NASA ເປີດຮັບສະໝັກ ຄົນໃຊ້ຊີວິດເທິງດາວອັງຄານຈຳລອງ


ການສົ່ງມະນຸດໄປຢຽບດາວອັງຄານຖືວ່າເປັນຄວາມຝັນສຸງສຸດທີ່ອົງການນາຊາ (NASA) ຕ້ອງການເຮັດໃຫ້ໄດ້ພາຍໃນປີ 2050 ແຕ່ເປົ້າໝາຍດັ່ງກ່າວບໍ່ໄດ້ງ່າຍປານນັ້ນ ຈຶ່ງຕ້ອງມີການສຶກສາ, ຈຳລອງ ແລະ ທົດສອບ ໃນດ້ານຕ່າງໆຈົນກວ່າຈະໝັ້ນໃຈວ່າ ນັກບິນອະວະກາດຈະໄດ້ຮັບຄວາມປອດໄພຫາກຖືກສົ່ງໄປດາວອັງຄານແທ້.

ທາງ NASA ຈຳເປັນຕ້ອງມີການຈຳລອງການໃຊ້ຊີວິດເທິງດາວອັງຄານ ຫຼື ໂຄງການສຳຫຼວດສຸຂະພາບ ແລະ ປະສິດທິພາບຂອງລູກເຮືອ ເພື່ອເບິ່ງວ່າເມື່ອຂຶ້ນໄປພວກເຂົາຈະພົບບັນຫາຫຍັງແດ່ ແລະ ຈະແກ້ໄຂພ້ອມປ້ອງກັນແບບໃດ. ຫຼ້າສຸດທາງ CHAPEA ກຳລັງຈະເປີດສະໝັກຜູ້ເຂົ້າຮ່ວມພາລະກິດຈຳລອງການໃຊ້ຊີວິດໃນດາວອັງຄານ 1 ປີ ເຊິ່ງມີກຳນົດເລີ່ມໃນປີ 2025.

ໂດຍພາລະກິດນີ້ຕ້ອງການລູກເຮືອອາສາ 4 ຄົນ ໂດຍຕ້ອງອາໄສ ແລະ ເຮັດວຽກພາຍໃນທີ່ຢູ່ອາໄສທີ່ສ້າງດ້ວຍເຄື່ອງພິມ 3 ມິຕິ ໂດຍມີເກນຜູ້ຮັບສະໝັກຕ້ອງຈົບໃນສາຂາທີ່ກ່ຽວຂ້ອງກັບວິທະຍາສາດ ຫຼື ເຕັກໂນໂລຊີ ຫຼື ວິສະວະກຳ ຫຼື ຄະນິດສາດ (STEM) ຈາກສະຖາບັນຮັບຮອງ ຢ່າງໜ້ອຍ 2 ປີ ຫຼື ມີປະສົບການຂັບເຮືອບິນຢ່າງໜ້ອຍ 1,000 ຊົ່ວໂມງ.

ຜູ້ສະໝັກທີ່ສຳເລັດສຶກສາ 2 ປີໃນຫຼັກສູດປະລິນຍາເອກສາຂາ ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ ຫຼື ສຳເລັດການສຶກສາລະດັບປະລິນຍາທາງການແພດ ຫຼື ໂຄງການທົດສອບ ຈະໄດ້ຮັບການພິຈາລະນາພິເສດ ຫຼື  ສຳເລັດການສຶກສາການເຝິກອົບຮົບທະນາຍ ຫຼື ວິທະຍາສາດບັນດິດໃນສາຂາ STEM ທີ່ມີປະສົບການວິຊາຢ່າງໜ້ອຍ 4 ປີ ແລະ ທີ່ສຳຄັນຮັບສະເພາະພົນລະເມືອງຂອງ ສະຫະລັດອາເມຣິກາ ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/