ສຳຜັດປະສົບການຈາກກິ່ນ ນ້ຳຫອມ “ກິ່ນກ່ອນທີ່ຈະມີມົນລະພິດຂີ້ເຫຍື້ອ”


ການສູດອາກາດບໍລິສຸດທຸກມື້ນີ້ ຫາໄດ້ຍາກຫຼາຍ ໃນໂລກທີ່ເຕັມໄປດ້ວຍມົນລະພາວະ ທັງຝຸ່ນ ແລະ ຄວັນ ແຖມຍຸກນີ້ ຍັງມີໄມໂຄຣພລາສຕິກທີ່ປົນເປື້ອນຢູ່ໃນອາກາດນຳອີກ

ແບຣນ O Boticário ຄຳນຶງເຖິງສິ່ງແວດລ້ອມມາກ່ອນທຸລະກິດ ໄດ້ລົງທຶນຄົ້ນຄິດນ້ຳຫອມ Extinct ກິ່ນກ່ອນຈະເກີດມີມົນລະພິດທາງອາກາດ, ດຶງເອົາກິ່ນຫອມຂອງທຳມະຊາດອອກມາອີກຄັ້ງ. ກິ່ນນ້ຳຫອມໄດ້ແຮງບັນດານໃຈມາຈາກສະພາບແວດລ້ອມທີ່ປາສະຈາກມົນລະພິດ ເຕືອນໃຈໃຫ້ຜູ້ຄົນຄຳນຶງເຖິງບັນຫາເລື່ອງມົນລະພິດ ແລະ ຄວາມເສື່ອມໂຊມຂອງສິ່ງແວດລ້ອມ.

ສະຖານທີ່ທີ່ເປັນກຸ່ມຕົວຢ່າງຜະລິດນ້ຳຫອມນີ້ ແມ່ນ ກິ່ນຂອງອ່າວ Guanabara ໃນ Brazil ໃນເມື່ອກ່ອນ, ໃນຕອນນີ້ອ່າວດັ່ງກ່າວກາຍເປັນອ່າວທີ່ມີຂີ້ເຫຍື້ອລອຍມາຈົບຢູ່ນີ້ ຫຼາຍເຖິງ 98 ລ້ານໂຕນ ຕໍ່ມື້.

ພວກເຂົາໃຊ້ເທັກໂນໂລຢີ Headspace ເຊິ່ງເປັນເທັກໂນໂລຢີ ທີ່ໃຊ້ເພື່ອຈັບ ແລະ ວິເຄາະໂມເລກຸນໃນອາກາດ ເຮັດວຽກຄ້າຍໆກັບການໃຊ້ດັງຂອງຄົນດົມກິ່ນ. ພວກເຂົາຈັບເອົາກິ່ນ ດອກໄມ້ ສະໝຸນໄພ ຕົ້ນໄມ້… ທີ່ຢູ່ໃນອ່າວດັ່ງກ່າວ ໂດຍບໍ່ມີການເດັດຫຼືຕັດໃດໆ.

ວິທີການນີ້ ເຮັດໃຫ້ພວກເຂົາໄດ້ກິ່ນທຳມະຊາດຂອງອ່າວ Guanabara ໃນຕອນທີ່ບໍ່ມີຂີ້ເຫຍື້ອ ແຕ່ເຕັມໄປດ້ວຍທຳມະຊາດ ກິ່ນຫອມຂອງດອກໄມ້, ຄວາມອຸດົມສົມບູນຂອງຕົ້ນໄມ້, ພື້ນຊາຍ ແລະ ທະເລ.

ທີ່ມາ:

Trendhunter

Itatiaia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/