NASA ປະກາດເລື່ອນມື້ຍິງຈະຫຼວດຂອງ SpaceX ໃນພາລະກິດ Crew-1 ໄປເປັນເດືອນ ພະຈິກ 2020.

NASA ປະກາດເລື່ອນກຳນົດມື້ຍິງຈະຫຼວດໃນພາລະກິດ Crew-1 ຈາກວັນທີ 31 ຕຸລາ 2020 ອອກໄປເປັນຊ່ວງຕົ້ນເດືອນເຖິງກາງເດືອນ ພະຈິກ 2020 ໂດຍລະບຸວ່າເພື່ອໃຫ້ເວລາ SpaceX ແກ້ໄຂບັນຫາການທົດສອບ Hardware ແລະ ເກັບຮວບຮວມຂໍ້ມູນເພິ່ມຕື່ມໃນຈະຫຼວດ Falcon 9 ທີ່ຖືກຄົ້ນພົບບັນຫາກ່ອນໜ້ານິ້.

Crew-1 ເປັນພາລະກິດນຳນັກບິນອາວະກາດ 4 ຄົນທີ່ໄປປະຈຳການເທິງສະຖານີອາວະກາດນານາຊາດເປັນໄລຍະເວລາ 6 ເດືອນ ເຊິ່ງເປັນໂຄງການສົ່ງນັກບິນອາວະກາດຂອງ SpaceX ຖັດຈາກພາລະກິດ Demo-2 ເມື່ອເດືອນ ພຶດສະພາທີ່ຜ່ານມາ ໄດ້ສົ່ງນັກບິນອາວະກາດຂຶ້ນໄປປະຈຳການ 2 ຄົນ ແລະ ກັບສູ່ໂລກໃນເດືອນສິງຫາດ້ວຍຍານ Dragon.

ທັ້ງນີ້ NASA ລະບຸວ່າຍັງມີພາລະກິດຕໍ່ໄປທີ່ຈະໃຊ້ຈະຫຼວດ Falcon 9 ໄດ້ແກ່ ການສົ່ງດາວທຽມສຳຫຼວດມະຫາສະໝຸດ Sentinel-6 Michael Freilich ທີ່ກຳໜົດໄວ້ໃນວັນທີ 10 ເດືອນ ພະຈິກ ປີ 2020 ແລະ SpaceX crs-21 ສຳຫຼັບຈັດສົ່ງສະບຽງອາຫານກຳນົດໃນຊ່ວງທ້າຍເດືອນພະຈິກຫາຕົ້ນເດືອນທັນວານີ້.

ທີ່ມາ: https://www.blognone.com/node/118957