ໄຟປ່າໂຄໂລຣາໂດຮ້າຍແຮງສຸດໃນປະຫວັດສາດ.


ໄຟປ່າໃນລັດໂຄໂລຣາໂດ ຂອງຫະລັດອາເມຣິກາພົບກະແສລົມແຮງລຸກໄໝ້ກິນອານາເຂດຫລາຍກວ່າ 64,000 ເຮັກຕາ ຮ້າຍແຮງສຸດໃນປະຫວັດສາດ.

ເມື່ອວັນທີ 16 ຕຸລາ 2020 website  ABC ລາຍງານສະຖານະການໄຟປ່າບໍລິເວນພູຣັອກກີ້ ໃນລັດໂຄໂລຣາໂດວ່າ ກຳລັງເຂົ້າສູ່ຄວາມຮຸນແຮງທີ່ສຸດໃນປະຫວັດສາດ ຫຼັງຈາກກະແສລົມທີ່ພັດມາດ້ວຍຄວາມໄວ 113 ກມ/ຊົ່ວໂມງ ເຮັດໃຫ້ແປວໄຟລຸກໄໝ້ລາມຢ່າງວ່ອງໄວເຊິ່ງທາງການໄດ້ປະກາດເຕືອນປະຊາຊົນໃຫ້ອົົບພະຍົບອອກຈາກພື້ນທີ່ອາໄສແລ້ວ.

ສຳນັກງານດັບເພິງໂຄໂລຣາໂດເປິດເຜີຍວ່າ “The Cameron Peak” ທີ່ກຳລັງລຸກໄໝ້ພູເຂົາຝັ່ງຕາເວັນຕົກຂອງ Fort Collins ຂະຫຍາຍວົງອອກແບບວ່ອງໄວມື້ໜື່ງໄຟໄໝ້ລາມໄດ້ຫຼາຍກວ່າ 8,000 ເຮັກຕາ ກິນອານາບໍລິເວນຄວາມເສຍຫາຍໄປແລ້ວຫຼາຍກວ່າ 64,000 ເຮັກຕາ, ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍງານໂຕເລກຂອງຜູ້ເສຍຊີວິດ ຫຼື ບາດເຈັບໂດຍເຈົ້າໜ້າທີ່ດັບເພິງຫຼາຍກວ່າ 500 ຄົນ ກຳລັງເຂົ້າໄປຄວບຄຸມແນວໄຟປ່າບໍ່ໃຫ້ໄໝ້ລາມເຂົ້າເຂດຊຸມຊົນຄາດວ່າຈະມີກະແສລົມແຮງຕໍ່ເນື່ອງໄປຈົນເຖິງທ້າຍເດືອນ ເຊິ່ງເປັນອຸປະສັກຕໍ່ການດັບໄຟປ່າທີ່ເກິດຂຶ້ນເທິງພູທາງຕາເວັນອອກຂອງເມືອງ Fort Collins ປັດຈຸບັນເຈົ້າໜ້າທີ່ສາມາດຄວບຄຸມໄຟໄດ້ແລ້ວປະມານ 56% .

ທີ່ມາ: https://www.thairath.co.th/news/foreign/1954030?utm_source=insider&utm_medium=web_push&utm_campaign=fire-forest-1954030_161020_1400&webPushId=MTg3MDA=