ຊົມເຊີຍ! ນະຄອນຫຼວງວຽງຈັນ ຄວ້າແຊ້ມ ການແຂ່ງຂັນບານເຕະຍິງແຫ່ງຊາດປະຈຳປີ 2022


ຈົບລົງໄປແລ້ວກັບແຂ່ງຂັນກິລາບານເຕະຍິງແຫ່ງຊາດປະຈຳປີ 2022 ຫຼື LFF National Football Championship 2022 ໂດຍເປັນທາງຂອງທັບນັກກິລາຈາກນະຄອນຫຼວງວຽງຈັນ ທີ່ສາມາດຄວ້າແຊ້ມລາຍການນີ້ໄປຄອງອີກເທື່ອໜຶ່ງໄດ້ສຳເລັດ.

ໂດຍໃນນັດຊີງຊະນະເລີດເປັນການພົບກັນລະຫວ່າງ ນະຄອນຫຼວງວຽງຈັນ ພົບກັບ ຈຳປາສັກ ໃນຕອນແລງວັນທີ 21 ຕຸລາ ທີ່ຜ່ານມາ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເຊິ່ງເກມຈົບລົງດ້ວຍໄຊຊະນະຂອງ ນະຄອນຫຼວງວຽງຈັນ ຈາກປະຕູໄຊຂອງ ອິນທິດາ ຄູນສີ ເຈົ້າຂອງຮາງວັນນັກກິລາດີເດັ່ນ ປະຈຳລາຍການນີ້ ຕັ້ງແຕ່ 10 ນາທີທຳອິດຂອງເກມ.

ເຊິ່ງ ສຳລັບເງິນຮາງວັນຂອງ ນະຄອນຫຼວງວຽງຈັນ ທີ່ສາມາດຄວ້າແຊ້ມ ການແຂ່ງຂັນບານເຕະຍິງແຫ່ງຊາດປະຈຳປີ 2022 ໄປຄອງໄດ້ ແມ່ນໄດ້ຮັບເງິນຮາງວັນຈໍານວນ 100.000.000 ກີບ. ສ່ວນຮອງຊະນະເລີດຢ່າງແຂວງຈໍາປາສັກ ແມ່ນໄດ້ຮັບເງິນຮາງວັນໄປຈຳນວນ 50.000.000 ກີບ.

ຮາງວັນປະເພດບຸກຄົນມີດັ່ງນີ້:

– ຮາງວັນຜູ້ຍິງປະຕູສູງສຸດ : ແກ້ມມີ້ ອຸດົມສຸກ ນະຄອນຫຼວງ ລົງສະໜາມ 6 ນັດ ຍິງໄດ້ 8 ປະຕູ ໄດ້ຮັບເງິນ 5.000.000 ກີບ.

– ຮາງວັນຜູ້ຮັກສາປະຕູດີເດັ່ນ : ບັງອອນ ພອນໄຊ ນະຄອນຫຼວງ ລົງສະໜາມ 5 ນັດ ບໍ່ເສຍຈັກປະຕູ ໄດ້ຮັບເງິນ 5.000.000 ກີບ.

– ຮາງວັນຄູເຝິກດີເດັ່ນ : ວຽງສະຫວັນ ໄຊຍະບູນ ນະຄອນຫຼວງ ໄດ້ຮັບເງິນ 5.000.000 ກີບ.

– ຮາງວັນນັກກິລາດີເດັ່ນປະຈໍາການແຂ່ງຂັນ: ອິນທິດາ ຄູນສີ ນະຄອນຫຼວງ

ໄດ້ຮັບເງິນ 5.000.000 ກີບ.

ຂອບໃຈຂໍ້ມູນຈາກ: https://cutt.ly/xB7YmOD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/