Lee Kun-hee ອະດີດ ceo ແລະປະທານ Samsung ເສຍຊີວິດແລ້ວດ້ວຍໄວ 78 ປີ


ທ່ານ Lee Kun-hee ເປັນລູກຊາຍຂອງ Lee Byung-chul ຜູ່ກໍ່ຕັ້ງບໍລິສັດ Samsung ແລະເຄີຍຮັບຫນ້າທີ່ເປັນປະທານບໍລິສັດ Samsung ຮຸ່ນທີສອງຕໍ່ຈາກພໍ່ ແລະສາມາດນຳພາບໍລິສັດ Samsung ຂຶ້ນມາເປັນບໍລິສັດເທັກໂນໂລຍີລະດັບໂລກໄດ້. ໃນຊ່ວງປີ 2014 ລາວເລີ່ມປ່ວຍຫນັກ ຈົນຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງຫມໍຕໍ່ເນື່ອງ ເລີຍຕັດສິນໃຈ ມອບຫນ້າທີ່ຕໍ່ໃຫ້ລູກຊາຍຄືທ່ານນ Jay Y. Lee (ແຕ່ກໍຖືກຈັບໃນປີ 2017 ຂໍ້ຫາມີສ່ວນພົວພັນກັບການຕິດສິນບົນ ໃຫ້ຄົນສະຫນິດຂອງອະດີດປະທານາທິບໍດີ Park Geun Hye ຖືກສານສັ່ງຈຳຄຸກ 5 ປີ ແຕ່ຍັງຄົງມີການສູ້ຄະດີກັນຕໍ່ເນື່ອງ) ເຮັດໃຫ້ຕ້ອງແຕ່ງຕັ້ງຄົນໃຫມ່ ມາຮັບຜິດຊອບຕຳແຫນ່ງແທນຊົ່ວຄາວ.

ຜົນງານເດັ່ນທີ່ Lee Kun-hee ເຮັດໃຫ້ Samsung ກໍແມ່ນການທີ່ລາວເຂົ້າມາເປັນປະທານນັບແຕ່ປີ 1987 ນັບແຕ່ນັ້ນມາ Samsung ກໍຂະຫຍາຍກິດຈະການ ແລະເຕີບໃຫຍ່ເລື້ອຍໆມາ ຈົນກາຍເປັນບໍລິສັດລະດັບແຖວຫນ້າຂອງໂລກດັ່ງທີ່ເຫັນໃນປັດຈຸບັນ.

ທີ່ມາ: https://www.blognone.com/node/119210