ຍີ່ປຸ່ນຕິດໂປສເຕີຮູບຫູຟັງມີແຂນຂາເກາະຫູ ຢູ່ຕາມສະຖານີລົດໄຟ ເພື່ອເຕືອນໃຫ້ຄົນໃຊ້ລະວັງບໍ່ເຮັດຫູຟັງເຫ່ຍ


ຂ່າວແປກໆນີ້ມາຈາກປະເທດ ຍີ່ປຸ່ນ ເມື່ອຢູ່ຕາມສະຖານີລົດໄຟຫຼາຍໆແຫ່ງມີໂປສເຕີ ທີ່ມີຮູບຫູຟັງໄຮ້ສາຍ (ຫູຟັງມີຕິ່ງຍາວໆບໍ່ບອກກໍຮູ້ວ່າຍີ່ຫໍ້ໃດ) ເຊິ່ງຫູຟັງນັ້ນມີແຂນຂາ ເຮັດລັກສະນະພະຍາຍາມເກາະຫູໄວ້ ເພື່ອບໍ່ໃຫ້ໂຕເອງຕົກ ສາເຫດກໍຍ້ອນວ່າ ຫູຟັງໄຮ້ສາຍຮູບແບບນີ້ ມັກຫລຸດອອກຈາກຫູໄດ້ງ່າຍ ແລະຕົກເຫ່ຍໂດຍເຈົ້າຂອງມັກບໍ່ຮູ້ໂຕ.

ຈາກສະຖິຕິໃນເວລາ 3 ເດືອນທີ່ຜ່ານມາ ເຈົ້າຫນ້າທີ່ປະຈຳສະຖານີສາມາດເກັບຫູຟັງທີ່ຕົກເຫ່ຍໄດ້ເຖິງ 950 ອັນ, ເຈົ້າໜ້າທີ່ບອກວ່າມັນເປັນພາລະໃຫ້ເຈົ້າໜ້າທີ່ລົດໄຟອີຫຼີ ໃນແຕ່ລະມື້ຕ້ອງມາຊອກວ່າຂອງໃຜຕົກ ແລະ ໃຜມາຊອກຫູຟັງ ແຖມມີບາງເທື່ອມັນຕົກລົງໄປໃນບ່ອນທີ່ເກັບຍາກເຊັ່ນ: ຕົກລົງໄປໃນຮາງລົດໄຟ ແລະ ກວ່າຈະເກັບໄດ້ກໍຕ້ອງລໍຖ້າໃຫ້ລົດໄຟຮອບສຸດທ້າຍອອກກ່ອນ ຈຶ່ງຄ່ອຍໄດ້ຊອກແລ້ວຕິດຕໍ່ຫາເຈົ້າຂອງມາຮັບເອົາ ສຳຫຼັບເຈົ້າໜ້າທີ່ປະຈຳສະຖານີລົດໄຟໄດ້ບອກວ່ານີ້ມັນຄືບັນຫາລະດັບປະເທດກັນເລີຍ ເພາະຕ້ອງເສຍເວລາມາເຮັດວຽກຊອກຫາເຄື່ອງໂດຍບໍ່ຈຳເປັນ ແຖມຍັງມີຄວາມສ່ຽງຖ້າມັນຕົກໄປຖືກບ່ອນອັນຕະລາຍ ອາດເກີດອຸບັດຕິເຫດໄດ້ນຳອີກ.

ທີ່ມາ: https://www.facebook.com/wajapan.th/photos/a.592044157546476/3368153839935480/?type=3&theater