ງົດງາມ! NASA ປ່ອຍພາບ “ເສົາແຫ່ງການກໍ່ກຳເນີດ” ຮູບພາບອັນໜ້າເຫຼືອເຊື່ອຈາກກ້ອງ James Webb


ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ຂອງອາເມຣິກາ ຫຼື National Aeronautics and Space Administration (NASA) ໄດ້ປ່ອຍພາບ “ເສົາແຫ່ງການກໍ່ກຳເນີດ” (Pillars of Creation) ຮູບຫຼ້າສຸດທີ່ຖ່າຍຈາກກ້ອງໂທລະທັດອະວະກາດ James Webb ເຊິ່ງເຜີຍໃຫ້ເຫັນເຖິງຄວາມສວຍງາມ ແລະ ລາຍລະອຽດທີ່ຄົມຊັດ ກວ່າເກົ່າຫຼາຍເທົ່າ.

ໂດຍພາບ “ເສົາແຫ່ງການກໍ່ກຳເນີດ” ເປັນພາບຂອງກຸ່ມແກ໊ສ ແລະ ກຸ່ມຝຸ່ນຂະໜາດໃຫຍ່ທີ່ລອຍຕົວລະຫວ່າງດາວລະຍິບລະຍັບ ເຊິ່ງເປັນສ່ວນໜຶ່ງຂອງ Eagle Nebula ທີ່ຢູ່ຫ່າງຈາກໂລກຂອງເຮົາອອກໄປປະມານ 6.500 ປີແສງ ເປັນພື້ນທີ່ກໍ່ກຳເນີດຂອງດວງດາວຫຼາກຫຼາຍດວງ. ໂດຍເສົາທີ່ເຫັນໃນພາບນີ້ ມີຄວາມສູງປະມານ 4-5 ປີແສງ.

ສ່ວນJames Webb ເປັນໂຄງການທີ່ດຳເນີນການຮ່ວມໂດຍ NASA, ESA ແລະ ອົງການອະວະກາດ ແຄນາດາ (CSA) ໂດຍກ້ອງໂທລະທັດທີ່ໃຊ້ຖ່າຍພາບດັ່ງກ່າວມີມູນຄ່າສູງເຖິງ 10.000 ລ້ານໂດລາ. ແລະ ກ້ອງໜ່ວຍນີ້ໄດ້ຖືກປ່ອຍສູ່ອະວະກາດຄັ້ງທຳອິດເມື່ອເດືອນ ທັນວາ 2021 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/