ຮອນດູຣັສ ປິດກັ້ນ Crypto! ສະເໜີຮ່າງກົດໝາຍຫ້າມຊື້ຂາຍສະກຸນເງິນດິຈິຕອນເພື່ອປ້ອງກັນລະບົບການເງິນໃນປະເທດ


ເມື່ອບໍ່ດົນມານີ້, ຄະນະກໍາມະການທະນາຄານ ແລະ ຫຼັກຊັບແຫ່ງຊາດ (CNBS) ຂອງປະເທດຮອນດູຣັສໄດ້ສະເໜີຮ່າງກົດໝາຍສັ່ງຫ້າມສະຖາບັນການເງິນຊື້ຂາຍສິນຊັບດິຈິຕອນ ໂດຍມີຈຸດປະສົງເພື່ອຮັກສາ​ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ຂອງ​ລະບົບ​ການ​ເງິນ​ໃນ​ປະ​ເທດ. ເຊິ່ງນີ້ແມ່ນກົງກັນຂ້າມກັບຫຼາຍປະເທດທົ່ວໂລກທີ່ໄດ້ມີການຍອມຮັບເອົາ cryptocurrencies ເພີ່ມຂຶ້ນເຊັ່ນ: ການເປີດຕົວກອງທຶນ Bitcoin ETF ຂອງສະຫະລັດ…

ສຳລັບການຕັດສິນໃຈຂອງ CNBS ໃນຄັ້ງນີ້ເເມ່ນເກີດຂຶ້ນຈາກການຂາດກົດລະບຽບກ່ຽວກັບ cryptocurrencies ໃນປະເທດຮອນດູຣັສ, ເມື່ອບໍ່ມີກົດລະບຽບທີ່ຊັດເຈນ ກໍຈະເຮັດໃຫ້ຜູ້ໃຊ້ມີຄວາມສ່ຽງຕໍ່ການສໍ້ໂກງ ແລະ ກິດຈະກໍາທີ່ຜິດກົດໝາຍອື່ນໆເຊັ່ນ: ການຟອກເງິນ. ນອກຈາກນີ້ຍັງໄດ້ມີການຍົກໃຫ້ເຫັນເຖິງຄວາມກັງວົນກ່ຽວກັບການດຳເນີນທຸລະກິດ cryptocurrency ແບບ decentralized, ເຊິ່ງມັນເປັນການຍາກສໍາລັບໜ່ວຍງານຄຸ້ມຄອງດູເເລໃນທ້ອງຖິ່ນໃນການຕິດຕາມກິດຈະກຳເຫຼົ່ານີ້.

ດ້ວຍເຫດນີ້, CNBS ຈຶ່ງໄດ້ສັ່ງຫ້າມບໍ່ໃຫ້ສະຖາບັນການເງິນທີ່ບໍ່ໄດ້ຮັບອະນຸມັດຈາກທະນາຄານກາງຮອນດູຣັສ ມີສ່ວນຮ່ວມໃນການຄຸ້ມຄອງ Cryptocurrencies, tokens ຫຼື ສິນຊັບດິຈິຕອນອື່ນໆທີ່ຄ້າຍຄືກັນ. ໂດຍມາດ​ຕະການ​ເຫຼົ່າ​ນີ້​ຈະ​ຖືກ​ນຳ​ໃຊ້​ເພື່ອ​ຕິດຕາມ​ການ​ເຮັດ​ທຸລະ​ກຳ​ທາງ​ການ​ເງິນ​ຢ່າງ​ໃກ້ຊິດ ​ແລະ ເພື່ອໃຫ້ໝັ້ນໃຈວ່າ​​ຂະ​ແໜງ​ການ​ເງິນ​ຂອງ​ປະ​ເທດ​ຈະຍັງຄົງ​ສະຖຽນ​ລະ​ພາບໄວ້. ເຮັດໃຫ້ການເຄື່ອນໄຫວຂອງຮອນດູຣັສໃນຄັ້ງນີ້ສວນທາງກັບຫຼາຍປະເທດທີ່ເປີດກວ້າງໃນການຊື້ຂາຍ cryptocurrencies ແລະ ການສຶກສາກ່ຽວກັບເຕັກໂນໂລຊີ blockchain.

ການຫ້າມດັ່ງກ່າວໄດ້ດຶງດູດການວິພາກວິຈານຢ່າງຫຼວງຫຼາຍ. ບາງຄົນກໍຍ້ອງຍໍຄວາມລະມັດລະວັງຂອງລັດຖະບານໃນການປົກປ້ອງນັກລົງທຶນຈາກ crypto. ໃນຂະນະທີ່ຄົນອື່ນໆ ກໍໄດ້ວິຈານວ່າການຫ້າມກ່າວວ່າອາດຈະຂັດຂວາງການສ້າງສັນນະວັດຕະກຳ ແລະ ຈໍາກັດການມີສ່ວນຮ່ວມຂອງຮອນດູຣັສໃນເສດຖະກິດດິຈິຕອນທົ່ວໂລກ.

ທີ່ມາ:

coinpaprika

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/