ອຶ້ງ ຄິມ ຈອງ ອຶນ ຖະແຫຼງຂ່າວພ້ອມນ້ຳຕາ ຂອບໃຈກອງທັບ-ຂໍໂທດປະຊາຊົນທີ່ຜິດສັນຍາ.


ຄິມ ຈອງ ອຶນ ຜູ້ນຳ ສປປ ເກົາຫລີ ຖະແຫຼງການທັ້ງນ້ຳຕາລະຫວ່າງງານພາເຫຼດຂອງກອງທັບ ກ່າວຂອບໃຈກອງທັບທີ່ເສຍສະຫຼະ ແລະ ຂໍໂທດທີ່ຫລົ້ມເຫຼວໃນການພັດທະນາຄຸນນະພາບຊີວິດຂອງປະຊາຊົນ.

ສຳນັກຂ່າວ ຣອຍເຕີ ລາຍງານວ່າ ລະຫວ່າງງານສະຫຼອງມື້ຄົບຮອບ 75 ປີ ການກໍ່ຕັ້ງພັກແຮງງານແຫ່ງ ສປປ ເກົາລີ ເມື່ອວັນເສົາທີ 10 ຕຸລາ 2020 ທີ່ຜ່ານມາ ຄິມ ຈອງ ອຶນ ຜູ້ນຳສູງສຸດມີຖະແຫຼງການຂອບໃຈເຫຼົ່າພວກທະຫານຫຼາຍພັນຄົນທີ່ຮ່ວມອອກປະຕິບັດການບັນເທົາໄພທິບັດຈາກພາຍຸຫຼາຍລູກໃນຊ່ວງທີ່ຜ່ານມາ ແລະ ຊ່ວຍປ້ອງກັນການລະບາດຂອງໂຣກໂຄວິດ-19 ໃນປະເທດ.

ໃນຄລິບວິດີໂອເຊິ່ງເຜີຍແພ່ໂດຍສື່ເກົາຫຼີສະແດງໃຫ້ເຫັນວ່າ ຄິມ ຈອງ ອຶນ ເຖິງກັບຫຼັ່ງນ້ຳຕາອອກມາລະຫວ່າງການຖະແຫຼງໂດຍລະບຸວ່າ ເຂົາຍິນດີຢ່າງຍິ່ງທີ່ບໍ່ມີຊາວເກົາຫຼີເໜືອຕິດເຊື້ອໂຣກໂຄວິດ-19 ເລີຍແຕ່ເຖິງຢ່າງໃດກໍ່ຕາມຜົນກະທົບຈາກມາດຕະການປ້ອງກັນໂຣກໂຄວິດ-19 ການຖືກຂວ້ຳບາດຈາກນານາຊາດ ແລະ ໄຕ້ຝຸ່ນຫຼາຍລູກເຮັດໃຫ້ລັດຖະບານບໍ່ສາມາດເຮັດຕາມສັນຍາທີ່ຈະພັດທະນາຄຸນນະພາບຊີວິດຂອງປະຊາຊົນໄດ້.

“ຄວາມພະຍາຍາມ ແລະ ຄວາມຈິງໃຈຂອງຂ້ອຍບໍ່ພຽງພໍຈະກຳຈັດຄວາມຍາກລຳບາກອອກໄປຈາກຊີວິດປະຊາຊົນຂອງເຮົາໄດ້” ຄິມ ໄດ້ກ່າວອີກວ່າ “ເຖິງຢ່າງໃດກໍຕາມ ປະຊາຊົນຂອງເຮົາກໍຍັງເຊື່ອຖື ແລະ ເຊື່ອໃຈຂ້ອຍມາສະເໝີມາ ແລະ ສະໜັບສະໜູນຕົວເລືອກ, ການຕັດສິນໃຈຂອງຂ້ອຍບໍ່ວ່າຈະເປັນແນວໃດກໍຕາມ”.

ທັ້ງນີ້ ເສດຖະກິດຂອງເກົາຫຼີເໜືອ ເຊິ່ງຖືກຂວໍ້າບາດຢ່າງຮຸນແຮງຈາກນານາຊາດ ເພື່ອລົງໂທດກໍລະນີໂຄງການນິວເຄລຍ ແລະ ຂີປະນາວຸດ ໄດ້ຮັບຜົນກະທົບຍິ່ງຂື້ນອີກຈາກການປິດຊາຍແດນກັບປະເທດເພື່ອນບ້ານ ເພື່ອປ້ອງກັນການລະບາດຂອງໂຣກໂຄວິດ-19 ຂະນະທີ່ສະຫະປະຊາຊາດປະເມິນວ່າ ປະຊາຊົນ ສປປ ເກົາຫລີ ຫຼາຍເຖິງ 40% ຂອງປະຊາກອນທັ້ງໝົດກຳລັງປະສົບພາວະຂາດແຄນອາຫານ ແລະ ຕົວເລກນີ້ອາດສູງຂຶ້ນອີກເນື່ອງຈາກເຫດນ້ຳຖ້ວມໃນຊ່ວງລະດູຮ້ອນ ແລະ ອິດທິພົນຈາກໄຕ້ຝຸ່ນ.

ທີ່ມາ: https://www.thairath.co.th/news/foreign/1951175?fbclid=IwAR1s10BohnNfIQXAkharp7qleYCQo4jG_rXOB7w0jMjE6b7_S8FW7v6f1B8