ອິນໂດເນເຊຍພົບເດັກຈຳນວນເກືອບຮ້ອຍເສຍຊີວິດ ຄາດສາເຫດມາຈາກຢານ້ຳ

ອິນໂດເນເຊຍ

ສຳນັກຂ່າວ Reuters ໄດ້ລາຍງານວ່າ ເມື່ອວັນທີ 20 ຕຸລາ ກະຊວງສາທາລະນະສຸກຂອງ ອິນໂດເນເຊຍ ໄດ້ອອກມາເປີດເຜີຍວ່າ ພົບຢານ້ຳເຊື່ອມບາງຊະນິດທີ່ຫາຊື້ໄດ້ໃນອິນໂດເນເຊຍ ມີສ່ວນປະກອບຂອງສານບາງຕົວທີ່ເປັນຕົ້ນເຫດຂອງການເສຍຊີວິດຂອງເດັກນ້ອຍ 99 ຄົນ ນັບຕັ້ງແຕ່ເດືອນມັງກອນ 2022 ທີ່ຜ່ານມາ.

ໂດຍກ່ອນໜ້ານີ້ລັດຖະບານອິນໂດເນເຊຍໄດ້ປະກາດລະງັບການຈໍາໜ່າຍຢານ້ຳ ເມື່ອວັນພຸດທີ 19 ທີ່ຜ່ານມາ ແລະໄດ້ເຮັດການກວດສອບຢ່າງໃກ້ຊິດວ່າຢານ້ຳ ສຳລັບລົດໄຂ້ທີ່ຫາຊື້ໄດ້ໃນອິນໂດເນເຊຍ ມີສ່ວນປະກອບຂອງສານ ເອທິລິນໄກລຄອລ (ethylene glycol) ແລະ ໄດເອທີລິນໄກລຄອລ (diethylene glycol) ຫຼື ບໍ່ ເຊິ່ງໃນຂະນະທີ່ສຳນັກງານອາຫານແລະຢາອິນໂດເນເຊຍຖະແຫຼງວ່າ ຢານ້ຳມີສ່ວນປະກອບຂອງສານທັງສອງຊະນິດດັ່ງກ່າວ ແມ່ນບໍ່ໄດ້ມີການວາງຈໍາໜ່າຍໃນປະເທດ.

ອິນໂດເນເຊຍ

ທາງດ້ານ Budi Gunadi Sadikin ລັດຖະມົນຕີກະຊວງສາທາລະນະສຸກອິນໂດເນເຊຍເຜີຍວ່າ ເຈົ້າໜ້າທີ່ອິນໂດເນເຊຍໄດ້ກວດພົບສານ ເອທິລິນໄກລຄອລ ແລະ ໄດເອທີລິນໄກລຄອລ ໃນຢານ້ຳທີ່ເຮືອນຫຼັງໜຶ່ງຂອງເດັກທີ່ມີພາວະໝາກໄຂ່ຫຼັງອ່ອນເພຍກະທັນຫັນ ໂດຍບໍ່ລະບຸວ່າພົບຈຳນວນເທົ່າໃດ.

ພ້ອມຍັງລະບຸວ່າ ຜູ້ປົກຄອງໄດ້ໃຫ້ເດັກອາຍຸຕໍ່າກວ່າ 5 ປີຮັບປະທານຢານ້ຳຕົວດັ່ງກ່າວ ເຊິ່ງຜົນການກວດສອບພົບວ່າຢານ້ຳແມ່ນມີສານ ເອທິລິນໄກລຄອລ ແລະ ໄດເອທີລິນໄກລຄອລ ເປັນສ່ວນປະກອບ, ຖ້າເບິ່ງໃນຄວາມເປັນຈິງແລ້ວມັນບໍ່ຄວນຈະມີສານທັງສອງຊະນິດນີ້ເປັນສ່ວນປະກອບໃນຢານ້ຳ ຫຼື ບໍ່ຄວນມີເລີຍແມ່ນແຕ່ເລັກນ້ອຍ ເພາະສານດັ່ງກ່າວນັ້ນເປັນພິດ ແລະ ເຮັດໃຫ້ເດັກເກີດພາວະໝາກໄຂ່ອ່ອນເພຍກະທັນຫັນ.

ອິນໂດເນເຊຍ

ໃນສ່ວນຂອງໂຄສົກກະຊວງສາທາລະນະສຸກອິນໂດເນເຊຍປະຕິເສດທີ່ຈະເປີດເຜີຍວ່າ ມີເດັກທີ່ມີພາວະໝາກໄຂ່ຫຼັງອ່ອນເພຍກະທັນຫັນຈຳນວນຈັກຄົນທີ່ຮັບປະທານຢານ້ຳເຊື່ອມເຫຼົ່ານີ້ໂດຍລະບຸວ່າ ທາງການອິນໂດເນເຊຍກໍາລັງຢູ່ໃນລະຫວ່າງການສືບສວນເລື່ອງດັ່ງກ່າວຢູ່.

ແລະມາຮອດມື້ວານນີ້ 20 ຕຸລາ 2022 ທາງການອິນໂດເນເຊຍໄດ້ອອກມາເປີດເຜີຍຕົວເລກວ່າພົບເດັກທີ່ມີພາວະໝາກໄຂ່ຫຼັງອ່ອນເພຍກະທັນຫັນທັງໝົດ 206 ແລະ ມີເດັກເສຍຊີວິດ 99 ຄົນຈາກ 20 ແຂວງທົ່ວອິນໂດເນເຊຍ ເຊິ່ງຕົວເລກດັ່ງກ່າວແມ່ນນັບຕັ້ງແຕ່ເດືອນມັງກອນທີ່ຜ່ານມາ.

ໂດຍກ່ອນໜ້ານີ້ກະຊວງສາທາລະນະສຸກໄດ້ອອກຄໍາສັ່ງໃຫ້ເຈົ້າໜ້າທີ່ສາທາລະນະສຸກທົ່ວປະເທດຫ້າມຈ່າຍຢານ້ຳ ຫຼື ຢານ້ຳເຊື່ອມທຸກຊະນິດເປັນການຊົ່ວຄາວ ແລະຫ້າມຮ້ານຂາຍຢາຈຳໜ່າຍຢາດັ່ງກ່າວເຊັ່ນດຽວກັນ ຈົນກວ່າທາງການອິນໂດເນເຊຍຈະສຳເລັດພາລະກິດສືບສວນ ແລະຍັງລະບຸວ່າເດັກທີ່ມີພາວະໝາກໄຂ່ຫຼັງອ່ອນເພຍກະທັນຫັນສ່ວນໃຫຍ່ເປັນເດັກອາຍຸຕໍ່າກວ່າ 5 ປີ.

ອິນໂດເນເຊຍ

ທັງນີ້ ຄໍາສັ່ງຂອງກະຊວງສາທາລະນະສຸກອິນໂດເນເຊຍມີຂຶ້ນໃນຂະນະທີ່ກະຊວງສາທາລະນະສຸກຂອງປະເທດແກມເບຍອອກມາລະບຸວ່າ ມີເດັກຊາວແກມເບຍເກືອບ 70 ຄົນເສຍຊີວິດຈາກພາວະໝາກໄຂ່ຫຼັງອ່ອນເພຍກະທັນຫັນ ເຊິ່ງສາເຫດການເສຍຊີວິດແມ່ນມີຄວາມເຊື່ອມໂຍງມາຈາກຢາແກ້ໄອແລະຢາລົດໄຂ້ 4 ຂະໜານທີ່ຜະລິດໂດຍບໍລິສັດຜະລິດຢາ Maiden Pharmaceuticals ໃນອິນເດຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/