຢູ່ໃນໂຮງໝໍ.

ສ. ເກົາຫຼີເປັນປະເທດທີ່ຈະເລີນເຕີບໂຕທາງເສດຖະກິດໃຫຍ່ເປັນອັນດັບທີ 4 ໃນອາຊີ, ການສອບເສັງເທື່ອນີ້ຖືໄດ້ວ່າເປັນເລື່ອງທີ່ສຳຄັນ ແລະ ເປັນເລື່ອງທີ່ລັດຖະບານເອົາໃຈໃສ່ເປັນທີ່ສຸດ ເພາະເຊື່ອວ່າເດັກຈະເຕີບໃຫຍ່ມາເປັນຜູ່ບໍລິຫານນຳພາປະເທດໃນອະນາຄົດ ການສຶກສາຂອງອະນາຄົດຊາດເລີຍກາຍເປັນເລື່ອງສຳຄັນຕໍ່ການເລືອກອາຊີບໃນພາຍພາກໜ້າ.

ສຳລັບການສອບເສັງຊູນຶງເທື່ອນີ້ມີຜູ້ເຂົ້າສອບເສັງປະມານ 5 ແສນຄົນ, ເວລາໃນການເສັງໃຊ້ເວລາ 8 ຊົ່ວໂມງ, ໂດຍເສັງຕໍ່ເນື່ອງກັນ 6ວິຊາຄື ພາສາປະຈຳຊາດ, ຄະນິດສາດ, ພາສາອັງກິດ, ປະຫວັດສາດ, ສັງຄົມ ແລະ ພາສາທີ 3. ທາງດ້ານຜູ້ປົກຄອງກໍຈະມາໃຫ້ກຳລັງໃຈເປັນຈຳນວນຫຼວງຫຼາຍ ເພາະພວກເຂົາເຫັນວ່າ ການສຶກສາຂອງລູກຕົວເອງຄືອະນາຄົດຂອງຄອບຄົວ ແລະປະເທດຊາດ.

ສ. ເກົາຫຼີກຳລັງປະເຊີນກັບການລະບາດຂອງໂຄວິດ-19 ໃນຮອບທີ 3 ແລ້ວ, ທາງເຈົ້າໜ້າທີ່ ແລະໜ່ວຍງານທີ່ກ່ຽວຂ້ອງຈຶ່ງຕ້ອງມີມາດຕະການທີ່ເຂັ້ມງວດ ເພື່ອໃຫ້ໝັ້ນໃຈວ່າການສອບເສັງຈະເປັນໄປດ້ວຍດີທີ່ສຸດ. ມີການອອກກົດຄຸມເຂັ້ມຂະໜາດທີ່ວ່າ ຍົນຫ້າມຂຶ້ນບິນໃນຊ່ວງເວລາທີ່ກຳລັງສອບເສັງໃນສ່ວນຂອງການຟັງພາສາອັງກິດ, ໃນຕອນເຊົ້າ ເຈົ້າໜ້າທີ່ຕຳຫຼວດຈະກຽມລົດຮັບສົ່ງໃຫ້ນັກຮຽນສາມາດໂທເອີ້ນໃຫ້ຕຳຫຼວດໄປຮັບມາເສັງໄດ້, ລົດເມມີບໍລິການໄປສົ່ງຮອດສະໜາມສອບເສັງ, ລົດໄຟໃຕ້ດິນເພີ່ມຂະບວນອີກ 28 ຖ້ຽວ ແລະ ໃນໄລຍະຫ່າງຈາກບ່ອນສອບເສັງ 2ກິໂລແມັດ ເຈົ້າໜ້າທີ່ຈະເຄຍການຈະລາຈອນເພື່ອໃຫ້ໄປເສັງໄດ້ທັນ.

“ມັນເປັນການສອບເສັງເທື່ອທີ 2 ຂອງຂ້ອຍແລ້ວ ແລະຂ້ອຍຕ້ອງຜ່ານໃຫ້ໄດ້ເຖິງວ່າຈະສ່ຽງຕິດພະຍາດໂຄໂຣນາໄວຣັສ ນັ້ນຄືສິ່ງທີ່ຂ້ອຍຄິດຕະຫຼອດສຳລັບການມາໃນມື້ນີ້” ຈອນ ຍອງຈິນ ອາຍຸ 19 ປີ ໃຫ້ສຳພາດໃນສະຖານທີ່ສອບເສັງໃນໂຊລ. ໂຮງຮຽນມັດທະຍົມໃນໂຊລໄດ້ປັບຕົວກັບມາດຕະການປ້ອງກັນຢ່າງຈິງຈັງ ນັກຮຽນຈຳນວນຫຼາຍຕໍ່ແຖວເພື່ອກວດອຸນຫະພູມ ແລະ ຂ້າເຊື້ອກ່ອນເຂົ້າໄປໃນສະຖານທີ່ສອບເສັງ, ມີການຕິດແຜ່ນພລາສຕິກໃສ ໄປຈົນຮອດມີການບັນທຶກວີດີໂອໄວ້ໂດຍກົມການສຶກສາປະຈຳໂຊລ.

ທີ່ມາ: https://www.facebook.com/1721313428084052/posts/2762640270618024/?extid=0&d=n&_rdc=1&_rdr

ຂອບໃຈຮູບພາບຈາກ: https://www.aljazeera.com/news/2020/12/3/key-test-south-koreans-sit-university-exam-amid-covid-19-surge