ເຜີຍໂສມໜ້າ 59 ໂລງສົບບູຮານແຫ່ງອີຢິບ ທີ່ຫາກໍຄົ້ນພົບໃຫມ່

ເຖິງແມ່ນວ່າການຂຸດຄົ້ນມັມມີ່ແຫ່ງອີຢິບຈະກາຍເປັນເລື່ອງປົກກະຕິ ແລະມີຂ່າວຢູ່ຫຼາຍຄັ້ງ ແຕ່ເມື່ອບໍ່ດົນມານີ້ ການຄົ້ນພົບ 59 ໂລງສົບບູຮານໃກ້ກັບປີຣະມິດໂຈເຊີ (Step Pyramid of Djoser) ເຊິ່ງເປັນປີຣະມິດແບບຂັ້ນໄດ ທີ່ເມືອງຊັກຄາລາ (Saqqara) ທີ່ເປັນແຫລ່ງບູຮານຄະດີມໍລະດົກໂລກຂອງອົງການ UNESCO ຕັ້ງຢູ່ທາງຕອນໃຕ້ຂອງເມືອງຫລວງໄຄໂຣ ແຫ່ງອີຢຶບ ກໍນັບເປັນເລື່ອງຊວນຮືຮາໜ້າຕື່ນເຕັ້ນຫຼາຍຂຶ້ນ.

ນັກບູຮານຄະດີເຜີຍວ່າໂລງສົບທີ່ຖືກປິດຜະນຶກ 59 ໂລງມີມັມມີ່ຢູ່ພາຍໃນ ສ່ວນໃຫຍ່ຖືກພົບວ່າຝັງຢູ່ໃນ 2 ຂຸມ, ເລິກ 11 ແມັດ ເມື່ອ 2,600 ປີກ່ອນ ນັກບູຮານຄະດີເບິ່ງວ່ານີ້ຄືຈຸດເລິ່ມຕົ້ນຂອງການຄົ້ນພົບຄັ້ງໃຫຍ່ເພາະເຊື່ອວ່າຍັງມີໂລງສົບບໍ່ຮູ້ຈຳນວນທີ່ຍັງບໍ່ໄດ້ຂຸດພົບໃນພື້ນທີ່ດຽວກັນ ເນື່ອງຈາກເປັນພື້ນທີ່ຮາບສູງໃນຊັກຄາຣານີ້ມີທີ່ຕັ້ງຂອງປີຣະມິດຢ່າງນ້ອຍ 11 ແຫ່ງລວມເຖິງປີຣະມິດຂັ້ນບັນໄດ ທັງຍັງເຕັມໄປດ້ວຍຂຸມສົບຂອງຂຸນນາງບູຮານຫຼາຍຫ້ອງ ຕັ້ງແຕ່ຣາຊະວົງທີ 1 ຈົນເຖິງຍຸກຄອບຕິກ (Coptic Period) ເຊິ່ງເປັນຊ່ວງເວລາທີ່ຈັກກະວັດໂຣມັນເລິ່ມເສື່ອມອຳນາດລົງ ແລະ ອານາຈັກ Byzantine ເຂົ້າມາຄອບຄອງລວມເຖິງເຜີຍແຜ່ ສາສະໜາຄຣິດ.

ຈາກການສຶກສາເບື້ອງຕົ້ນກ່ຽວກັບ 59 ໂລງສົບ ບົ່ງຊີ້ວ່າໂລງທີ່ຖືກຕົກແຕ່ງຢ່າງວິຈິດເຫຼົ່ານີ້ ສ້າງຂຶ້ນສຳຫຼັບນັກບວດຂຸນນາງຊັ້ນສູງ ແລະ ຊົນຊັ້ນສູງຈາກປາຍຍຸກຟາໂຣ ເມື່ອ 664-525 ປີກ່ອນ ຄ.ສ ນອກຈາກນີ້ຍັງພົບຮູບສະຫລັກໄມ້ເທບພຣະເຈົ້າ Ptah-Soker 28 ອັນ ແລະ ຮູບສະຫລັກທອງແດງຝັງອັນຍະມະນີເປັນເທບພຣະເຈົ້າເນເຟີເທມສູງ 35 cm ເປັນສົມບັດຂອງນັກບວດບາດີອາມຸນ ທີ່ສະຫລັກຊື່ໄວ້ເທິງຖານຮູບສະຫລັກດັ່ງກ່າວ..

ທີ່ມາ: https://www.thairath.co.th/news/foreign/1947375