ເຊິນເຈີ້ນແຈກອັ່ງເປົາເງິນຫຍວນ Digital ສຸ່ມແຈກໃຫ້ປະຊາຊົນ 50,000ຄົນ ໃຫ້ໄດ້ຄົນລະ 295,000 ກີບ.


ທະນາຄານກາງແຫ່ງປະເທດຈີນອອກເງິນສະກຸນຫຍວນ Digital ມູນຄ່າ 10 ລ້ານຫຍວນ ຫຼື ເກືອບໆ $1,635,555.55  ເພື່ອເປັນອັ່ງເປົາສຸ່ມແຈກປະຊາຊົນໃນເມືອງເຊິນເຈີ້ນຂອງຈີນຈຳນວນ 50,000 ຄົນ ໂດຍຜູ້ໂຊກດີຈະໄດ້ຄົນລະ 200 ຫຍວນ ຫຼື ປະມານ 295,000 ກີບ ເຊິ່ງການສຸ່ມແຈກເງິນຫຍວນ Digital ຄັ້ງນີ້ໄດ້ຮັບຄວາມສົນໃຈຈາກປະຊາຊົນເປັນຢ່າງຫຼາຍ ໂດຍມີຜູ້ລົງທະບຽນຮ່ວມເພື່ອສຸ່ມເອົາເງິນຫຍວນ Digital ແລ້ວເກືອບ 2 ລ້ານຄົນ.

ສຳຫຼັບເງິນຫຍວນ Digital ບໍ່ແມ່ນເງິນ Digital ແບບ (Cryptocurrency) ແຕ່ເປັນສະກຸນເງິນທີ່ລັດຖະບານຈີນຮັບຮອງມີເປົ້າໝາຍເພື່ອໃຊ້ທົດແທນເງິນໃນຮູບແບບເຈ້ຍ ເຊິ່ງການໃຊ້ເງິນ Digital ຈະມີປະໂຫຍດຕໍ່ພາກລັດໃນຫຼາຍເລື່ອງ ໂດຍສະເພາະເລື່ອງການກວດສອບເສັ້ນທາງການເງິນທີ່ຈະເຮັດໄດ້ງ່າຍກວ່າ.

ການຜັກດັນໃຊ້ເງິນຫຍວນ Digital ເຮັດໃຫ້ອຸດສາຫະກຳທີ່ກ່ຽວຂ້ອງກັບການພັດທະນາສະກຸນເງິນ Digital ໃນປະເທດຈີນເຊັ່ນ: ບັນດານັກພັດທະນາ Applications ໄປຈົນເຖິງຝ່າຍເຕັກນິກຄຶກຄື້ກມາຕັ້ງແຕ່ຕົ້ນປີ ເຊິ່ງກ້າວຕໍ່ໄປລັດຖະບານຈີນຄືການເຮັດໃຫ້ເມືອງຕົ້ນແບບ ລວມທັງເມືອງເຊິນເຈີ້ນພັດທະນາໄປເປັນເມືອງແຫ່ງຟິນເທັກທີ່ໄດ້ຮັບຄວາມສົນໃຈຈາກນານາຊາດ.

ທີ່ຜ່ານມາເມືອງເຊິນເຈີ້ນເປັນເມືອງເສດຖະກິດຂອງຈີນ ທີ່ລັດຖະບານຈີນມັກໃຊ້ເປັນເມືອງຕົ້ນແບບ ຫາກຍ້ອນກັບໄປເມື່ອ 40 ປີກ່ອນ ເຊິນເຈີ້ນເປັນເມືອງທຳອິດທີ່ລັດຖະບານຈີນປະກາດໃຫ້ເປັນໃຫ້ເປັນເຂດເສດຖະກິດພິເສດ ກ່ອນຈະເຕີບໂຕເປັນສູນກາງທາງເສດຖະກິດທີ່ສຳຄັນ ຈົນໃນປັດຈຸບັນເປັນເມືອງທີ່ຫຼາຍບໍລິສັດຕັ້ງໃຫ້ເປັນສູນກາງດ້ານນະວັດຕະກຳ ແລະ ເຕັກໂນໂລຊີ.

ທີ່ມາ: https://www.facebook.com/workpointTODAY/photos/a.153956988306921/1429865814049359/

https://techcrunch.com/…/11/china-digital-yuan-shenzhen/https://www.bbc.com/news/business-54519326