ໃນປີຕໍ່ໜ້າລັດຖະບານຈະຮັບມືກັບສະຖານະການຕ່າງໆຢ່າງມີໄຫວພິບ ຊີ້ນຳແກ້ໄຂບັນຫາ ແລະເຮັດແທ້ທຳຈິງ

ລັດຖະບານ

ກອງປະຊຸມຄົບຄະນະປະຈໍາປີ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ດໍາເນີນມາ ເປັນເວລາ 6 ວັນ, ແຕ່ວັນທີ 13-20 ຕຸລາ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ອັດລົງໃນເວລາ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 20 ຕຸລາ 2022.

ລັດຖະບານ

ໃນກອງປະຊຸມຄັ້ງນີ້ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວວ່າ: ໃນຕໍ່ໜ້ານີ້ ສະພາບການພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ຜັນແປໄປຢ່າງສັບສົນ, ສູນກາງພັກພວກເຮົາ ຕ້ອງໄດ້ເພີ່ມທະວີການຊີ້ນໍາເພື່ອກຽມພ້ອມຮັບມືກັບສະຖານະການຕ່າງໆທີ່ຈະເກີດຂຶ້ນ ຢ່າງມີໄຫວພິບ ແລະ ເປັນເຈົ້າການ; ພວກເຮົາ ຕ້ອງສ້າງການຫັນປ່ຽນທີ່ແຂງແຮງ, ອັນສໍາຄັນທີ່ສຸດຄື ຕ້ອງເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງມານະຈິດປະຕິວັດ, ຄວາມເສຍສະຫຼະ ແລະ ຄວາມເປັນແບບຢ່າງນໍາໜ້າ ໃນການຊີ້ນໍາແກ້ໄຂບັນຫາ, ເຮັດແທ້ທໍາຈິງ, ປັບປຸງແບບແຜນວິທີການເຮັດວຽກທີ່ເປັນລະບົບ ແລະ ຕໍ່ເນື່ອງ, ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຫຍໍ້ທໍ້ ພາຍໃນກົງຈັກ, ເອົາໃຈໃສ່ວຽກງານການປຸກລະດົມຂະບວນການໃຫ້ແຂງແຮງ, ຕໍ່ເນື່ອງ ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ ເປັນທີ່ຕັ້ງ, ສ້າງເງື່ອນໄຂໃຫ້ປະຊາຊົນຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານພັກ-ລັດ ຂັ້ນຕ່າງໆ, ພ້ອມນັ້ນ ກໍຕ້ອງແກ້ບັນຫາຕົວຈິງ ຊ່ວຍປະຊາຊົນໃຫ້ໄດ້ ຈຶ່ງຈະຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ ຂອງສູນກາງພັກເຮົາໃນການນຳພາຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປາກົດເປັນຈິງ.

ລັດຖະບານ

ເພື່ອສືບຕໍ່ນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ສູ່ລວງເລິກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງກັນຢ່າງເປັນຈິດໜຶ່ງໃຈດຽວວ່າ: ຈະໄດ້ສືບຕໍ່ຊີ້ນໍາບາງວຽກງານຈຸດສຸມ ໃນປີ 2023 ດັ່ງນີ້: ຊີ້ນໍາການຄົ້ນຄວ້າ, ວິໄຈ, ປະເມີນ, ຕີລາຄາ ບັນຫາສໍາຄັນຍຸດທະສາດ, ແຜນນະໂຍບາຍໃຫຍ່ຈໍານວນໜຶ່ງ ຕາມແຜນດຳເນີນງານ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ເພື່ອກະກຽມ ແລະ ສະເໜີຕໍ່ກອງປະຊຸມສູນກາງຄົບຄະນະ ຄັ້ງທີ 6 ສະໄໝ ທີ XI ທີ່ຈະມາເຖິງນີ້ ໂດຍສະເພາະແມ່ນ ຕີລາຄາຜົນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະກາງສະໄໝ ຕິດພັນກັບການຊີ້ນຳ, ສະຫຼຸບຕີລາຄາ, ປະເມີນຜົນກາງສະໄໝ ຂອງອົງຄະນະພັກທ້ອງຖິ່ນ; ຄວາມຄືບໜ້າການກະກຽມຮ່າງໂຄງການການເມືອງ ຂອງພັກເຮົາ; ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ແລະ ບັນຫາອື່ນໆ.

ສະເໜີສູນກາງພັກ ມອບໃຫ້ກົມການເມືອງສູນກາງພັກ ສືບຕໍ່ໍ່ຊີ້ນໍາການກະກຽມ ໃຫ້ໄດ້ຮັບຜົນດີ; ສືບຕໍ່ຊີ້ນໍາແກ້ໄຂບັນຫາຢາເສບຕິດ, ອາຊະຍາກໍາຄ້າມະນຸດ, ບັນດາໜໍ່ແໜງທີ່ອາດຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ, ອຸບັດຕິເຫດຕາມທ້ອງຖະໜົນ, ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; ເອົາໃຈໃສ່ກໍາແໜ້ນຮາກຖານ, ກໍາແໜ້ນປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກ ແລະ ປັບປຸງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ ໃຫ້ກາຍເປັນຫຼັກແຫຼ່ງຢູ່ຮາກຖານ; ແກ້ໄຂບັນຫາຄ່າເງິນກີບ, ອັດຕາແລກປ່ຽນເໜັງຕີງແຮງ, ເງິນເຟີ້, ການຂາດແຄນນໍ້າມັນເຊື້ອໄຟ, ຄ່າຄອງຊີບສູງ, ລາຄາສິນຄ້າແພງ ຄຽງຄູ່ກັບການເລັ່ງລັດຟື້ນຟູພື້ນຖານໂຄ່ງລ່າງ ທີ່ຖືກກະທົບຈາກໄພພິບັດທາງທຳມະຊາດຕ່າງໆ; ເອົາໃຈໃສ່ແກ້ໄຂບັນຫາການບຸກລຸກ, ຈັບຈອງທີ່ດິນ, ປ່າໄມ້, ການຂຸດຄົ້ນແຮ່ທາດຊະຊາຍ, ການດຳເນີນທຸລະກິດ ທີ່ບໍ່ເປັນຕົນຕົວ, ຫຼົບຫຼີກພາສີ-ອາກອນ; ຊີ້ນໍາການເພີ່ມທະວີບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ-ນະຄອນຫຼວງ ໃນການຕິດຕາມ, ກວດກາ ຕໍ່ກັບການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຂອງອົງການບໍລິຫານ, ສານ ແລະ ໄອຍະການປະຊາຊົນ; ປັບປຸງນິຕິກໍາໃນການຄຸ້ມຄອງບໍລິຫານລັດທີ່ຈໍາເປັນໃຫ້ເປັນລະບົບຮັັດກຸມ, ປັບປຸງກົງຈັກການຈັດຕັ້ງຕິດພັນກັບການສັບຊ້ອນ, ຈັດວາງພະນັກງານໃສ່ຕໍາແໜ່ງຕ່າງໆໃຫ້ມີຄວາມຄ່ອງຕົວ; ຄົ້ນຄວ້າລົດຜ່ອນຈໍານວນລັດຖະກອນລົງ ດ້ວຍມາດຕະການຕ່າງໆທີ່ເໝາະສົມ; ແກ້ໄຂກົນໄກ, ລະບຽບການທີ່ຫຍຸ້ງເຫຍີງ, ຫລາຍຂັ້ນ-ຂອດ, ບໍ່ລ່ອງຊ່ອງກົມກຽວ; ເພີ່ມທະວີວຽກງານສຶກສາອົບຮົມແນວຄິດ, ແກ້ໄຂແນວຄິດຄອງເດີມ, ອາຍາສິດ, ແນວຄິດເອກະຊົນ, ການສວຍໃຊ້ໜ້າທີ່ຕໍາແໜ່ງ, ການສໍ້ລາດບັງຫຼວງ, ການຟຸມເຟືອຍ; ເພີ່ມທະວີມາດຕະການຕ້ານການເສື່ອມຖອຍ ທາງດ້ານຄຸນທາດການເມືອງ, ຄຸນສົມບັັດສິນທຳປະຕິວັດ ຫລື ການປ່ຽນທາດດ້ວຍຕົນເອງ, ເພີ່ມທະວີສະຕິຕື່ນຕົວ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ; ຕອບຕ້ານໃຫ້ທັນການ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ, ການໂຄສະນາບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີລະບອບໃໝ່ ແລະ ການນຳພາຂອງພັກການຄຸ້ມຄອງລັດ; ສືບຕໍ່ຊີ້ນໍາວຽກງານຄົ້ນຄວ້າທິດສະດີ-ພຶດຕິກໍາຂອງພັກ ແລະ ລັດ, ປະຕິບັດໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ໂຄງການອື່ນໆ; ສຸມໃສ່ກະກຽມດ້ານເນື້ອໃນ ແລະ ດ້ານອື່ນໆ ເພື່ອດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງທີ V; ເດັດດ່ຽວແກ້ໄຂພະນັກງານ, ສະມາຊິກພັກ ທີ່ມີການລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ສືບຕໍ່ຫັນເອົາພະນັກງານທີ່ມີໃນແຜນກໍານົດສ້າງ ແລະ ພະນັກງານວິຊາການ ລົງຮາກຖານ ເພື່ອທົດສອບ, ກໍ່ສ້າງໃນຂະບວນການວຽກງານຕົວຈິງ; ເພີ່ມທະວີການ ນໍາພາຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານຕິດຕາມ, ກວດກາ ແລະ ເອົາໃຈໃສ່ຊີ້ນໍາ ຕໍ່ການແກ້ໄຂຜົນຂອງການກວດສອບ, ການກວດກາ ໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ.

ລັດຖະບານ

ຂໍ້ມູນຈາກ: https://cutt.ly/dB3IJGS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/