“ເມັກຊິໂກ” ຈຸດມຸ່ງໝາຍໃໝ່ຂອງຈີນ ແລະ ຢູໂຣບທີ່ຈະໃຊ້ເປັນແຫຼ່ງຜະລິດລົດ EV ລາຄາຖືກ


Adam Jonas ນັກວິເຄາະຂອງບໍລິສັດ Morgan Stanley ບໍລິສັດບໍລິການທາງດ້ານການເງິນທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ອອກມາແນະນຳວ່າ ໜຶ່ງໃນແນວທາງທີ່ຜູ້ຜະລິດລົດຍັກໃຫຍ່ໃນປະເທດຕາເວັນຕົກຈະສາມາດພັດທະນາຂຶ້ນໄດ້ນັ້ນ ແມ່ນຈະຕ້ອງໄດ້ແມ່ນການຮ່ວມມືກັບປະເທດຈີນເພື່ອອະນາຄົດຂອງລົດໄຟຟ້າ (EV), ຖ້າບໍ່ດັ່ງນັ້ນພວກເຂົາຈະບໍ່ສາມາດຜະລິດ EV ທີ່ມີລາຄາຖືກໄດ້ອີກເລີຍ.

ໂດຍ Adam Jonas ໄດ້ກ່າວ​ວ່າ ປະລິມານ​ການ​ນຳ​ເຂົ້າ EV ຈາກ​ຈີນ ​ເມື່ອ​ທຽບ​ໃສ່​ກັບ​ຫຼາຍ​ປະ​ເທດເປັນສິ່ງທີ່ແທບຈະບໍ່ສາມາດ “​ແຍກ​ອອກ​ໄດ້” ​ເຖິງ​ແມ່ນ​ວ່າ​ອາຊີ​ຈະ​ມີ​ຄວາມ​ເຄັ່ງ​ຄັດ​ຫຼາຍ​ກໍ່ຕາມ. ເນື່ອງຈາກ​ຄວາມ​ກັງ​ວົນ​ດ້ານ​ອຸດ​ສາ​ຫະ​ກຳ​ ແລະ​ ຄວາມ​ປອດ​ໄພ​ແຫ່ງ​ຊາດທີ່ຈະຫຼຸດ​ການນຳໃຊ້ລົດຍົນ EV ​ຢູ່​ປະ​ເທດ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ.

ອີງຕາມຂໍ້ມູນທີ່ເຜີຍແຜ່ ເມັກ​ຊິ​ໂກ​ຍັງ​ມີ​ໂອ​ກາດ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່ລະຫວ່າງ​ຈີນ​ ແລະ ​ຢູໂຣບ. ໂດຍລົດໄຟຟ້າສ່ວນໃຫຍ່ທີ່ຜະລິດຢູ່ໃນເມັກຊິໂກໃຊ້ອຸປະກອນ ແລະ ຄວາມຮູ້ທາງດ້ານເຕັກໂນໂລຊີຈາກປະເທດຈີນ. ເຊິ່ງນີ້ຈະເຮັດໃຫ້ພວກເຂົາສາມາດສ້າງລົດໃນລາຄາຖືກໄດ້. ນອກຈາກນີ້ ລົດ EV ຂອງຈີນຍັງມີຕ່ອງໂສ້ອຸປະທານຂະຫນາດໃຫຍ່ ແລະ ໄດ້ຮັບຊັບພະຍາກອນໃນການຜະລິດແບັດເຕີຣີໄວ້ຢ່າງຫຼວງຫຼາຍ. ໂດຍການສ້າງຕັ້ງໂຮງງານໃນເຂດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນນີ້ເຮັດໃຫ້ການຜະລິດລົດ EV ແລະ ແບດເຕີຣີທີ່ມີລາຄາຖືກລົງຢ່າງບໍ່ໜ້າເຊື່ອ.

ບໍລິສັດຂອງຈີນກໍກໍາລັງຊອກຫາການສ້າງຕັ້ງໂຮງງານໃນເມັກຊິໂກ, ໂດຍຫວັງວ່າຈະຈັດຫາໃຫ້ແກ່ Tesla ເມື່ອໂຮງງານຂະໜາດໃຫຍ່ຂອງເມັກຊິໂກກຽມພ້ອມແລ້ວ.

ປັດຈຸບັນເມັກຊິໂກກໍາລັງເຮັດວຽກຮ່ວມກັບສະຫະລັດ ແລະ ເຮັດໜ້າທີ່ເປັນ buffer ສໍາລັບຈີນ, ເຖິງແມ່ນວ່າ BYD ແລະ ໂຮງງານຜະລິດອື່ນໆ ໃນປະເທດຈີນມີການຫຼ້າຊ້າເປັນເວລາເກືອບສອງປີ, ແຕ່ Tesla ກໍໄດ້ຮັບໃບອະນຸຍາດພາຍໃນໜຶ່ງເດືອນ.

ທັງນີ້, ລົດ EV ຂອງຈີນຕ້ອງກົດດັນລາຄາຂອງລົດໄຟຟ້າເພື່ອແຂ່ງຂັນກັບຜູ້ຫຼິ້ນລາຍໃຫຍ່ອື່ນໆ ເພາະວ່າລາຄາເປັນໜຶ່ງໃນປັດໄຈທີ່ເຮັດໃຫ້ຜູ້ໃຊ້ເລືອກເປັນອັນດັບທໍາອິດ ຖ້າຫາກຄຸນະພາບ ແລະ ເຕັກໂນໂລຊີໃນລົດບໍ່ແຕກຕ່າງກັນຫຼາຍ. .

​ແນວ​ໃດ​ກໍ​ດີ, Elon Musk ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ບໍ່​ແມ່ນ​ເປັນ​ອຸປະສັກ​ທາງ​ດ້ານ​ການ​ຄ້າ, ລົດ EV ຂອງ​ຈີນ​ຈະ​ກາຍ​ເປັນ​ຄູ່​ແຂ່ງ​ທີ່​ມີ​ຊື່​ສຽງ ​ແລະ ທຳລາຍ​ບັນດາ​ບໍລິສັດ​ລົດ​ທັງ​ໝົດ​ໃນ​ໂລກ.

ທີ່ມາ:

facebook

benzinga

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/