ເສດຖີຄຳ! NASA ກຽມສົ່ງຍານສຳຫຼວດດາວເຄາະຄຳ ໃນປາຍປີນີ້ ແລະ ຄາດການວ່າຈະຮູ້ຜົນໃນປີ 2029

ເສດຖີຄຳ! NASA

ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ຂອງອາເມຣິກາ ຫຼື NASA ກຽມເປີດຕົວພາລະກິດສຳຫຼວດດາວເຄາະນ້ອຍທີ່ມີຊື່ວ່າ “16 Psyche” ທີ່ຜົນສໍາຫຼວດຫຼ້າສຸດໄດ້ຄົ້ນພົບວ່າ ດາວເຄາະດວງດັ່ງກ່າວ ເຕັມໄປດ້ວຍແຮ່ທາດທີ່ສຳຄັນ ແລະ ມີມູນຄ່າມະຫາສານ ທັງເຫຼັກ, ນິເກິລ ແລະ ຄຳ ເຊິ່ງຕີເປັນມູນຄ່າໃນໂລກ ຈະຕົກຢູ່ທີ່ປະມານ 10 ລ້ານລ້ານລ້ານໂດລາສະຫະລັດ.

ໂດຍຂໍ້ມູນຈາກ ອົງການ NASA ເປີດເຜີຍວ່າ ພາລະກິດ ກວດສອບດາວເຄາະນ້ອຍ 16 Psyche ນີ້ ຈະເລີ່ມຂຶ້ນໃນວັນທີ 1 ຕຸລາ 2023 ນີ້. ນອກຈາກນີ້ NASA ຍັງເປີດເຜີຍອີກວ່າ ພາລະກິດໂດຍທົ່ວໄປໃນອະວະກາດ ຈະມີທັງໝົດ 6 ໄລຍະ ແບ່ງເປັນ A ຫາ F ເຊິ່ງພາລະກິດສຳຫຼວດດາວເຄາະນ້ອຍນີ້ ແມ່ນຈະຢູ່ໃນໄລຍະ D ທີ່ເນັ້ນໄປທີ່ການປະກອບເຄື່ອງມື ແລະ ຍານອະວະກາດ, ການທົດສອບ ແລະ ການປ່ອຍຍານອະວະກາດ.

ເສດຖີຄຳ! NASA

ໂດຍພາລະກິດດັ່ງກ່າວ ທາງ NASA ຄາດການວ່າຍານສຳຫຼວດຈະເດີນທາງໄປຮອດ ດາວເຄາະນ້ອຍ 16 Psyche ໃນປີ 2029. ແຕ່ຢ່າງໃດກໍຕາມ ພາລະກິດດັ່ງກ່າວຍັງບໍ່ແມ່ນພາລະກິດທີ່ຈະໄປຂຸດເອົາຄຳກັບມາໂລກເທື່ອ ແຕ່ຈະເນັ້ນໄປໃນການກວດສອບດາວເຄາະຢ່າງລະອຽດ. ດັ່ງນັ້ນເຮົາຍັງຕ້ອງຖ້າກັນຕໍ່ໄປວ່າ ມະນຸດເຮົາຈະສາມາດໃຊ້ຄຳຈາກດາວເຄາະນ້ອຍດັ່ງກ່າວໄດ້ຫຼືບໍ່

ເສດຖີຄຳ! NASA

ດາວເຄາະນ້ອຍ 16 Psyche ໂຄຈອນຢູ່ອ້ອມຮອບດວງຕາເວັນ ໂດຍມີຕຳແໜ່ງຢູ່ລະຫວ່າງ ດາວອັງຄານ ແລະ ດາວພະຫັດ ແລະ ໃຊ້ເວລາໂຄຈອນອ້ອມດວງຕາເວັນ ປະມານ 5 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/