ແມ່ທີ່ສູນເສຍລູກຈາກມົນລະພິດທາງອາກາດ ເດີນໜ້າຟ້ອງຮ້ອງລັດຖະບານ ທີ່ບົກພ່ອງໃນການຈັດການບັນຫາສິ່ງແວດລ້ອມ


Rosamund Adoo-Kissi-Debrah ຜູ້ມີລູກສາວ ອາຍຸ 9 ປີ Ella Kissi-Debrah ທີ່ຖືກລະບຸວ່າ ໄດ້ເສຍຊີວິດຈາກມົນລະພິດທາງອາກາດ ແລະ ເປັນຄົນທຳອິດໃນສະຫະຣາຊະອານາຈັກ ທີ່ຖືກລະບຸໃນບັດມໍລະນະ ວ່າເສຍຊີວິດດ້ວຍສາເຫດນີ້.

ຜູ້ເປັນແມ່ໄດ້ເດີນໜ້າຟ້ອງຮ້ອງລັດຖະບານ ໄດ້ແກ່ ກະຊວງສິ່ງແວດລ້ອມ ອາຫານ ແລະ ກິດຈະການຊົນນະບົດ, ກົມຄົມມະນາຄົມ ແລະ ກົມອະນາໄມແລະການດູແລສັງຄົມ ກາຍເປັນຈຳເລີຍໃນຄຳກ່າວອ້າງ.

ທາງດ້ານທະນາຍຂອງ Rosamund Adoo-Kissi-Debrah ໄດ້ກ່າວວ່າ ເຖິງວ່າຄຳກ່າວອ້າງນີ້ຈະລວມໄປເຖິງການຮຽກຮ້ອງຄ່າເສຍຫາຍ ແຕ່ມັນເປັນການສົ່ງເສີມການລົນນະລົງໃນວົງກວ້າງ ເພື່ອສ້າງ “ສິດທິໃນອາກາດບໍລິສຸດ” ຂອງທຸກຄົນ

ຢ້ອນກັບໄປ 2 ປີ ກ່ອນທີ່ Ella Kissi-Debrah ຈະເສຍຊີວິດ ຄອບຄົວພວກເຂົາ ອາໄສຢູ່ແຫຼ່ງທີ່ເປັນຊຸມຊົນ ມີການສັນຈອນໜາແໜ້ນ ແລະ Ella ກໍເດີນທາງເສັ້ນນີ້ໄປ-ກັບໂຮງຮຽນຢູ່ຕະຫຼອດ. Ella ເລີ່ມເປັນຫອບຫືດຕອນອາຍຸ 7 ປີ ແລະ ໃນ 2 ປີຕໍ່ມາ ລາວຕ້ອງເຂົ້າໂຮງໝໍເພື່ອຮັບການປິ່ນປົວເຖິງ 27 ຄັ້ງ ຍ້ອນມີອາການຊັກຕະຫຼອດ ຈົນສຸດທ້າຍເມື່ອຜ່ານວັນເກີດຄົບຮອບ 9 ປີ ພຽງບໍ່ເທົ່າໃດອາທິດ ກໍໄດ້ເສຍຊີວິດລົງ.

ຖ້າການກ່າວອ້າງໃນຄັ້ງນີ້ປະສົບຄວາມສຳເລັດ ຈະກາຍເປັນຄັ້ງປະຫວັດສາດຂອງ “ສິດທິໃນອາກາດບໍລິສຸດ” ພາຍໃຕ້ກົດບັນຍັດສິດທິມະນຸດ.

ທີ່ມາ: https://www.theguardian.com/environment/2024/jan/25/mother-of-girl-who-died-from-air-pollution-sues-uk-government

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/