LED Mask ນະວັດຕະກຳການມາສໜ້າສຸດໄຮເທັກທີ່ດາຣາໂຕທ໊ອບເກົາຫຼີໃຊ້ກັນຫຼາຍ

 ໂດຍປົກກະຕິແລ້ວ, ເຮົາມັກຈະເຫັນຮູບພາບທີ່ຄຸ້ນເຄີຍຂອງການມາສໜ້າທີ່ປະກົດຢູ່ໃນຊີຣີ່ເກົາຫຼີຫຼາຍເລື່ອງ ເຊິ່ງຖືໄດ້ວ່າການມາສໜ້າເປັນວັດທະນະທໍາດ້ານຄວາມງາມຂອງເກົາຫຼີແລ້ວ. ເມື່ອບໍ່ດົນມານີ້ ຊີຣີ່ເກົາຫຼີກໍໄດ້ພາແຟນໆມາເປີດໂລກດ້ວຍການປະດິດສ້າງນະວັດຕະກໍາດ້ານຄວາມງາມໃໝ່ໆ ເຊັ່ນ: “LED Mask”  ທີ່ມັກຈະເຈາະ Tie-in ຫຼື ວ່າໂຄສະນາສິນຄ້າແບບນຽນໆເຂົ້າມາໃນເລື່ອງ. ອຸປະກອນມາສໜ້າທີ່ຄ້າຍຄືກັບໜ້າກາກ ສາມາດປ່ອຍແສງເລເຊີໄດ້ຫຼາກຫຼາຍສີນີ້ເຮັດໃຫ້ເຮົາເຊິ່ງເຫັນຄັ້ງທໍາອິດຮູ້ສຶກຕື່ນເຕັ້ນຈົນຕ້ອງຮ້ອງວ້າວ! ເຖິງວ່າມັນໄດ້ຮັບຄວາມນິຍົມມາເປັນເວລາ 2-3 ປີແລ້ວ, ແຕ່ວ່າໃນບ້ານເຮົາເອງກໍຍັງບໍ່ທັນໄດ້ເຫັນການໂປຣໂໝດຫລາຍ ຍົກເວັ້ນແຕ່ວ່າຜູ້ໃດຜູ້ຫນຶ່ງທີ່ມີຄວາມສາມາດໃນການໃຊ້ຈ່າຍ ກໍຈະໄປຄລີນິກຄວາມງາມທີ່ມີຊື່ສຽງຢູ່ຕ່າງປະເທດເຊິ່ງຈະສະເໜີໂປແກຼມມາສໜ້າ ລັງສີ ຫຼື LED Mask ແທນ ແລະ ຄິດວ່າໃນລາວເອງກໍໜ້າຈະຍັງບໍ່ທັນມີຄລີນິກໃດທີ່ມີເຄື່ອງນີ້ເທື່ອ.

 LED Mask ແມ່ນຫຍັງ?

 ສຳລັບ LED Mask ນີ້ແມ່ນຜະລິດຕະພັນຄວາມງາມທີ່ໃຊ້ເຕັກໂນໂລຊີ NIR (Near Infrared ຫຼື ຄື້ນແມ່ເຫຼັກໄຟຟ້າທີ່ມີຄື້ນໃກ້ຄຽງຄື້ນອິນຟາເຣດ) ໃນການຮັກສາຜິວ ແລະ ຍີ່ຫໍ້ທີ່ເປັນທີ່ຮູ້ຈັກໂດຍໄດ້ຮັບຄວາມນິຍົມຈາກນັກສະແດງເກົາຫຼີ ແມ່ນ “Cellreturn” ເຊິ່ງເປັນບໍລິສັດດຽວທີ່ອ້າງວ່າມີເຕັກໂນໂລຢີ LED ທີ່ມີຄື້ນທີ່ມີປະສິດຕິພາບສູງສຸດ. ທາງແບຣນເພິ່ນໄດ້ນໍາສະເໜີວ່າ ຈາກການຄົ້ນພົບຄວາມໄວຂອງຄື້ນແສງທີ່ມີຄວາມເຂັ້ມຂຸ້ນສູງເຊິ່ງຈະບໍ່ເຮັດໃຫ້ຜິວເສຍຫາຍ ຈຶ່ງນຳນະວັດຕະກໍາສິ່ງນີ້ເຂົ້າສູ່ LED Mask ຈົນກາຍເປັນນະວັດຕະກຳສຸດໄຮເທັກໃນການເບິ່ງແຍງຜິວໜ້າ. ເມື່ອມີສິ່ງນີ້,ເຮົາຈຶ່ງສາມາດມາສໜ້າຢູ່ເຮືອນໄດ້ຢ່າງງ່າຍດາຍ. ເຊິ່ງນະວັດຕະກໍານີ້ໄດ້ຮັບການຢັ້ງຢືນຈາກສະຖາບັນການແພດຫຼາຍແຫ່ງ, ລວມທັງອົງການການບິນ ແລະ ອາວະກາດແຫ່ງຊາດ (NASA).

ການເຮັດວຽກຂອງ LED Mask ສົ່ງຜົນຕໍ່ຜິວແນວໃດ?

ຜູ້ອໍານວຍການຄລີນິກຜິວໜັງ Me & Me Skin Clinic ທີ່ຈົບການສຶກສາລະດັບປະລິນຍາໂທຈາກ Sungkyunkwan University ກຽດນິຍົມອັນກັບ 1 ໄດ້ອະທິບາຍຫຼັກການຂອງ LED Mask ວ່າ “ຢູ່ໃນຄລີນິກ ຜິວໜັງໃນປະຈຸບັນ ມັກໃຊ້ຄື້ນຣັງສີອິນຟາເຣດໄລຍະສັ້ນໆເພື່ອເຮັດໃຫ້ຜິວໜັງສົດໃສ, ຊ່ວຍກະຊັບ ແລະ ກະຕຸ້ນ  collagen ເຊິ່ງປະສິດທິພາບຂອງຣັງສີຄື້ນສັ້ນນັ້ນ ໄດ້ຖືກພິສູດໃຫ້ເຫັນຜົນລັບທີ່ຊັດເຈນ ມີວິທີການເຮັດວຽກທີ່ເຂົ້າໃຈງ່າຍໆດັ່ງຕໍ່ໄປນີ້: ເມື່ອຜິວໜັງສຳຜັດກັບຄື້ນຣັງສີ, ມັນຈະມີປະຕິກິລິຍາກັບ mitochondria ໃນຜິວຫນັງ. ໜ້າທີ່ຂອງ mitochondria ຈະຊ່ວຍຟື້ນຟູເຊວຜິວໜັງທີ່ຕາຍແລ້ວໃຫ້ກັບມາ ແລະ ຊ່ວຍຢຸດການແກ່ຕົວຂອງຜິວ ຜູ້ສູງອາຍຸ. ນອກຈາກນັ້ນ, ຣັງສີນີ້ຍັງມີສ່ວນປະກອບທີ່ເຮັດໃຫ້ເກີດປະຕິກິລິຍາໄນຕຣິກອອກໄຊດ໌ ເພື່ອກໍາຈັດສິ່ງເສດເຫຼືອອອກຈາກຜິວເພື່ອໃຫ້ຜິວໄດ້ຮັບອົກຊີແຊນແທນ ເຊິ່ງຈະເຮັດໃຫ້ຜິວພັນຟື້ນຟູໄດ້ດີຍິ່ງຂື້ນ”.

 ການໃຊ້ງານເລີ່ມຕົ້ນງ່າຍໆດ້ວຍການລົງ Skin Care ໃຫ້ທົ່ວໜ້າກ່ອນທີ່ຈະໃສ່ LED Mask ເຊິ່ງກໍຈະມີໂໝດໃຫ້ເລືອກຄື້ນຄວາມຍາວຕາມທີ່ຕ້ອງການເຊິ່ງຈະມີສີຕ່າງກັນ ແລະ ຄຸນນະສົມບັດທີ່ແຕກຕ່າງກັນເຊັ່ນ:

 ແສງສີແດງຈະຊ່ວຍກະຕຸ້ນ collagen, ກະຊັບຮູຂຸມຂົນ ແລະ ຫຼຸດຮອຍແຫ່ວລົງ.

 ແສງສີຟ້າຈະຊ່ວຍຮັກສາສິວ ແລະ ຂ້າເຊື້ອແບັກທີເຣຍ ແລະ ບັນເທົາອາການອັກເສບ.

 ແສງສີບົວຈະຊ່ວຍຫຼຸດຮອຍແດງ, ຝ້າ, ກະ ແລະ ຈຸດດ່າງດຳໃຫ້ຈາງລົງ.

 ເຊິ່ງຖ້າແມ່ນ LED Mask ຂອງຍີ່ຫໍ້ Cellreturn ທີ່ພວກເຮົາໄດ້ຍົກມາແມ່ນສາມາດໃຊ້ມັນໄດ້ເຖິງ 20 ນາທີຕໍ່ມື້ ແລະ ໃຊ້ 3 ຄັ້ງຕໍ່ອາທິດຈະໄດ້ຜົນຕອບຮັບທີ່ດີທີ່ສຸດ. ຫຼັງຈາກໃຊ້ແລ້ວກໍຢ່າລືມເພີ່ມຄວາມຊຸ່ມຊື່ນໃຫ້ຜິວດ້ວຍຜະລິດຕະພັນ Skin Care ຕື່ມ.

 ດາລານັກສະແດງທີ່ມັກໃຊ້ມີໃຜແນ່ ?

 ແນ່ນອນວ່າຄົນທຳອິດທີ່ໃຊ້ຕົວຈິງແມ່ນນັກສະແດງຊື່ດັງ Lee Min Ho ທີ່ໃນຊີຣີ່ສາຍທາງ Netflix ເລື່ອງ The King: Eternal Monarch, ເຊິ່ງລາວສະແດງເປັນອົງຊາຍທີ່ງົດງາມໃນພະຣາຊະວັງກໍມີສາກທີ່ລາວໃຊ້ LED Mask ເພື່ອເຮັດໃຫ້ຜິວຂອງລາວສົດໃສຂຶ້ນທຸກຄັ້ງທີ່ລາວມີເວລາຫວ່າງ. ນອກຈາກນີ້, ຍັງມີນັກສະແດງ Kang Sora ຈາກລະຄອນ Doctor Stranger ທີ່ໃຊ້ເພື່ອໃຫ້ຜິວຂອງລາວງາມ ແລະ ສຸຂະພາບດີ. ຕໍ່ມາກໍແມ່ນນັກສະແດງຂວັນໃຈສາວໆ Park Seo Joon ຈາກເລື່ອງ Itaewon Class ແລະ ໂພນີ້ທີ່ເປັນ Beauty Blogger ຊື່ດັງຂອງເກົາຫຼີກໍເປັນແຟນພັນແທ້ LED Mask ເຊັ່ນດຽວກັນ.

ທີ່ມາ: https://thestandard.co/led-mask-mask-skin-korea-innovation/