MIT ເປີດເຜີຍວ່າ AI ຍັງບໍ່ສາມາດເຂົ້າມາເຮັດວຽກທົດແທນມະນຸດໄດ້ເນື່ອງຈາກມັນ “ບໍ່ກຸ້ມຄ່າ” ເເລະ ເຮັດວຽກໄດ້ໜ້ອຍເມື່ອທຽບກັບຄົນ


ໃນປີທີ່ຜ່ານມາ, ເຕັກໂນໂລຊີ AI ໄດ້ມີການພັດທະນາຢ່າງໄວວາ ເຊິ່ງເຄື່ອງມື AI ເຊັ່ນ ChatGPT ຂອງ OpenAI ແລະ Bard ຂອງ Google (ໃນປັດຈຸບັນ Gemini) ໄດ້ດຶງດູດຄວາມສົນໃຈທົ່ວໂລກ. ແຕ່ດ້ວຍກະເເສນິຍົມທີ່ມາເເຮງຂອງ AI, ເຮັດໃຫ້ຜູ້ຄົນເກີດຄວາມກັງວົນກ່ຽວກັບຕົກງານ, ເນື່ອງຈາກ AI ມີຄວາມສາມາດທີ່ຫຼາກຫຼາຍ ເເລະ ສາມາດເຮັດໃນສິ່ງທີ່ມະນຸດເຮັດບໍ່ໄດ້ ເຮັດໃຫ້ຜູ້ຄົນມີຄວາມກັງວົນທີ່ AI ຈະເຂົ້າມາເຮັດວຽກເເທນທີ່ຂອງຕົນຫຼາຍຂຶ້ນນັ້ນເອງ.

ແຕ່ເມື່ອບໍ່ດົນມານີ້, ສະຖາບັນເທັກໂນໂລຍີລັດ Massachusetts (MIT) ໄດ້ເຜີຍແຜ່ການສຶກສາໃໝ່, Beyond AI Exposure: Which Tasks are Cost-Effective to Automate with Computer Vision? ໂດຍການຄົ້ນຄວ້າດັ່ງກ່າວໄດ້ສຶກສາວ່າ AI ສາມາດທົດແທນການເຮັດວຽກຂອງມະນຸດໃນອຸດສາຫະກໍາຕ່າງໆໄດ້ໃນລະດັບໃດ.

ໂດຍການຄົ້ນຄວ້ານີ້ໄດ້ໃຊ້ Computer Vision AI ເພື່ອທົດລອງເປັນຄົນງານໃນຮ້ານເບເກີຣີທີ່ສົມມຸດຂຶ້ນມາ. ແຕ່ໜ້າທີ່ທີ່ AI ໃຊ້ນັ້ນແມ່ນພຽງແຕ່ການກວດສອບສ່ວນປະກອບ ເເລະ ວັດແທກສ່ວນປະກອບຕ່າງໆ ແຕ່ທັງໝົດທີ່ເຮັດແມ່ນຄິດເປັນ 6% ຂອງໜ້າທີ່ທັງໝົດຕໍ່ເເຮງງານຄົນທີ່ຕ້ອງເຮັດໃນຮ້ານເບເກີຣີ.

ນອກ​ເໜືອ​ໄປ​ຈາກຮ້ານເບເກີຣີເເລ້ວ, ພວກເຂົາຍັງໄດ້ທົດສອບ ແລະ ເກັບກໍາຂໍ້ມູນກ່ຽວກັບວຽກທີ່ອີງໃສ່ວິໄສທັດປະມານ 1,000 ວຽກ ໃນ 800 ອາຊີບ. ນັກຄົ້ນຄວ້າ MIT ສະຫຼຸບໄດ້ວ່າ:

ມີພຽງແຕ່ 3% ຂອງວຽກງານເທົ່ານັ້ນທີ່ Computer Vision AI ສາມາດປະຕິບັດໄດ້ຢ່າງມີປະສິດທິພາບໃນປັດຈຸບັນ, ເຊິ່ງໝາຍຄວາມວ່າ AI ຍັງມີຂໍ້ຈໍາກັດໃນການປະຕິບັດວຽກງານທີ່ອີງໃສ່ວິໄສທັດທີ່ຊັບຊ້ອນ.

ເມື່ອເບິ່ງຈາກຄ່າຈ້າງຂອງພະນັກງານ, ພົບວ່າມີພຽງ 23% ຂອງວຽກທີ່ສາມາດທົດແທນໄດ້ຢ່າງມີປະສິດທິພາບໂດຍ AI. ເຊິ່ງນີ້ໝາຍຄວາມວ່າການນໍາໃຊ້ AI ເພື່ອທົດແທນແຮງງານຂອງມະນຸດອາດຈະບໍ່ກຸ້ມຄ່າໃນປັດຈຸບັນ.

ຢ່າງໃດກໍຕາມ, ນັກຄົ້ນຄວ້າຄາດການວ່າ ລະບົບອັດຕະໂນມັດມີສັກກະຍາພາບອາດຈະເພີ່ມຂຶ້ນເຖິງ 40% ໃນປີ 2030. ໂດຍມີປັດໃຈຫຼັກທີ່ຊຸກຍູ້ໃນການເຕີບໂຕຄື:

  • ຕົ້ນທຶນໃນການພັດການເຝິກອົບຮົມ AI ທີ່ຫຼຸດລົງ: ເຕັກໂນໂລຊີ AI ພັດທະນາຢ່າງໄວວາ ເຮັດໃຫ້ການພັດທະນາແບບຈໍາລອງ AI ສໍາລັບວຽກງານສະເພາະທາງມີລາຄາຖືກລົງ.
  • ຄວາມຖືກຕ້ອງຂອງ AI ທີ່ສູງຂຶ້ນ: ຮູບແບບ AI ທີ່ທັນສະໄໝມີຄວາມຖືກຕ້ອງ ແລະ ເຊື່ອຖືໄດ້ຫຼາຍຂຶ້ນ. ເຮັດ​ໃຫ້​ສາ​ມາດ​ນໍາ​ໃຊ້​ໃນ​ການ​ເຮັດ​ວຽກ​ທີ່​ຫຼາກ​ຫຼາຍ​.

ເຊິ່ງໃນອະນາຄົດມັນເປັນໄປໄດ້ວ່າ ລະບົບອັດຕະໂນມັດຖືກນໍາໃຊ້ໃນອຸດສາຫະກໍາຕ່າງໆ ເຊັ່ນ: ການຂາຍຍ່ອຍ, ການດູແລສຸຂະພາບ, ການກໍ່ສ້າງ, ການຂຸດຄົ້ນບໍ່ແຮ່ ແລະ ອະສັງຫາລິມະຊັບ.

ທີ່ມາ:

workpointtoday

futuretech-site.s3.us-east-2.amazonaws

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/