ກຸ່ມທຸລະກິດກະສິກຳລາວ ຄົ້ນຄວ້າວິທີການຊຸກຍູ້ການຜະລິດ ແລະ ຊ່ອງທາງການຈຳໜ່າຍສິນຄ້າ


ສະມາຄົມນັກທຸລະກິດກະສິກຳລາວ, ເຊິ່ງດຳເນີນທຸລະກິດພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ກໍາລັງພະຍາຍາມຈະປັບປຸງຜະລິດຕະພັນກະສິກໍາ ໂດຍການແປງຮູບວັດຖຸດິບໃຫ້ກາຍເປັນສິນຄ້າທີ່ມີມູນຄ່າຫຼາຍຂຶ້ນ.

ກອງປະຊຸມສະຫຼຸບວຽກງານ 2023 ແລະ ກຳນົດທິດທາງແຜນງານ 2024 ຂອງ ສະມາຄົມນັກທຸລະກິດ ກະສິກຳລາວ ເມື່ອບໍ່ດົນມານີ້ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ເພີ່ມ​ປະລິມານ ​ແລະ ຄຸນ​ະພາ​ບສິນຄ້າ​ກະສິກຳ​ໃຫ້​ສູງ​ສຸດ ​ແລະ ຊຸກຍູ້​ການ​ຂາຍ.

ວຽກ​ງານ​ຂອງ​ສະມາຄົມ​ແມ່ນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ແລະ ​ໄດ້​ສຸມ​ໃສ່​ຊຸກຍູ້​ຜູ້​ຊື້, ກຸ່ມ​ຜະລິດ, ສະຫະກອນ, ກຸ່ມ​ຜູ້​ສະໜອງ​ວັດຖຸດິບໃຫ້ໂຮງງານ (ຝຸ່ນ, ອາຫານ, ແນວພັນ​ພືດ, ແນວພັນ​ສັດ, ອຸປະກອນ, ກົນ​ຈັກ, ນ້ຳ​ປະປາ), ສະຖາບັນການເງິນ (ທະນາຄານ ແລະ ສະຖາບັນການເງິນຈຸລະພາກ) ຮ່ວມມືກັນ ເພື່ອສົ່ງເສີມຜະລິດຕະພັນກະເສດເປັນສິນຄ້າ.

ສະມາຄົມ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ບັນລຸໄດ້ໝາກຜົນທີ່ໜ້າພໍໃຈຕາມແຜນການທີ່ວາງໄວ້ໃນປີ 2023, ເຮັດໃຫ້ມີບັນດາໝາກຜົນດີທາງດ້ານສິນຄ້າ ແລະ ບົດຮຽນຕື່ມອີກ.

ສຳລັບທິດທາງແຜນການໃນປີ 2024 ທາງສະມາຄົມຍັງຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ແລະ ສະມາຄົມ ສືບຕໍ່ຜັນຂະຫຍາຍການສົ່ງເສີມການຜະລິດກະສິກຳເປັນສິນຄ້າຕາມກົນwກຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມກັບມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງພາກລັດຖະບານ, ສະມາຄົມຈະລົງເລິກການສ້າງໂຄງປະກອບລາຄາຂອງສິນຄ້າກະສິກຳໃຫ້ເປັນຖານຂໍ້ມູນທີ່ສອດຄ່ອງກັບສະພາບຕົວຈິງຂອງການຜະລິດ ແລະ ການຈຳໜ່າຍ, ສ້າງຖານຂໍ້ມູນທຸລະກິດກະສິກຳໃຫ້ສາມາດເຂົ້າເຖິງງ່າຍ, ຊ່ວຍບັນດາສະມາຊິກໃນການຄົ້ນຄວ້າ-ສັງລວມບັນຫາຄວາມສະດວກໃນການດຳເນີນທຸລະກິດຜ່ານເວທີທຸລະກິດລາວ (Lao Business Forum).

ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີຄວາມເຫັນຕໍ່ກອງປະຊຸມວ່າ ສະມາຄົມທຸລະກິດກະສິກຳລາວ ພາຍຫຼັງທີ່ໄດ້ມີການປັບປຸງການຈັດຕັ້ງຜ່ານມາ ເຖິງເປັນເວລາອັນສັ້ນ ແລະ ຍັງຂາດ ຫຼາຍປັດໄຈ ແຕ່ກໍເຫັນໄດ້ເຖິງການເຮັດວຽກຂອງຄະນະບໍລິຫານງານ ເຊິ່ງສະແດງອອກມີຫຼາຍກິດຈະກຳທີ່ເກີດຂຶ້ນໃນດ້ານຕັ້ງໜ້າຫຼາຍອັນ. ໃນນາມຕາງໜ້າໃຫ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈະໃຫ້ການສະໜັບສະໜູນ-ໃຫ້ຄວາມຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມທຸລະກິດກະສິກຳໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຂະຫຍາຍຕົວຄຽງຄູ່ກັບການຈັດຕັ້ງຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທີ່ມີຢູ່ແຕ່ລະແຂວງ ແລະ ກຳລັງຂະຫຍາຍລົງສູ່ຂັ້ນເມືອງໃນຂອບເຂດທົ່ວປະເທດ.

ທ່ານ ບຸນເລີດ ຫຼວງປະເສີດ ຍັງໄດ້ມີທິດຊີ້ນຳເພີ່ມເຕີມໃຫ້ສະມາຄົມໃຫ້ມີການສ້າງຍຸດທະສາດວຽກງານຂອງສະມາຄົມ ທີ່ຕິດພັນກັບແຜນພັດທະນາເສດຖະກິດສັງຄົມຂອງຊາດທີ່ພາກລັດໄດ້ກຳນົດອອກມາ ແລະ ແຜນຍຸດທະສາດຂອງກະຊວງຂະແໜງການທີ່ກ່ຽວຂ້ອງ ໂດຍມີການກຳນົດແຜນງານໃນແຕ່ລະໄລຍະ ເຊັ່ນ: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ແລະ ໃຫ້ສາມາດວັດແທກໄດ້ຜົນງານທີ່ຈັດຕັ້ງໄດ້ໃນແຕ່ລະໄລຍະຢ່າງເປັນຮູບປະທຳ, ພ້ອມກັນນັ້ນກໍຂໍໃຫ້ສະມາຄົມເອົາໃຈໃສ່ການມີສ່ວນຮ່ວມໃນການຈັດຕັ້ງວາລະແຫ່ງຊາດຢ່າງຕັ້ງໜ້າ.

ໃນຊຸມປີມໍ່ໆມານີ້, ປະເທດລາວມີລາຍໄດ້ຫຼາຍລ້ານໂດລາຈາກການສົ່ງອອກຜະລິດຕະພັນກະເສດ, ຕົ້ນຕໍແມ່ນ: ໝາກກ້ວຍ, ຢາງພາລາ, ມັນຕົ້ນ, ອ້ອຍ, ແລະງົວ-ຄວາຍ, ໂດຍຈີນເປັນຜູ້ຊື້ສິນຄ້າຫຼາຍກວ່າໝູ່. ນອກຈາກນີ້, ສິນຄ້າກະເສດກໍຖືກວາງຂາຍຢູ່ຕະຫຼາດຕ່າງໆໃນທົ່ວປະເທດລາວຫຼາຍຂຶ້ນ, ແຕ່ລັດຖະບານກໍຕ້ອງການສົ່ງເສີມການຜະລິດກະສິກຳໃຫ້ເຂັ້ມແຂງຫຼາຍຂຶ້ນ ເພື່ອຫາລາຍໄດ້ຈາກຕ່າງປະເທດໃຫ້ຫຼາຍຂຶ້ນ.

https://www.facebook.com/photo?fbid=786522583522220&set=a.485450406962774

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/