ທະນາຄານໂລກປະເມີນ 115 ລ້ານຄົນທົ່ວໂລກສ່ຽງຕົກຢູ່ໃນສະຖານະທຸກຍາກທີ່ສຸດ

ທ້າຍປີ 2021 ອາດຈະແຕະເຖິງ 150 ລ້ານຄົນ! ສຳນັກຂ່າວ CNN ອ້າງອີງລາຍງານສະບັບຫຼ້າສຸດຂອງທະນາຄານໂລກ ທີ່ລະບຸວ່າ ປະຊາກອນໂລກຫຼາຍເຖິງ 115 ລ້ານຄົນ ອາດຈະເຂົ້າສູ່ສະພາວະຄວາມທຸກຍາກໜັກໜ່ວງພາຍໃນທ້າຍປີນີ້ ໂດຍຈະເປັນກຸ່ມທີ່ມີປະຊາກອນທີ່ມີເງິນດຳເນີນຊີວິດບໍ່ເກີນ 1.90 ໂດລາຕໍ່ມື້ເທົ່ານັ້ນ.

ປະຊາກອນກຸ່ມນີ້ ເປັນຜູ້ທີ່ໄດ້ຮັບຜົນກະທົບຈາກວິກິດການແຜ່ລະບາດໃຫຍ່ Covid-19 ຕົວເລກທີ່ຄາດການຫຼ້າສຸດສູງຂຶ້ນຍ້ອນໃນເດືອນພຶດສະພາທີ່ຜ່ານມາມີການປະເມີນໄວ້ທີ່ 60 ລ້ານຄົນເທົ່ານັ້ນ ແລະ ອາດຈະແຕະ 150 ລ້ານຄົນໃນປີ 2021.

8 ໃນ 10 ຄົນຂອງກຸ່ມປະຊາກອນທີ່ຕ້ອງພົບກັບສະພາວະຄວາມທຸກຍາກຢ່າງໜັກໜ່ວງຢູ່ໃນກຸ່ມປະເທດລາຍໄດ້ປານກາງ ເຊິ່ງກ່ອນໜ້ານີ້ປະເຊີນອັດຕາຄວາມທຸກຍາກທີ່ສູງຢູ່ແລ້ວເຊັ່ນ: ບຣາຊິວ ອິນໂດເນເຊຍ ແລະ ອາຟຣິກາໃຕ້.

ສະພາວະຄວາມທຸກຍາກຂັ້ນຮຸນແຮງໃນປີນີ້ອາດຈະສົ່ງຜົນກະທົບເປັນວົງກວ້າງໄປ 9.1-9.4% ຂອງປະຊາກອນໂລກ, ເຊິ່ງທະນາຄານໂລກກຳລັງວາງແຜນສົ່ງຄວາມຊ່ວຍເຫຼືອໄປກຸ່ມຕ່າງໆ ໂດຍສະເພາະກຸ່ມທີ່ອ່ອນແອ ດ້ວຍການສົ່ງມອບເງິນຊ່ວຍເຫຼືອ ແລະ ກູ້ເງິນ 160,000 ລ້ານໂດລາໃຫ້ກັບທັງພາກລັດແລະ ປະຊາຊົນ, ທຸລະກິດ ແລະ ການພັກຈ່າຍໜີ້ໃຫ້ກັບກຸ່ມປະເທດທີ່ທຸກຍາກ.

ທີ່ມາ: https://www.facebook.com/138841026128217/posts/3680106182001666/?extid=0&d=n