ຊາວສິງກະໂປແຫ່ຊື້ປີ້ດິນເນີເທິງເຮືອບິນຈົນໝົດກ້ຽງ.


ເພື່ອເປັນການກະຕຸ້ນລາຍໄດ້ບໍລິສັດ ສິງກະໂປ Airline ເລີຍຂາຍປີ້ຮັບປະທານອາຫານເທິງຍົນ ແບບສຸດຫລູລາຄາແພງ ເຊິ່ງຫລັງເປີດຂາຍກໍໝົດກ້ຽງພາຍໃນເຄິ່ງຊົ່ວໂມງ.

ເມື່ອວັນທີ 12 ຕຸລາ 2020 Website The Guardian ລາຍງານວ່າ ຊາວສິງກະໂປແຫ່ຊື້ປີ້ຮ້ານອາຫານຈາກສາຍການບິນສິງກະໂປ Airline ເພື່ອປະສົບການການຮັບປະທານອາຫານເທິງຍົນທີ່ຈອດຢູ່ລ້າໆ  ໂດຍປີ້ໜື່ງມີລາຄາປະມານ 5 ລ້ານກີບ ໂດຍລູກຄ້າຈະໄດ້ຂຶ້ນໄປຮັບປະທານອາຫານຄ່ຳເທິງຍົນ Airbus A380 ທີ່ຈອດໃນສະໜາມບິນຊາງງີພ້ອມກັບອາຫານຈາກສາຍການບິນທີ່ເສີບໃຫ້ເຖິງບ່ອນ ແລະ ສາມາດເບິ່ງຮູບເງົາໄປນຳໄດ້ຄືກັບກຳລັງເດີນທາງໂດຍຍົນ.

ຫຼັງຈາກປີ້ດັ່ງກ່າວຂາຍດີເປັນເທນ້ຳເທທ່າ ແລະ ຂາຍໝົດພາຍໃນໄລຍະເວລາເຄິ່ງຊົ່ວໂມງ ຈົນສິງກະໂປ Airline ຕ້ອງເປິດໃຫ້ຜູ້ທີ່ຕ້ອງການຊື້ປີ້ຕໍ່ຄິວ ສາຍການບິນໄດ້ເປິດບໍລິການສຳຫຼັບໃຜທີ່ພາດຊື້ປີ້ບໍ່ທັນໃຫ້ສາມາດຊື້ປີ້ລາຄາ 7 ລ້ານກີບ ເພື່ອຮັບປະທານອາຫານລະດັບ First class ທີ່ບ້ານຂອງລູກຄ້າ ເຊິ່ງທັງໂຕະອາຫານ ແລະ ຊຸດຮັບປະທານອາຫານຂອງສາຍການບິນຈະຖືກສົ່ງກົງໄປໃຫ້ຮອດບ້ານ.

ການເປິດຂາຍປີ້ອາຫານເປັນການກະຕຸ້ນລາຍໄດ້ຂອງສາຍການບິນ ທີ່ຕ້ອງສູນເງິນຈຳນວນມະຫາສານໃນຊ່ວງການແຜ່ລະບາດຂອງໂຣກໂຄວິດ-19 ໃນຂະນະທີ່ສາຍການບິນອື່ນໆ ໃນເອເຊຍເຊັ່ນ: ສາຍການບິນ EVA ຂອງໄຕ້ຫວັນ ເປິດບໍລິການ ທ່ຽວບິນທີ່ບໍ່ມີຈຸດໝາຍປາຍທາງ “Flights to nowhere” ໂດຍການຂຶ້ນບິນຊົມທ້ອງຟ້າໂດຍບໍ່ມີຈຸດໝາຍປາຍທາງ ຂະນະທີ່ສາຍການບິນ All Nippon Airways (ANA) ຂອງຍີ່ປຸ່ນ ໄດ້ເປິດທ່ຽວບິນ Hawaii Theme ຫຼັງຈາກທີ່ເສັ້ນທາງການບິນດັ່ງກ່າວຖືກລະງັບຊົ່ວຄາວຈາກການແຜ່ລະບາດຂອງໂຣກໂຄວິດ-19.

ເມື່ອຕົ້ນເດືອນຕຸລາທີ່ຜ່ານມາ ສິງກະໂປ Airline ປະກາດ Lay-off ພະນັກງານ 4,300 ຕໍາແໜ່ງ ຫຼື ເກືອບ 20% ຂອງພະນັກງານທັ້ງໝົດຂະນະທີ່ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດໄດ້ຄາດການວ່າການເດິນທາງໃນປີນີ້ຕ່ຳກວ່າປີ 2019 ເຖິງ 66% ສົ່ງຜົນໃຫ້ງານທີ່ກ່ຽວຂ້ອງກັບສາຍການບິນກວ່າແສນຕຳແໜ່ງສ່ຽງຖືກເລິກຈ້າງ.

ທີ່ມາ: https://www.thairath.co.th/news/business/market-business/1951534