ຕົວຕຶງແຫ່ງ Old Trafford! Man U ປະກາດຕັດຊື່ Ronaldo ອອກໃນເກມຕໍ່ໄປ ຫຼັງມີພຶດຕິກຳບໍ່ເໝາະສົມ

Man U

ກາຍເປັນປະເດັນໃຫ້ເວົ້າເຖິງເກືອບທຸກອາທິດ ກັບຊຸບເປີສະຕາ ຊາວໂປຕຸເກດ ຄຣິສເຕຍໂນ ໂຣນັລໂດ້ ກອງໜ້າອ້າຍໃຫຍ່ໃນສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ຫຼັງເຈົ້າຕົວຍ່າງອອກຈາກສະໜາມກ່ອນໝົດເວລາ ໃນເກມທີ່ ແມນຢູ ເອົາຊະນະ ສະເປີ ໄປໄດ້ 2 ປະຕູຕໍ່ 0 ໃນຄືນວັນພຸດທີ່ຜ່ານມາ.

ການກະທຳດັ່ງກ່າວຂອງ ໂຣນັລໂດ້ ໄດ້ສ້າງຄວາມບໍ່ພໍໃຈ ແລະ ໄດ້ສູນເສຍຄວາມເຊືື່ອໝັ້ນຢ່າງໃຫຍ່ຈາກແຟນໆ ເນື່ອງຈາກຫຼາຍຄົນເບິ່ງວ່າເປັນການກະທຳທີ່ບໍ່ເໝາະສົມ ບໍ່ໃຫ້ກຽດສະໂມສອນ ແລະ ບໍ່ໃຫ້ກຽດນັກເຕະຮຸ່ນນ້ອງທີ່ກຳລັງພະຍາຍາມຢ່າງເຕັມທີ່ໃນສະໜາມ.

Ronaldo

ຫຼັງຈົບເກມດັ່ງກ່າວ ເອຣິກ ເທັນຮາດ ຄູເຝິກຂອງ ແມນເຊັສເຕີ້ ຢູໄນເຕັດ ໄດ້ຕອບຄຳຖາມກ່ຽວກັບເລື່ອງນີ້ ກັບນັກຂ່າວວ່າ: “ເລື່ອງນີ້ຂ້ອຍຈະຈັດການເອງ ແຕ່ບໍ່ແມ່ນຕອນນີ້ ຕອນນີ້ຂ້ອຍຂໍສະຫຼອງໄຊຊະນະນັດນີ້ຮ່ວມກັບທີມກ່ອນ”

Ronaldo

ຫຼ້າສຸດ ເມື່ອວັນທີ 20 ທີ່ຜ່ານມາ ທາງສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ໄດ້ອອກຖະແຫຼງການຢ່າງເປັນທາງການກ່ຽວກັບການລົງໂທດ ໂຣນັລໂດ້ ຈາກກໍລະນີດັ່ງກ່າວວ່າ: “ຄຣິສເຕຍໂນ ໂຣນັລໂດ້ ຈະບໍ່ມີສ່ວນຮ່ວມກັບທີມ ໃນເກມ ພຣີເມຍລີກ ທີ່ຈະພົບກັບ ເຊວຊີ ໃນອາທິດນີີ້ ສ່ວນທີມທີ່ເຫຼືອແມ່ນກຳລັງຕັ້ງໃຈຢ່າງເຕັມທີ່ກັບເກມທີ່ຈະມາຮອດນີ້”

ໃນຂະນະທີ່ເຈົ້າຕົວເອງ ກໍມີຖະແຫຼງການອອກມາເຊັ່ນກັນ ໂດຍລະບຸວ່າ: “ຂ້ອຍພະຍາຍາມໃຊ້ຊີວິດ ແລະ ຫຼິ້ນຢ່າງເຄົາລົບຕໍ່ເພື່ອນຮ່ວມທີມຂອງຂ້ອຍ, ຄູ່ແຂ່ງ ແລະ ຄູເຝິກຂອງຂ້ອຍຢ່າງທີ່ຂ້ອຍເຄີຍເຮັດມາຕະຫຼອດອາຊີບນັກກິລາບານເຕະຂອງຂ້ອຍ”

Ronaldo

“ເຊິ່ງເລື່ອງນີ້ບໍ່ເຄີຍປ່ຽນແປງ ຂ້ອຍກໍບໍ່ເຄີຍປ່ຽນແປງ ຂ້ອຍຍັງເປັນຂ້ອຍຄົນເກົ່າ ແລະ ເປັນມືອາຊີບຄົນດຽວກັບທີ່ຂ້ອຍເຄີຍເປັນໃນໄລຍະ 20 ປີ ທີ່ຜ່ານມາ ໃນການຫຼິ້ນກິລາບານເຕະໃນລະດັບສູງ”.

“ການໃຫ້ກຽດຄົນອື່ນມີບົດບາດສໍາຄັນຢ່າງຍິ່ງໃນຂະບວນການຕັດສິນໃຈຂອງຂ້ອຍ ຂ້ອຍເລີ່ມຕົ້ນໃນຕອນທີ່ອາຍຸຂ້ອຍຍັງນ້ອຍ ຕົວຢ່າງຈາກຜູ້ຫຼິ້ນທີ່ມີອາຍຸຫຼາຍກວ່າ ແລະ ມີປະສົບການຫຼາຍກວ່າ ເປັນສິ່ງສຳຄັນຕໍ່ຂ້ອຍຫຼາຍ”

“ດັ່ງນັ້ນໃນເວລາຕໍ່ມາ ຂ້ອຍຈຶ່ງພະຍາຍາມເຮັດຕົນເອງໃຫ້ເປັນແບບຢ່າງທີ່ດີໃຫ້ກັບ ນ້ອງໆທີ່ເຕີບໃຫຍ່ມາ ໃນທຸກທີມທີ່ຂ້ອຍເຄີຍຫຼິ້ນ ໜ້າເສຍດາຍທີ່ມັນບໍ່ເປັນແບບນັ້ນຕະຫຼອດ”

Ronaldo

“ຕອນນີ້ ຂ້ອຍຮູ້ສຶກວ່າຂ້ອຍພຽງຕ້ອງເຝິກຊ້ອມຢ່າງໜັກຕໍໄປໃນແຄຣິງຕັນ (ສະໜາມຊ້ອມຂອງແມນຢູ), ຂ້ອຍສະໜັບສະໜູນເພື່ອນຮ່ວມທີມ ແລະ ພ້ອມສຳລັບທຸກສິ່ງບໍ່ວ່າຈະເກມໃດໆ ການຍອມຈຳນົນຕໍ່ແຮງກົດດັນບໍ່ແມ່ນທາງເລືອກຂອງຂ້ອຍ ແລະ ມັນບໍ່ເຄີຍແມ່ນຕະຫຼອດມາ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/