‘Dune: Part Two’ ຖືກຍົກໃຫ້ເປັນຮູບເງົາໄຊໄຟມະຫາກາບແຫ່ງຍຸກ!


ຮູບເງົາເລື່ອງ ‘Dune: Part Two’ ເປັນຮູບເງົາອີກໜຶ່ງພາກຕໍ່ທີ່ຫຼາຍຄົນລໍຖ້າ ແລະ ລໍຄອຍມາດົນ ເນື່ອງຈາກພາກທຳອິດກໍໄດ້ສ້າງປາກົດການໄປທົ່ວໂລກ ພ້ອມຄຳວິຈານທີ່ອອກມາດີເກີນຄາດ ທາງຄ້າຍ Warner Bros. ເອງຈຶ່ງໄດ້ຈັດພາກຕໍ່ອອກມາທັນທີ ພ້ອມປ່ອຍຕົວຢ່າງອອກມາໃຫ້ພວກເຮົາໄດ້ຊົມກັນເປັນທີ່ຮຽບຮ້ອຍ.

ໂດຍສື່ຕ່າງປະເທດໄດ້ອອກມາເປີດເຜີຍຄຳວິຈານທຳອິດຂອງຮູບເງົາເລື່ອງ ‘Dune: Part Two’ ຈາກການສາຍໃນຮອບພີເມຍ ເຊິ່ງຄຳວິຈານສ່ວນໃຫຍ່ໄດ້ອອກມາຍ້ອງຍໍຜົນງານ ພ້ອມບອກວ່າຮູບເງົາເລືື່ອງນີ້ ເປັນຮູບເງົາໄຊໄຟລະດັບມະຫາກາບ.

ຄຳວິຈານສ່ວນໃຫຍ່ເຫັນເປັນໃນທິດທາງດຽວກັນວ່າ ເປັນຮູບເງົາໄຊໄຟລະດັບມະຫາກາບແຫ່ງຍຸກ! ມັນໜ້າປະທັບໃຈ, ເຮັດອອກມາໄດ້ດີເລີດ ມີສາກຕໍ່ສູ້ທີ່ສຸດຍອດ ແລະ ເປັນຜົນງານທີ່ໜ້າເຫຼືອເຊືຶ່ອ ຄວາມຍາວ 2 ຊົ່ວໂມງ 40 ນາທີ ແຕ່ຢາກໃຫ້ມັນຍາວກວ່ານີ້”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/